ໂຮງງານ ເຈີ່ນລ້ວນ ພ້ອມກັບລາຍການອາຫານຕົ້ມເຄັມປາຂອງໝູ່ ບ້ານດ້າຍຮວ່າງ ຫວ່າງແລ້ວນີ້ໄດ້ຖືກໜ້າເວັບ Google ຄັດເລືອກ ເພື່ອເປັນຕົວແທນໃຫ້ຫວຽດນາມເຂົ້າຮ່ວມ ລາຍການ “Help Small Business think Big” ທີ່ ປະເທດ ສິງກະໂປ. ຕົ້ມເຄັມປາ ດ້າຍ ຮວ່າງ ບໍ່ພຽງແຕ່ຕອບສະໜອງຕາມຄວາມຕ້ອງການຢູ່ພາຍໃນເທົ່າ ນັ້ນ, ຫາກຍັງໄດ້ຮັບການຂາຍອອກສູ່ຕ່າງປະເທດອີກດ້ວຍ ໂດຍສະເພາະແມ່ນໄລຍະປີໃໝ່.
ບ້ານ ດ້າຍຮວ່າງ(ປະຈຸບັນແມ່ນບ້ານ ເຍີນເຫົ້າ, ຕາແສງ ຮວ່າເຫົ້າ, ເມືອງ ຫຼິ້ຍີນ, ຮ່ານາມ)ເຄີຍເປັນສະຖານທີ່ຂຶ້ນຊື່ລືສຽງກັບບົດປະພັນ “ໝູ້ບ້ານຫວູດ້າຍ” ຂອງອະດີດນັກຂຽນ ນາມກາວໃນເມື່ອກ່ອນ. ສ່ວນໝູ່ບ້ານດ້າຍຮວ່າງໃນປັດຈຸບັນພັດມີຊື່ສຽງໂດ່ງດັງໄປທົ່ວກັບ ລາຍການອາຫານຕົ້ມເຄັມປາມູນເຊື້ອ.
ແຕ່ກີ້ແຕ່ກອນ, ບ້ານ ຫວູດ້າຍ ເປັນເຂດນຳ້ເລິກ ປູກເຂົ້າກໍ່ບໍ່ພໍກິນ, ການລ້ຽງສັດກໍ່ບໍ່ພັດທະນາ, ພຽງແຕ່ມີໜອງຫຼາຍແຫ່ງ, ເໝາະ ກັບການຂຸດໜອງລ້ຽງປາເທົ່ານັ້ນ. ເຖິງໄລຍະ ທ້າຍປີ, ຊາວບ້ານຈຶ່ງ ສະຫນອງຈັບປາແລ້ວແບ່ງກັນກິນ. ເພື່ອປະໄວ້ກິນຍາວນານ, ຊາວ ບ້ານ ຈຶ່ງເອົາປາໄປຕົ້ມເຄັມໄວ້. ຊາວບ້ານຕົ້ມເຄັມປາໃສ່ໝໍ້ດິນປະໄວ້ກິນເປັນເດືອນ. ປະເພດປາທີ່ນຳມາຕົ້ມເຄັມໃຫ້ແຊບແມ່ນປາໂຄກໃຫຍ່ຂະໜາດ 3-4 ກິໂລ, ກ່ອນຈະເອົາໄປຕົ້ມເຄັມ, ຕ້ອງລ້າງນ້ຳໃຫ້ສະອາດ ແລະ ບໍ່ໃຫ້ນຳ້ບີປາແຕກ. ເຄື່ອງປຸງນຳໃຊ້ໃນການ ປຸງແຕ່ງເຍື່ອງອາຫານຕົ້ມເຄັມປາລວມມີ: ຂ່າ, ຂີງ, ນຳ້ໝາກນາວ, ນ້ຳຕານໄໝ້ ແລະ ນຳ້ປາ.
ຕາມເຈົ້າຂອງໂຮງງານຜະລິດ ຕົ້ມເຄັມປາພື້ນເມືອງ ເຈີ່ນບ້າລ້ວນ, ແມ່ນແຕ່ກ່ອນພວກຜູ້ເຖົ້າເພິ່ນມັກເອົານ້ຳແຊ່ກະປູຕົ້ມ, ແຕ່ປະຈຸບັນ ນີ້ເຂົາເຈົ້າມັກເອົານຳ້ປາແຊບມາໃຊ້ແທນກໍ່ບໍ່ເຮັດໃຫ້ເສຍລົດຊາດເກົ່າ.
