• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສົ່ງສານອາວພອນສະເຫຼີມສະຫຼອງ 20 ປີແຫ່ງວັນ ຮົງກົງ ກັບຄືນສູ່ ຈີນ

      ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນ ຮົງກົງ ກັບຄືນສູ່ ຈີນ (01/07/1997 – 01/07/2017), ວັນທີ 28 ມິຖຸນາ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວຍຟຸກ ໄດ້ສົ່ງສານອວຍພອນເຖິງທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ

ຮົງກົງໃນປະຈຸບັນ (ພາບປະກອບ)
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ເລື່ອງ ຮົງກົງ ກັບຄືນສູ່ ຈີນ ແມ່ນເຫດການທີ່ມີຄວາມໝາຍສຳຄັນຢ່າງຍິ່ງສຳລັບພັກ, ລັດຖະບານ ແລະ ປະຊາຊົນ ຈີນ, ບັນດາຜົນງານຍິ່ງໃຫຍ່ໃນການພັດທະນາເສດຖະກິດສັງຄົມຂອງ ຮົງກົງ ໃນ 20 ປີຜ່ານມາ ໄດ້ຢັ້ງຢືນຄວາມຖືກຕ້ອງ ແລະ ຜົນສຳເລັດຂອງນະໂຍບາຍ “ປະເທດໜຶ່ງ, ສອງລະບອບ”; ຢືນຢັນພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຖືເປັນສຳຄັນທີ່ສຸດການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືຮອບດ້ານກັບພັກ, ລັດຖະບານ ແລະ ປະຊາຊົນ ຈີນ, ໃນນັ້ນ ມີການພົວພັນຕ່າງຝ່າຍຕ່າງມີຜົນປະໂຫຍດກັບເຂດປົກຄອງພິເສດ ຮົງກົງ; ພ້ອມກັບ ຈີນ ມານະພະຍາຍາມຜັນຂະຫຍາຍຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງ 2 ປະເທດຢ່າງມີປະສິດທິຜົນ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ສືບຕໍ່ພັດທະນາ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໂລກ.
 (ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top