• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານ ຫວຽດນາມ ສືບຕໍ່ຮ່ວມເດີນທາງກັບ PVN

      ຕອນເຊົ້າວັນທີ 12 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມສະຫລຸບວຽກງານປີ 2017 ແລະ ຜັນຂະຫຍາຍແຜນການປີ 2018 ຂອງກຸ່ມບໍລິສັດນ້ຳມັນອາຍແກັສ ຫວຽດນາມ (PVN). 

ກອງປະຊຸມສະຫລຸບວຽກງານປີ 2017 ແລະ ຜັນຂະຫຍາຍແຜນການປີ 2018
ຂອງກຸ່ມບໍລິສັດນ້ຳມັນອາຍແກັສ ຫວຽດນາມ (ພາບ: TTXVN)
      ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ ໃນເງື່ອນໄຂທີ່ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ໝູ່ຄະນະຂະແໜງນ້ຳມັນອາຍແກັສ ໄດ້ມານະພະຍາຍາມປະຕິບັດສຳເລັດບັນດາຕົວເລກຄາດໝາຍການຜະລິດເກືອບທັງໝົດ ໂດຍລັດຖະບານມອບໝາຍໃຫ້.
        ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ສະເໜີວ່າ ໃນປີ 2018, PVN ຄວນຮັບມືກັບບັນດາຄວາມຫຍຸ້ງຍາກ, ຄວາມສ່ຽງຈາກປັດໄຈພາວະວິໄສ. PVN ສຸມໃສ່ສ້າງໂຄງປະກອບກົງຈັກການຄຸ້ມຄອງຮອບດ້ານຄືນໃໝ່ ນັບແຕ່ບໍລິສັດແມ່ຕະຫລອດຮອດບັນດາຫົວໜ່ວຍສະມາຊິກ ຕາມທິດກະທັດລັດ, ຍົກສູງປະສິດທິຜົນວຽກງານຄຸ້ມຄອງ, ການນຳພາ, ການບໍລິຫານວິສາຫະກິດ; ການສ້າງໂຄງປະກອບການລົງທຶນຄືນໃໝ່, ການບໍລິຫານເພື່ອຕ້ານການຮົ່ວໄຫຼ, ການຟຸມເຟືອຍ ພ້ອມທັງ ຍູ້ແຮງເລື່ອງໝູນໃຊ້ເຕັກໂນໂລຢີ 4.0 ໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ, ຮັບປະກັນການພັດທະນາແບບຍືນຍົງ.
 (ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top