ປາທີ່ນຳໃຊ້ຕົ້ມເຄັມຈະແມ່ນປາໂຄກ, ໃຫຍ່ຂະຫຍາດ 3-4 ກິໂລ, ກ່ອນຈະນຳໄປຕົ້ມ,
ປາຕ້ອງໄດ້ລ້າງໃຫ້ສະອາດ, ເພື່ອເຮັດໃຫ້ໝໍ້ຕົ້ມປາແຊບພິເສດນັ້ນ
ຕ້ອງບໍ່ເຮັດໃຫ້ ບີປາແຕກ, ພາບ: ຫວຽດເກື່ອງ/VNP
ເຄື່ອງປຸງທີ່ນຳໃຊ້ເພື່ອສ້າງລົດຊາດພິເສດໃຫ້ແກ່ໝໍ້ ຕົ້ມ ເຄັມປາດ້າຍຮວ່າງ ລວມມີ:
ຂ່າ, ຂີງ, ນຳ້ໝາກນາວ, ນ້ຳຕານໄໝ້, ນຳ້ປາແຊບ...ພາບ: ຫວຽດເກື່ອງ/VNP
ແຕ່ກ່ອນ, ເຂົາເຈົ້າມັກເອົານຳ້ດອງປູມາໃຊ້, ແຕ່ປະຈຸບັນ, ເຂົາເຈົ້າໃຊ້ນຳ້ປາແຊບແທນເພື່ອ,
ເຮັດໃຫ້ລົດຊາດ ເພີ່ມຄວາມເຂັ້ມຂຸ້ນ. ພາບ: ຫວຽດເກື່ອງ/VNP
ຟືນຕົ້ນລຳໄຍເປັນຟືນຊະນິດໜຶ່ງດີທີ່ສຸດໃນການຕົ້ນເຄັມປາ. ພາບ: ຫວຽດເກື່ອງ/VNP
ຊ່ວງໄລຍະເຮັດໄຟອ່ອນລົງ, ເຂົາເຈົ້າຈະນຳໃຊ້ຂີ້ແກບ ແລະ ຟືນຕົ້ນລຳໄຍ
ເພື່ອຮັກສາຄວາມຮ້ອນໃຫ້ສະໝຳ່ສະເໝີ. ພາບ: ຫວຽດເກື່ອງ/VNP
ເຕີມນຳ້ໃສ່ຊ່ວງໄລຍະທຳອິດເມື່ອໄຟແຮງ. ພາບ: ຫວຽດເກື່ອງ/VNP
ປາຕົ້ມໄປເລື້ອຍໆເປັນເວລາ 12-14 ຊົ່ວໂມງຈຶ່ງໄດ້ ຕາມມາດຕະຖານ. ພາບ: ຫວຽດເກື່ອງ/VNP
ໝໍ້ຕົ້ມເຄັມມີກິ່ນຫອມຫວນ, ເນື້ອປາແໜ້ນ, ຫວານ ແລະ ຫອມກິ່ນຂ່າ. ພາບ: ຫວຽດເກື່ອງ/VNP
ເຖິງໄລຍະປີໃໝ່, ຊາວບ້ານ ດ້າຍຮວ່າງ ກໍ່ຟ້າວຟັ່ງ ເຮັດປາຕົ້ມເຄັມ
ເພື່ອຈຳໜ່າຍອອກສູ່ທົ່ວທຸກບ່ອນ. ພາບ: ຫວຽດເກື່ອງ/VNP
ສິ່ງທີ່ສ້າງຈຸດແຕກຕ່າງຂອງເຍື່ອງອາຫານ ຕົ້ມເຄັມປາດ້າຍຮວ່າງແມ່ນນຳໃຊ້ໝໍ້ດິນເຜົານ້ອຍ ທີ່ນຳເຂົ້າມາແຕ່ ແຂວງແທງຮວາ ແລະ ເຫງະອານ. ກ່ອນທີ່ຈະເອົາປາຕົ້ມໃສ່, ໝໍ້ດິນເຜົານ້ອຍຕ້ອງໄດ້ນຳໄປຕົ້ມນຳ້ໃຫ້ຮ້ອນກ່ອນເພື່ອເຮັດໃຫ້ໝໍ້ແໜ້ນແກ່ນ ແລະ ລ້າງ ສິ່ງເປິະເປື້ອນໃນໝໍ້. ໃນເວລາຕົ້ມປາ ຕ້ອງເພີ່ມນຳ້ໝາກນາວໃສ່ເພື່ອ ບໍ່ໃຫ້ນຳ້ໃນໝໍ້ແຫ້ງ. ໄລຍະເວລາ ຕົ້ມປາປະມານ 12-14 ຊົ່ວໂມງ, ຕ້ອງມີຄົນເຝົ້າໝໍ້ ແລະ ເຕີມນຳ້ຕະຫຼອດ ເພື່ອບໍ່ໃຫ້ນ້ຳໃນໝໍ້ແຫ້ງ.
ຜະລິດຕະພັນສຳເລັດຮູບພາຍຫຼັງ 14 ຊົ່ວໂມງ ແມ່ນໝໍ້ ຕົ້ມເຄັມປາ ທີ່ມີກິ່ນຫອມຫວນ, ເນື້ອປາແໜ້ນດີ, ແຕ່ອ່ອນນຸ່ມ, ຫວານຫອມກິ່ນ ຂ່າ. ພິຖີພິຖັນຄືແນວນັ້ນລະ ແຕ່ຕາມການແບ່ງປັນຄວາມເຫັນຂອງປະຊາຊົນແມ່ນ ຕົ້ມເຄັມປາໝໍ້ໜຶ່ງທີ່ມີຄວາມໜັກ 2 ກິໂລຈະມີລາຄາ ແຕ່ 6 ແສນດົ່ງ -1 ລ້ານດົ່ງ, ຖ້າລົບຄ່າໃຊ້ຈ່າຍຕ່າງໆອອກແລ້ວຈະມີ ກຳໄລໜ້ອຍທີ່ສຸດ.
