• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ ຄາດຄະເນການເລີ່ມລົງມືກໍ່ສ້າງໂຄງການທາງລົດໄຟເຊື່ອມຕໍ່ ລາວ - ຫວຽດນາມ ໃນປີ 2021

      ໜັງສືພິມ “Vientiane Times” ສະບັບອອກວັນທີ 17 ຕຸລາ ໄດ້ໃຫ້ຂ່າວວ່າ ລັດຖະບານ ລາວ ໄດ້ມອບໃຫ້ບໍລິສັດການຄ້ານ້ຳມັນອາຍແກັດລາວ (Petro Trade) ດຳເນີນການຄົ້ນຄວ້າຄວາມເປັນໄປໄດ້ກ່ຽວກັບໂຄງການກໍ່ສ້າງທາງລົດໄຟ ລາວ - ຫວຽດນາມ ແຕ່ເມືອງ ທ່າແຂກ, ແຂວງ ຄຳມ່ວນ (ລາວ) ໄປເຖິງຊາຍແດນ ຫວຽດນາມ.
             ທີ່ພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງກະຊວງແຜນການ ແລະ ການລົງທຶນ ລາວ ກັບບໍລິສັດ  Petro Trade ໃນວັນທີ 15 ຕຸລາ, ທ່ານ ຈັນທອນ ສິດທິໄຊ, ປະທານບໍລິສັດ Petro Trade ໃຫ້ຮູ້ວ່າ: “ເສັ້ນທາງລົດໄຟມີລວງຍາວປະມານແຕ່ 240 – 270 ກິໂລແມັດ, ໃນນັ້ນ ລວງຍາວໄປຜ່ານດິນແດນລາວ ແມ່ນປະມານ 150 ກິໂລແມັດ. ໂຄງການດັ່ງກ່າວ ຄາດວ່າຈະເລີ່ມລົງມືກໍ່ສ້າງໃນທ້າຍປີ 2021 ແລະ ຈະສຳເລັດໃນປີ 2024. ນີ້ຈະແມ່ນເສັ້ນທາງລົດໄຟໄດ້ມາດຕະຖານສາກົນ. ເສັ້ນທາງລົດໄຟຈະຊ່ວຍເຊື່ອມຕໍ່ລາວ ກັບພາກພື້ນ ອາຊຽນ, ເອື້ອອຳນວຍໃຫ້ ລາວ ພັດທະນາພື້ນຖານໂຄງລ່າງ ແລະ ບັນດາຮາກຖານດ້ານວັດຖຸໃຫ້ແກ່ການລົງທຶນການຄ້າ ແລະ ກະສິກຳ, ນຳມາເຊິ່ງຄວາມສາມາດບົ່ມຊ້ອນໃຫ້ລາວ ເພື່ອກາຍເປັນປະເທດອຸດສາຫະກຳ, ທັນສະໄໝ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top