• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງ ໄປອາເມລິກາເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດ ອາຊຽນ-ອາເມລິກາ

(ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ)
          ຕອນ​ເຂົ້າ​ວັນ​ທີ 15/02 ຕາ​ມເວລາ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ ​ເດີນທາງ​ໄປຮອດ​ສະໜາມ​ບິນ​ສາກົນ Palm Spring ລັດ California, ອາ​ເມ​ລິ​ກາ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ທີ່ຈັດ​ຕັ້ງຢູ່ Sunnylands ລັດ California​ ​ໃນ​ລະຫວ່າງ​ວັນ​ທີ 15 – 16/02 ຕາມ​ເວລາ​ທ້ອງ​ຖິ່ນ. ທີ່​ພິທີ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ຢູ່​ສະໜາມ​ບິນ​ສາກົນ Palm Spring ມີ​ຜູ້​ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ, ທ່ານ ຟ້າ​ມກວາງ​ວີ​ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ, ທ່ານ ກາວ​ຫວູມາຍ ຮອງ​ຫົວໜ້າ​ສະຖານກົງ​ສູນ​ໃຫຍ່ ຫວຽດນາມ ປະຈຳ San Francisco. ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ຈະ​ເລີ່​ມຕົ້ນ​ດຳ​ເນີນ​ໃນ​ວັນ​ທີ 16/02 ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ພ້ອມ​ກັບ​ປະທານາທິບໍດີ ອາ​ເມ​ລິ​ກາ ​ແລະ ບັນດາການ​ນຳ ອາ​ຊຽນ ຈະ​ເຂົ້າ​ຮ່ວມ​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ເສດຖະກິດ - ການ​ຄ້າ ​ແລະ ວາລະ​ປະຊຸມກ່ຽວ​ກັບ​ປົກ​ປັກ​ສັກ​ສາ​ສັນຕິພາບ, ວັດທະ​ນາ​ຖາ​ວອນ ​ແລະ ຄວາມໝັ້ນຄົງ​ຢູ່​ພາກ​ພື້ນ​ ອາຊີ - ປາຊີ​ຟິກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຈະ​ມີ​ບັນດາ​ການ​ພົບ​ປະ​ 2 ຝ່າຍ​ກັບ​ການ​ນຳ​ບາງ​ປະ​ເທດ​ຢູ່​ນອກ​ກອງ​ປະຊຸມ​ຄັ້ງ​ນີ້.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top