• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດຂຶ້ນກັບພາກພື້ນແມ່ນ້ຳຂອງ - ລ້ານຊ້າງເຫັນດີເພີ່ມທະວີການຮ່ວມມື

      ໃນວັນທີ 20 ກຸມພາ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດການຮ່ວມມື ແມ່ຂອງ - ລ້ານຂ້າງ (MLC) ຄັ້ງທີ 5 ໄດ້ດຳເນີນຢູ່ນະຄອນຫຼວງ ວຽງຈັນ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ.

ປະຊຸມລັດຖະມົນຕີກະຊວງການຕ່າງປະເທດການຮ່ວມມື ແມ່ຂອງ - ລ້ານຂ້າງ (MLC)
(ພາບ: TTXVN)
      ກ່າວຄຳປາໄສຢູ່ກອງປະຂຸມ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນເຖິງການປະກອບສ່ວນຢ່າງມີປະສິດທິຜົນຂອງ ຫວຽດນາມໃນການຮ່ວມມື MLC, ພ້ອມທັງເນັ້ນໜັກວ່າກົນໄກນີ້  ຕ້ອງປະກອບສ່ວນປັບປຸງການສົມທົບລະຫວ່າງບັນດາປະເທດໃນການແກ້ໄຂບັນດາສິ່ງທ້າທາຍລວມຂອງພາກພື້ນ ແລະ ນຳເອົາຜົນປະໂຫຍດຍາວນານ ມາໃຫ້ປະຊາຊົນ.
            ກ່ຽວກັບກຳນົດທິດການເຄື່ອນໄຫວ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຖືວ່າ ການຮ່ວມມື MLCຄວນມຸ່ງໄປເຖິງການຍົກສູງກຳລັງຄວາມສາມາດຕ້ານທານຂອງພື້ນຖານເສດຖະກິດ ຕໍ່ໜ້າບັນດາການຜັນປ່ຽນ ແລະ ການຂາດສະຖຽນລະພາບຍາກທີ່ຈະຄາດຄະເນໄດ້ ສຸມແຫຼ່ງກຳລັງໃຫ້ບັນດາຂົງເຂດມີຄວາມສ່ຽງສູງກ່ວາໝູ່ ແລະ ມີຄວາມໝາຍສຳຄັນຕໍ່ການພັດທະນາເສດຖະກິດບັນດາປະເທດສະມາຊິກ. ລະອຽດ: ການຮ່ວມມືກະສິກຳສຸມໃສ່ຍົກສູງກຳລັງຄວາມສາມາດດ້ານເຕັກໂນໂລຢີໃຫ້ບັນດາວິສາຫະກິດ ແລະ ປົວແປງລັກສະນະສະຖຽນລະພາບ ແລະ ຄວາມເຊື່ອໝັ້ນ ຂອງທ້ອງຕະຫຼາດທາງສົ້ນອອກໃຫ້ຜະລິດຕະພັນກະສິກຳ; ສະພາບການໄພແຫ້ງແລ້ງນັບມື້ນັບຮ້າຍແຮງຢູ່ຍ່ານລຸ່ມແມ່ນ້ຳຂອງ ຮຽກຮ້ອງໃຫ້ບັນດາປະເທດແຄມແມ່ນ້ຳຕ້ອງມີການກະທຳຢ່າງຂ້ຽວຂາດເພື່ອຮັບປະກັນການພັດທະນາແບບຍືນຍົງຂອງແມ່ນ້ຳ.
            ຕອນບ່າຍວັນທີ 20 ກຸມພາ, ຢູ່ນອກກອງປະຊຸມພິເສດ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະກັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ Saifuddin Abdullah.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top