• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໂອ້ລົມໂທລະສັບກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ

      ປະທານສະພາແຫ່ງຊາດສອງປະເທດ ຢັ້ງຢືນວ່າ ຈະສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມື, ແບ່ງປັນບົນຮຽນ, ໂດຍສະເພາະແມ່ນໃນການສ້າງລະບອບລະບຽບການ, ລະບົບກົດໝາຍ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ; ສືບຕໍ່ສົມທົບກັນໃນການເພີ່ມທະວີການຕິດຕາມກວດກາບັນດາໂຄງການຮ່ວມມືລົງທຶນ, ການໜູນຊ່ວຍແກ່ການພັດທະນາເສດຖະກິດ - ສັງຄົມຂອງສອງປະເທດ. 
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໂອ້ລົມທາງໂທລະສັບກັບທ່ານປະທານສະພາແຫ່ງຊາດ ລາວ
ໄຊສົມພອນ ພົມວິຫານ (ພາບ:
VOV)
      ຕອນບ່າຍວັນທີ 2 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ. ປະທານສະພາແຫ່ງຊາດສອງປະເທດ ຢັ້ງຢືນວ່າ ຈະສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມື, ແບ່ງປັນບົນຮຽນ, ໂດຍສະເພາະແມ່ນໃນການສ້າງລະບອບລະບຽບການ, ລະບົບກົດໝາຍ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ; ສືບຕໍ່ສົມທົບກັນໃນການເພີ່ມທະວີການຕິດຕາມກວດກາບັນດາໂຄງການຮ່ວມມືລົງທຶນ, ການໜູນຊ່ວຍແກ່ການພັດທະນາເສດຖະກິດ - ສັງຄົມຂອງສອງປະເທດ. ສະພາແຫ່ງຊາດສອງປະເທດ ພ້ອມດ້ວຍບັນດາອົງການທີ່ກ່ຽວຂ້ອງ ສົມທົບກັນໃຫ້ເປັນຢ່າງດີ ເພື່ອກະກຽມໃຫ້ແກ່ການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ຄົບຮອບ 45 ປີ ໃນປີ 2022, ຜ່ານນັ້ນ, ໂຄສະນາເຜີຍແຜ່, ສຶກສາມູນເຊື້ອຂອງການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ ໃຫ້ແກ່ປະຊາຊົນສອງປະເທດ, ພິເສດແມ່ນຄົນລຸ້ນໜຸ່ມໃຫ້ ເລິກເຊິ່ງກວ້າງຂວາງກວ່າອີກ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top