• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການນຳໂລກສົ່ນສານອວຍພອນປີໃໝ່2017

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama
(ພາບ: AFP/TTXVN)
      ວັນ​ທີ 31/12, ໃນ​ບົດ​ກ່າວ​ປາ​ໄສ​ປະ​ຈຳ​ອາ​ທິດ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ​້​ສົ່ງ​ຄຳ​ອວຍ​ພອນ​ປີ​ໃໝ່​ເຖິງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ, ເຊີດ​ຊູ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ໃນ​ອາ​ຍຸ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ. ທ່ານ​ Barack Obama ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ລິ​ກາ ​ຈົ່ງສາ​ມັກ​ຄີ​ກັນ​ພາຍ​ຫຼັງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ 2016.
        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ໃນ​ບົດ​ກ່າວ​ປາ​ໄສ​ຕ້ອນ​ຮັບ​ປີ​ໃໝ່, ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈີ້ນ​ຜິງ ຮ​ຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ໂລກ​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ຖະ​ນາ​ຖາ​ວອນກວ່າ.
        ກ່​ອນ​ໜ້ານັ້ນ, ໃນ​ສານ​ປີ​ໃໝ່​ຂອງ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ໄດ້​ຢືນ​ຢັນ​ວ່າ, ລັດ​ທິກໍ່​ການ​ຮ້າຍແມ່ນ​ການ​ທົດ​ສອບ​ໃຫຍ່​ທີ່​ສຸດ​ສຳ​ລັບ​ປະ​ເທ​ດ​ເຢຍ​ລະ​ມັນ, ຮຽກ​ຮ້ອງ​ປະ​ຊາ​ຊົນ​ເຢຍ​ລະ​ມັນ ຕ້ອງ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ປະ​ຊາ​ທິ​ປະ​ໄຕໃນ​ວິ​ກິດ​ການ​ປະ​ເຊີນ​ໜ້າ​ກັບ​​ການກໍ່​ການ​ຮ້າຍ, ຕ້ານ​ຄືນ​ບັນ​ດາ​ຜູ້​ຂ້າ​ມະ​ນຸດດ້ວຍ​ການຕິດ​ພັນ​ກັນ​ ແລະ ນ້ຳ​ໃຈຮັກ​ຫອມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top