• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງ ຫວໍທິແອງຊວນ, ຮອງປະທານປະເທດ ລະດົມກຳລັງໃຈປະຊາຊົນເຂດຖືກນ້ຳຖ້ວມຢູ່ ກວາງບິ່ງ

ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດ ຕີລາຄາສູງຈິດໃຈບຸກບື່ນຜ່ານຜ່າຄວາມຫຍຸ້ງຍາກ, ມີໄຫວພິບ, ມີປະສິດທິຜົນຂອງພໍ່ແມ່ປະຊາຊົນໃນການຮັບມືກັບໄພທຳມະຊາດ.
(ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດ ຫວຽດນາມ, ໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈແກ່ປະຊາຊົນເຂດຖືກນ້ຳຖ້ວມແຂວງ ກວາງບິ່ງ)

ຕອນບ່າຍວັນທີ 16 ພະຈິກ, ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດ ຫວຽດນາມ, ໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈແກ່ປະຊາຊົນເຂດຖືກນ້ຳຖ້ວມ, ບັນດາກິດຈະກຳຮັບໃຊ້ຊີວິດຂອງປະຊາຊົນ, ໂຄງການເສດຖະກິດຈຸດສຸມຂອງແຂວງ ກວາງບິ່ງ.

        ກ່າວຄຳເຫັນຕໍ່ໜ້າປະຊາຊົນບ້ານ ວິງກວາງ, ຕາແສງ ເຊີນຖຸຍ, ເຊິ່ງແມ່ນເຂດ “ຖືກນ້ຳຖ້ວມຫຼາຍ” ຂອງ ເລ້ຖຸຍ ໃນປີ 2000, ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດ ຕີລາຄາສູງຈິດໃຈບຸກບື່ນຜ່ານຜ່າຄວາມຫຍຸ້ງຍາກ, ມີໄຫວພິບ, ມີປະສິດທິຜົນຂອງພໍ່ແມ່ປະຊາຊົນໃນການຮັບມືກັບໄພທຳມະຊາດ. ທ່ານນາງຮອງປະທານປະເທດ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ບັນດາວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນຜູ້ໃຈບູນໃຈກຸສົນ ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ເພື່ອໃຫ້ປະຊາຊົນມີບ່ອນຫຼີກລ້ຽງໄພທຳມະຊາດ ແລະ ມີປອນຫາເງິນລ້ຽງຊີບຕື່ມອີກ ເພື່ອຮັບປະກັນຊີວິດການເປັນຢູ່ໃນໄລຍະຍາວ, ປະກອບສ່ວນກໍ່ສ້າງຊົນນະບົດໃໝ່, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

        ຕໍ່ຈາກນັ້ນ, ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຄງການໄຟຟ້າແຮງລົມຢູ່ຕາແສງ ຢານິງ, ເມືອງ ກວາງນິງ; ໄປຖະຫວາຍທູບທຽນຢູ່ວິຫານຊາປະທານ ໂຮ່ຈີມິນ ແລະ ບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດແຂວງ ກວາງບິ່ງ ຢູ່ນະຄອນ ດົ່ງເຮີຍ…

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top