• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe

      ຕອນບ່າຍວັນທີ 6 ມິຖຸນາ, ພາຍຫລັງພິທີຕ້ອນຮັບທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ດຳເນີນການເຈລະຈາ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນShinzoAbe
ພາບ:vietnam+
      ທີ່ການເຈລະຈາ, ສອງຝ່າຍເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮັກສາການຢ້ຽມຢາມ ແລະ ພົບປະຂັ້ນສູງເປັນປະຈຳ, ຍົກສູງປະສິດທິຜົນກົນໄກເຈລະຈາລະຫວ່າງສອງປະເທດ. ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການຮ່ວມມືໃນການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ກໍຄືໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ. ສອງຝ່າຍເຫັນດີຊຸກຍູ້ການເຊື່ອມຕໍ່ 2 ພື້ນຖານເສດຖະກິດຜ່ານການເປີດກວ້າງການຮ່ວມມື, ໃນນັ້ນ ມີຂົງເຂດການລົງທຶນ,ການຄ້າ, ODA, ອຸດສາຫະກຳເຕັກໂນໂລຊີສູງ, ແຮງງານ. ນາຍົກລັດຖະມົນຕີທັງສອງທ່ານເຫັນດີສົມທົບກັນຊຸກຍູ້ການລົງທຶນຂອງຍີ່ປຸ່ນ ເຂົ້າຫວຽດນາມ ແລະ ເພີ່ມທະວີຮູບການຮ່ວມມືຄູ່ຮ່ວມມືພາກລັດ ແລະ ເອກະຊົນ, ຢືນຢັນ ການຮ່ວມມືຢ່າງແຫນ້ນແຟ້ນ, ຜັນຂະຫຍາຍບັນດາແຜນການດຳເນີນງານ. ນາຍົກລັດຖະມົນຕີທັງສອງທ່ານເຫັນດີຈັດຕັ້ງການເຈລະຈາກະສິກຳຂັ້ນສູງຄັ້ງທີ 4 ໃນປີ 2017 ແລະ ຍູ້ໄວບັນດາລະບຽບການເພື່ອໃຫ້ໝາກໄມ້ຂອງຫວຽດນາມ ຫລືໝາກໄມ້ຂອງຍີ່ປຸ່ນເຂົ້າຕະຫລາດຂອງກັນ. ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດການສຶກສາບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ. ທີ່ການເຈລະຈາ, ນາຍົກລັດຖະມົນຕີທັງສອງທ່ານກໍ່ໄດ້ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ຢືນຢັນຈະສົມທົບກັນຢ່າງແຫນ້ນແຟ້ນທີ່ບັນດາເວທີປາໄສຫລາຍຝ່າຍຄື: ອາຊຽນ, ອາແຊມ, ເອເປກ, ສປຊ.
      ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍເຫັນດີກ່ຽວກັບຄວາມສຳຄັນຂອງການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນ, ຊຸກຍູ້ການແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ, ເຄົາລົບບັນດາວິວັດການທາງການທູດ ແລະ ນິຕິທຳ, ເຄົາລົບກົດໝາຍສາກົນ.
      ພາຍຫລັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ເປັນສັກຂີພິຍານພິທີລົງນາມ ເອກະສານການຮ່ວມມື 14 ສະບັບລະຫວ່າງບັນດາກະຊວງ, ຂະແຫນງການ ແລະ ອົງການຈັດຕັ້ງສອງປະເທດ . ພາຍຫລັງການເຈລະຈາ ສອງຝ່າຍໄດ້ອອກຖະແຫລງການຮ່ວມກ່ຽວກັບເລື່ອງເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໃຫ້ເລິກເຊິ່ງກວ່າ.
(ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top