• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີປີດງານມະໂຫລານດົນຕີອາຊຽນ 2019

      ຕອນຄ່ຳວັນທີ 31 ພຶດສະພາ, ຢູ່ໂຮງລະຄອນໃຫຍ່ ຫາຍຟ່ອງ, ໄດ້ດຳເນີນພິທີປີດງານມະໂຫລານດົນຕີອາຊຽນ 2019


ພິທີປີດງານມະໂຫລານດົນຕີອາຊຽນ 2019 (ພາບ: baovanhoa.vn
      ພາຍຫຼັງດຳເນີນການແຂ່ງຂັນຢ່າງເປັນທາງການມາເປັນເວລາ 5 ຄືນດ້ວຍບັນດາລາຍການສະແດງທີ່ເປັນເອກະລັກ, ໄດ້ຮັບການສ້າງຂຶ້ນຢ່າງໃໝ່ອ່ຽມແລະ ມີການປະດິດຄິດສ້າງໃນການປະສານສຽງ, ສົບທົບບັນດາເຄື່ອງດົນດີຕີເປົ່າຫຼາຍຢ່າງ. ຜ່ານລາຍການສະແດງຂອງບັນດາຄະນະນັກສິລະປະ, ອາດຈະເຫັນໄດ້ຄວາມຫຼາຍຮູບຫຼາຍແບບ, ອຸດົມສົມບູນ ແລະ ບັນດາຄຸນຄ່າດ້ານສິລະປະໃນພື້ນຖານດົນຕີຂອງບັນດາປະເທດໃນພາກພື້ນ. ນັກດົນຕີ ດຶກຈິ້ງ, ຮອງປະທານຜູ້ປະຈຳການສະມາຄົມນັກດົນຕີ ຫວຽດນາມ, ປະທານສະພາສິລະປະງານມະໂຫລານ, ໃຫ້ຮູ້ວ່າ:
ລາຍການສະແດງຂອງແຕ່ລະປະເທດລ້ວນແຕ່ມີບັນດາເອກະລັກສະເພາະກ່ຽວກັບດົນຕີຊົນຊາດຊົນເຜົ່າຂອງເຂົາເຈົ້າ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດສຳລັບຫວຽດນາມແລະສຳລັບບັນດານັກສິລະປິນໃນພາກພື້ນ, ເຮົາກໍ່ຖອດຖອນໄດ້ບັນດາວິທີການນຳເອົາດົນຕີພື້ນເມືອງຂຶ້ນມາສະແດງບົນເວທີຢ່າງເປັນມືອາຊີບຈາກເຂົາເຈົ້າ. ມີຫຼາຍຄະນະໄດ້ກະກຽມຢ່າງພິຖິພິຖັນສະນັ້ນຈິ່ງເຮັດໃຫ້ຄຸນນະພາບຂອງລາຍການສະແດງສິລະປະນັບມື້ໄດ້ຮັບການຍົກນັບສູງຂຶ້ນ.
            ຄະນະຈັດຕັ້ງໄດ້ມອບລາງວັນ19 ຫຼຽນເງິນ ແລະ 12 ຫຼຽນຄຳ ໃຫ້ແກ່ບັນດາລາຍການສະແດງທີ່ດີເດັ່ນໃນງານມະໂຫລານດົນຕີອາຊຽນ 2019.
 (ແຫຼ່ງຄັດຈາກ VOV)

ກອງ​ປະຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI ຈະ​ດຳ​ເນີນ​ໃນ​ອາ​ທິດ​ໜ້າ

ກອງ​ປະຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI ຈະ​ດຳ​ເນີນ​ໃນ​ອາ​ທິດ​ໜ້າ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫາ​ກໍ່​ອອກ​ໜັງ​ສື​ຮ​ຽກ​ໂຮມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI, ເຊິ່ງ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 3 – 24 ສິງ​ຫາ. ສະ​ພາ​ແຫ່ງ​ຊາດ​ຈະ​ໂຮມ​ປະ​ຊຸມ​ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດໃນ 2 ງວດ.

Top