• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ

      ນະຄອນ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມື, ໜູນຊ່ວຍພັດທະນາຢູ່ບັນດາທ້ອງຖິ່ນຂອງລາວ

ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ແລະ ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ
      ທີ່ການຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໃນຕອນຄ່ຳວັນທີ 25 ຕຸລາ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ໄດ້ຕີລາຄາສູງ ການຢ້ຽມຢາມ, ເຮັດວຽກຢູ່ນະຄອນ ໂຮ່ຈີມິນ ຂອງຄະນະຜູ້ແທນຂັ້ນສູງ ລັດຖະບານລາວ, ໃນສະພາບການສອງປະເທດເວົ້າລວມ, ນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະ ໄດ້, ພວມຈັດຕັ້ງບັນດາລາຍການສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມື ຫວຽດນາມ ແລະ ລາວ ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ. ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ: ນະຄອນ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມື, ໜູນຊ່ວຍພັດທະນາຢູ່ບັນດາທ້ອງຖິ່ນຂອງລາວ, ຮ່ວມແຮງຮ່ວມໃຈພ້ອມກັບທົ່ວປະເທດປັບປຸງ, ພັດທະນາການພົວພັນມິດຕະພາບທີ່ບໍລິສຸດຜຸດຜ່ອງລະຫວ່າງ ຫວຽດນາມ - ລາວ ໃຫ້ “ສວຍສົດງົດງາມຕະຫຼອດໄປ”.
        ສ່ວນ ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ສະແດງຄວາມປາດຖະໜາວ່າ ນະຄອນ ສືບຕໍ່ໜູນຊ່ວຍ, ເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ, ພິເສດ ໃນບັນດາຂົງເຂດແລກປ່ຽນບົດຮຽນ, ຍົກສູງຄຸນນະພາບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຮ່ວມມືລົງທຶນ, ນຳມາເຊິ່ງປະສິດທິຜົນແທດຈິງໃຫ້ແກ່ການພັດທະນາບັນດາທ້ອງຖິ່ນຂອງລາວ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.
 (ແຫຼ່ງຄັດຈາກ VOV)


 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top