ລະດູການຕົ້ມເຄັມມປາແມ່ນເລີ່ມແຕ່ຕົ້ນເດືອນ 12 ຕາມຈັນທະປະ ຕິທິນ ໄລຍະນີ້ຈະຮັບລາຍການສັ່ງຊື້ສິນຄ້າສົ່ງເຂົ້າມາຫຼວງຫຼາຍ. ຄອບຄົວທີ່ຜະລິດຕົ້ມເຄັມປາໜ້ອຍສຸດແມ່ນສອງສາມສິບໝໍ້, ບ່ອນຫຼາຍສຸດແຕ່ລະວັນປະມານສອງສາມຮ້ອຍໝໍ້, ນຳໃຊ້ປາປະມານ 400-500 ກິໂລ ແມ່ນເລື່ອງປົກກະຕິ.
ຕາມທ່ານ ເຈີ່ນດຶກຕວ້ຽນ, ຮອງປະທານຄະນະກຳມະການຕາແສງຮວ່າເຫົ້າ ໃຫ້ຮູ້ວ່າ ປະຈຸບັນ ທົ່ວຕາແສງ ມີປະຊາຊົນປະມານ 30 ຄອບຄົວເຮັດອາຊີບຕົ້ມເຄັມປາທີ່ເປັນມູນເຊື້ອ, ໃກ້ຈະຮອດໄລຍະປີໃໝ່ທຸກປີປະຊາຊົນສຸມໃສ່ຕົ້ມເຄັມປາເພື່ອສົ່ງໄປເຂດຕ່າງໆ. ໜຶ່ງ ໃນບັນດາໂຮງງານນຳໜ້າໃນການສ້າງໜ້າເວັບໄຊໂຄສະ ນາຜະລິດ ຕະພັນ ຕົ້ມເຄັມປາ ດ້າຍຮວ່າງ, ທ່ານ ເຈີ່ນບ້າລ້ວນ, ເຈົ້າຂອງຮາກຖານຜະລິດ ຕົ້ມເຄັມປາ, ເຈີ່ນລ້ວນ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າສ້າງ ເວັບໄຊໂຄສະນາຜະລິດຕະພັນແຕ່ປີ 2009. ລູກຊາຍຂອງຂ້າພະ ເຈົ້າຮຽນຈົບວິຊາໄອທີ (IT) ການຂ່າວມາ, ສະນັ້ນການສ້າງຂຶ້ນນີ້ ແມ່ນຫົວຄິດປະດິດສ້າງຂອງລາວເອງ. ຍ້ອນນຳໃຊ້ລະບົບການຄ້າເອເລັກໂທນິກຈິ່ງເຮັດໃຫ້ຈຳນວນລູກຄ້າເພີ່ມຂຶ້ນສູງພໍສົມຄວນ”.
ແຕ່ກ່ອນ, ຊາວກະສິກອນຮູ້ພຽງແຕ່ອາໄສນຳການເຮັດນາ 2-3 ໄຫຼ່,ສະໄໝນັ້ນ ຕົ້ມເຄັມປາພຽງເປັນປະເພດອາຫານທຳມະດາສາມັນຂອງຊາວກະສິກອນເທົ່ານັ້ນ, ແຕ່ມາບັດນີ້ ຕົ້ມເຄັມປາ ດ້າຍ ຮວ່າງ ໄດ້ກາຍເປັນປະເພດອາຫານສຸດພິເສດ ຂອງເຂດຊົນນະບົດແລ້ວ. ຊາວບ້ານ ດ້າຍຮວ່າງ ປັດຈຸບັນໄດ້ຮູ້ຈັກສ້າງຮັ່ງຄູນມີຢູ່ເທິງແຜ່ນດິນບ້ານເກີດເມືອງນອນຂອງຕົນ. ສິ່ງທີ່ດີໃຈກວ່ານັ້ນແມ່ນວັນທີ 28 ຕຸລາ 2013, ບ້ານ ດ້າຍຮວ່າງ ໄດ້ສ້າງຕັ້ງ “ສະມາຄົມ ຕົ້ມເຄັມປາ ດ້າຍຮວ່າງ” ເພື່ອຊ່ວຍເຮັດໃຫ້ເຍື່ອງອາຫານ ຕົ້ມເຄັມປາດ້າຍຮວ່າງມີເຄື່ອງໝາຍການຄ້າເປັນທີ່ນິຍົມຊົມຊອບທີ່ສຸດຢູ່ພາຍໃນ ແລະ ໄດ້ຮັບການສົ່ງອອກຕ່າງປະເທດນຳອີກ.
ບົດ: ຕ໋ວນແອງ - ພາບ: ຫວຽດເກື່ອງ