• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່າ​ນ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊ​ວັນ​ຟຸກ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເລີ່ມ​ຕົ້ນ​ທຸ​ລະ​ກິດ

ກ່ຽວຂ້ອງເຖິງບັນດາຂໍ້ມູນຂ່າວສານທີ່ທາງສື່ມວນຊົນຍົກອອກ ກ່ຽວກັບບັນຫາເລີ່ມຕົ້ນທຸລະກິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫາກໍ່ຮຽກຮ້ອງໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ກະຊວງ ຖະແຫຼງຂ່າວ ແລະ ການສື່ສານ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຕິດຕາມ, ສ້າງເງື່ອນໄຂໃຫ້ແກ່ການເລີ່ມຕົ້ນທຸລະກິດປະສົບຜົນສຳເລັດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການສ້າງເງື່ອນໄຂໃຫ້ແກ່ການເລີ່ມຕົ້ນທຸລະກິດ (ພາບ: chinhphu.vn

ກ່ອນໜ້ານັ້ນ, ໃນວັນທີ 20 ກໍລະກົດ 2019, ໜັງສືພິມເອເລັກໂຕນິກ ແທງນຽນ (ຊາວໜຸ່ມ) ໄດ້ລົງຂ່າວກ່ຽວກັບເນື້ອໃນ: “ຂະບວນການເລີ່ມຕົ້ນທຸລະກິດພັດທະນາໄວທີ່ສຸດ, ມຸ່ງໄປສູ່ ກະແສຟອງທີ 3 ຂອງ ອຸດສາຫະກຳ Deep Tech…ນິຍາມກ່ຽວກັບ Deep Tech ແມ່ນບັນດາບໍລິສັດອຸດສາຫະກຳເຕັກໂນໂລຢີຄົ້ນຄ້ວາ ແລະ ພັດທະນາຜະລິດຕະພັນຢູ່ໃນລະດັບການຄົ້ນຄ້ວາວິທະຍາສາດສູງດ້ວຍບັນດາໃບຢັ້ງຢືນປະດິດສ້າງ. ຕາມບັນດານັກຊ່ຽວຊານແລ້ວ, ບັນດາຂະແໜງທີ່ສາມາດນຳໃຊ້ Deep Tech ສູງຢູ່ ຫວຽດນາມລວມມີ ກະສິກຳ, ການບໍລິໂພກ, ການບໍລິການ, ສາທາລະນະສຸກ…ຍ້ອນທ່າແຮງກ່ຽວກັບປະຊາກອນ ແລະ ລະດັບການປັບຕົວເຂົ້າກັບເຕັກໂນໂລຢີໄວພໍສົມຄວນ”. ໜັງສືພິມເອເລັກໂຕນິກ Bnews ວັນທີ 18 ກໍລະກົດ 2019ມີເນື້ອໃນທີ່ວ່າ : “ ເວັບໄຊ Techinasia ຕີລາຄາວ່າ ຫວຽດນາມຖືມີ ໜຶ່ງໃນຈຳນວນບັນດາລະບົບສະພາບແວດລ້ອມເລີ່ມຕົ້ນທຸລະກິດໄວທີ່ສຸດໃນໂລກ, ເກືອບເທົ່າກັບລະດັບເຕີບໂຕການເລີ່ມຕົ້ນທຸລະກິດຂອງສິງກະໂປ ແລະ ອິນໂດເນເຊຍ, ບັນດາປະເທດນຳໜ້າ ອາຊຽນ. ຫວຽດນາມ ມີທ່າແຮງກ່ຽວກັບດ້ານອຸດສາຫະກຳເຕັກໂນໂລຢີສູງດ້ວຍລາຄາຖືກ, ຄາດວ່າໄລຍະ 5 ປີຈະມາເຖິງ ຫວຽດນາມ ຈະນອນໃນ top 3 ຂອງໂລກ ກ່ຽວກັບຈຳນວນ ນັກວິສະວະກອນ”.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ຕອນຄ່ຳວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນປະທານງານລ້ຽງຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ.ລາວ ແລະ ພັນລະຍາ ຢ່າງສົມກຽດ ເນື່ອງໃນໂອກາດພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.

Top