• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຸນເຕັດແມ່ນໂອກາດເພື່ອໃຫ້ປະຊາຊົນ ຫວຽດນາມ ມຸ່ງຫາກົກເຄົ້າເຫງົ້າກໍ

(ພາບປະກອບ)
          ວັນ​ທີ 29/1 (ວັນ​ທີ 2 ຂອງ​ບຸນ​ເຕັດ) ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທຸກ​ສາລະ​ທິດ ​ແລະ ຊາວ​ນະຄອນຫຼວງ ຮ່າ​ໂນ້ຍ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ມາສະໜາມ​ຫຼວງ ບາ​ດິ່ງ ປະຫວັດສາດ, ​ເຂົ້າ​ສຸສານ​ອາ​ໄລ​ຫາ​ປະທານ ​ໂຮ່ຈີ​ມິນ. ນີ້​ແມ່ນໂອກາດ​ເພື່ອ​ໃຫ້​ປະຊາຊົນ ຫວຽດນາມ ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຕໍ່​ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ຊາດ ຫວຽດນາມ, ​ແລະ ມຸ່ງ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ. ​ໄລ່​ຮອດ​ເວລາ 8 ​ໂມງ ​ເຊົ້າ, ວັນ​ທີ 29/1, ຢູ່​ເຂດ​ສຸສານ​ປະທານ ​ໂຮ່ຈີ​ມິນ ​ໄດ້​ມີ​ແຂກ​ເກືອບ 1000 ​ເທື່ອ​ຄົນ​ເຂົ້າ​ອາ​ໄລ​ຫາ ​ແລະ ຢ້ຽມຢາມ​ເຂດ​ປູຊະນີຍະສະຖານ. ອ້າຍ ຫງວຽນ​ວັນ​ຈີ, ຢູ້​ແຂວງ ຮ່າ​ນາມ, ​ໃຫ້​ຮູ້​ວ່າ:
        “ມື້​ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້​ພາ​ຄອບຄົວ​ມາ​ຢ້ຽມຢາມ​ສຸ​ສານ​ປະທານ ​ໂຮ່ຈີ​ມິນ. ຂ້າພະ​ເຈົ້າ​ຮູ້ສຶກ​ພາກພູມ​ໃຈ​ເພາະວ່າ​ຕົ້ນ​ປີ​ໄດ້​ມາ​ຢາມ​ສຸສານ​ປະທານ ​ໂຮ່ຈີ​ມິນ. ຜູ້​ໃດ​ກໍ່​ຫວັງ​ໄດ້​ເຫັນ​ປະຈັກ​ຕາ​ລຸງ ​ໂຮ່ ​ແລະ ​ໄດ້​ຈູດ​ທູບ​ທຽນ​ອາ​ໄລ​ຫາ​ເພິ່ນ. ພວກ​ຂ້າພະ​ເຈົ້າ​ຢາກ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງຕໍ່​ປະທານ ​ໂຮ່ຈີ​ມິນ​ທີ່​ແສນ​ເຄົາລົບ​ຮັກ​ໃນ​ໂອກາດ​ຄື​ແນວ​ນີ້“.
        ​ແລະ​ກໍ່​ໃນ 2 ວັນ​ຕົ້ນ​ປີ​ໃໝ່, ​ເຂດ​ປູຊະນີຍະສະຖານ ວິຫານ ຮຸ່ງ ​ໄດ້​ຕ້ອນຮັບ​ແຂກ​ມາ​ຢາມ​, ຖະຫວາຍ​ທູບ​ທຽນ, ອາ​ໄລ​ຫາ​ບັນດາ​ເຈົ້າ​ຊີວິດ ຮຸ່ງ, ຜູ້​ທີ່​ມີ​ບຸນຄຸນ​ໃນ​ການ​ກໍ່​ຕັ້ງ​ປະ​ເທດເປັນ​ຈຳນວນ​ຫຼວງ​ຫຼາຍ. ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ແບ່ງປັນ​ວ່າ, ບຸນ​ເຕັດ​ປີ​ໃດ, ​ເຂົາ​ເຈົ້າ​ກໍ່​ພ້ອມ​ກັບ​ຄອບຄົວ​ມາ​ຍັງ​ວິຫານ​ຮຸ່ງ ​ເພື່ອ​ຖະຫວາຍ​ເຄື່ອງ​ຂອງ​ບູຊາ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນພະບຸລຸດ ​ແລະ ພາວະນາ​ຂໍ​ໃຫ້​ປີ​ໃໝ່ມີຄວາມຢູ່​ເຢັນ​ເປັນສຸກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top