• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບ ທ່ານປະທານ Duma ແຫ່ງຊາດ ສະຫະພັນລັດເຊຍ

ປະທານສະພາທັງສອງໄດ້ແບ່ງປັນບົດຮຽນໃນການເຄື່ອນໄຫວຂອງລັດຖະສະພາ, ແລກປ່ຽນຄຳເຫັນກ່ຽວກັບບັນຫາສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
ພົບປະກັບປະທານ Duma ແຫ່ງຊາດ ລັດເຊຍ ທ່ານ Vyacheslav Vododin

 

ຫຼັງຈາກເຂົ້າຮ່ວມເວທີປາໄສ ການດຳເນີນ ທຸລະກິດ ແລະ ການລົງທຶນ ຕວກກີ - ຫວຽດນາມ ທີ່ Istanbul, ຕວກກີ, ວັນທີ 08 ຕຸລາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເດີນທາງ ໄປຮອດ ນະຄອນຫຼວງ Antalya, ເຂົ້າຮ່ວມກອງປະຊຸມປະທານສະພາແຫ່ງຊາດ ບັນດາປະເທດ ອາຊີ - ເອີຣົບ ຄັ້ງທີ 3 (MSEAP3). ໃນວັນດຽວກັນ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ພົບປະກັບ ທ່ານ Vyacheslav Vododin ປະທານ Duma ແຫ່ງຊາດ ສະຫະພັນລັດເຊຍ.

ທີ່ການພົບປະ, ປະທານສະພາທັງສອງໄດ້ແບ່ງປັນບົດຮຽນໃນການເຄື່ອນໄຫວຂອງລັດຖະສະພາ, ແລກປ່ຽນຄຳເຫັນກ່ຽວກັບບັນຫາສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເປັນເອກະພາບ, ຍູ້ແຮງ ນຳການພົວພັນຮ່ວມມືຂອງ ລັດຖະສະພາ ລະຫວ່າງສອງປະເທດ ກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ປະກອບສ່ວນສຳຄັນເຂົ້າໃນການຮ່ວມມື ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕີລາຄາສູງ Duma ແຫ່ງຊາດ ສະຫະພັນລັດເຊຍ ແລະ ສະພາແຫ່ງຊາດ ສ ເກົາຫຼີ ໄດ້ຮ່ວມກັນລິເລີ່ມສ້າງກົນໄກ ກອງປະຊຸມປະທານສະພາແຫ່ງຊາດ ອາຊີ -ເອຣົບ ແນໃສ່ປະສານສົມທົບການ ເຄື່ອນໄຫວ ລະຫວ່າງບັນດາອົງການນິຕິບັນຍັດ ໃນພາກພື້ນ ອາຊີ -ເອີຣົບ ແລະ ຍົກສູງບົດບາດຂອງວຽກງານການຕ່າງປະເທດ ຂອງ ລັດຖະສະພາ; ພ້ອມນັ້ນກໍ່ເຊື່ອໝັ້ນວ່າກອງປະຊຸມ MSEAP3 ຈະປະສົບຜົນສຳເລັດຢ່າງຈົບງາມ.

ປະທານ Duma ແຫ່ງຊາດ ສະຫະພັນລັດເຊຍ ປາດຖະໜາຢາກໃຫ້ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນຂໍ້ລິເລີ່ມ ຂອງສະພາແຫ່ງຊາດ ສະຫະພັນລັດເຊຍ ກ່ຽວກັບການສ້າງຕັ້ງຄະນະກຳມະການລະຫວ່າງ ລັດຖະສະພາຂັ້ນສູງ ຫວຽດນາມ - ລັດເຊຍ ດ້ວຍຈຳນວນ ແລະ ອັດຕາສ່ວນເພດ 50/50 ເພື່ອແລກປ່ຽນບັນດາບັນຫາສຳຄັນລະຫວ່າງ ສອງປະເທດ, ຊຸກຍູ້ການເຄື່ອນໄຫວແລກປ່ຽນ ລະຫວ່າງ ສະມາຊິກລັດຖະສະພາຍິງ ຂອງສະພາແຫ່ງຊາດ, ເພີ່ມທະວີບົດບາດຂອງແມ່ຍິງໃນການເຄື່ອນໄຫວການເມືອງ ກໍ່ຄື ສະເໜີໃຫ້ມີການເພີ່ມທະວີການສົມທົບ ຕິດຕາມກວດກາ ການປະຕິບັດບັນດາຂໍ້ຕົກລົງການຮ່ວມມືທີ່ໄດ້ລົງນາມ ລະຫວ່າງສອງປະເທດ. ທ່ານ Vyacheslav Vododin ກໍ່ແຈ້ງໃຫ້ຊາບວ່າ ຄາດວ່າໃນທ້າຍປີນີ້ ທ່ານຈະເດີນທາງມາຢ້ຽມຢາມຫວຽດນາມຢ່າງເປັນທາງການ.

(ແຫຼ່ງຄັດຈາກ VOV)

 

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top