• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳແຂວງ ລ້າງເຊີນ

ຕອນເຊົ້າວັນທີ 24 ກັນຍາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ລ້າງເຊີນ ກ່ຽວກັບສະພາບການປະຕິບັດໜ້າທີ່ເສດຖະກິດສັງຄົມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ແຂວງ ລ້າງເຊີນ ມີທີ່ຕັ້ງສຳຄັນທັງກ່ຽວກັບເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເປັນຕົ້ນແມ່ນສຳລັບເຂດຕາເວັນອອກສ່ຽງເໜືອຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ພ້ອມກັບການພັດທະນາເສດຖະກິດ, ທາງແຂວງຄວນຮັບປະກັນເສດຖະກິດ ແລະ ການປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ໝັ້ນຄົງ; ຍູ້ແຮງການພັດທະນາເສດຖະກິດການຄ້າຊາຍແດນຕາມແຜນການ, ມຸ່ງໄປສູ່ຕະຫລາດ ຈີນ.ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

       “ການພັດທະນາຂອງແຂວງ ລ້າງເຊີນ ຕ້ອງຕິດພັນກັບການພັດທະນາການຄ້າ, ການທ່ອງທ່ຽວ ແລະ ພັດທະນາກະສິກຳ, ປ່າໄມ້ຂອງເຂດພູດອຍ, ເຂດພູສູງ, ເຂດຊົນນະບົດ. ສິ່ງທັງໝົດນັ້ນ ລ້ວນແຕ່ຕິດພັນກັບການພັດທະນາປ່າໄມ້ ແລະ ຮັກສາປ່າໄມ້. ໃນນັ້ນ ຕ້ອງເອົາໃຈໃສ່ເປັນພິເສດເຖິງການບໍລິການການຄ້າຊາຍແດນ, ການບໍລິການ Logistic.”

       ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງຂອງນະຄອນ ດ່າໜັງ ກ່ຽວກັບໂຄງການກໍ່ສ້າງທ່າກ່ຳປັ່ນ ລຽນຈຽວ.

(​ແຫຼ່ງຄັດ​ຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃຫ້​ການ​ຕ້ອນ​ຮັບ​ຂ້າຫຼວງ​ໃຫຍ່ EU ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ CPTPP

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃຫ້​ການ​ຕ້ອນ​ຮັບ​ຂ້າຫຼວງ​ໃຫຍ່ EU ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ CPTPP

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ໃຫ້ສືບ​ຕໍ່​ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ຄ້າ​ເປີດ, ອີງຕາມຂໍ້​ກຳ​ນົດ​ກົດ​ໝາຍ ແລະ ປັບ​ປຸງ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ກັບ WTO ຢູ່​ຕຳ​ແໜ່ງ​ໃຈ​ກາງ.

Top