• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພັດທະນາເສດຖະກິດ, ການທ່ອງທ່ຽວຂຽວແບບຍືນຍົງ

ຕອນບ່າຍວັນທີ  23 ມິຖຸນາ ທີ່ນະຄອນ ຮ້າລອງ , ແຂວງ ກວາງນິງ ໄດ້ດຳເນີນເວທີປາໄສ “ພັດທະນາເສດຖະກິດ, ການທ່ອງທ່ຽວຂຽວແບບຍືນຍົງ ປີ 2018”. ເວທີປາໄສແມ່ນເຫດການຕອບສະໜອງປີທ່ອງທ່ຽວແຫ່ງຊາດ ຢູ່ກວາງນິງ, ເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ, ການທ່ອງທ່ຽວຕາມທິດສີຂຽວ ແລະ ຍືນຍົງກວ່າ.


 ເວທີປາໄສ “ພັດທະນາເສດຖະກິດ, ການທ່ອງທ່ຽວແບບຍືນຍົງ ປີ 2018”

(ພາບ: nhandan.com.vn)

ເວທີປາໄສ “ພັດທະນາເສດຖະກິດ, ການທ່ອງທ່ຽວແບບຍືນຍົງ ປີ 2018” ໂດຍພະແນກທ່ອງທ່ຽວແຂວງ ກວາງນິງ ສົມທົບກັບສະຖາບັນຄົ້ນຄວ້າສື່ສານ ວັດທະນະທຳຊົນເຜົ່າ ຈັດຕັ້ງຂຶ້ນ.

ທີ່ເວທີປາໄສ, ບັນດາຜູ້ແທນທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ພ້ອມກັນແລກປ່ຽນກ່ຽວກັບບັນດາບັນຫາ: ນະໂຍບາຍພັດທະນາເສດຖະກິດ, ການທ່ອງທ່ຽວຕາມທິດຍືນຍົງ; ສະພາບການຕົວຈິງ ແລະ ມາດຕະການພັດທະນາເສດຖະກິດ, ການທ່ອງທ່ຽວຂຽວໃນໄລຍະໃໝ່; ບັນດາກຳນົດທິດການພັດທະນາການທ່ອງທ່ຽວຂຽວແບບຍືນຍົງ; ບົດບາດບັນດານັກລົງທຶນ ແລະ ບັນດາວິສາຫະກິດ ໃນການພັດທະນາການທ່ອງທ່ຽວແບບຍືນຍົງ…

ໃນຂອບເຂດເວທີປາໄສ, ຄະນະຈັດຕັ້ງກໍ່ໄດ້ຍ້ອງຍໍບັນດາໝູ່ຄະນະ ແລະ ສ່ວນບຸກຄົນດີເດັ່ນໃນການພັດທະນາເສດຖະກິດ - ການທ່ອງທ່ຽວປີ 2018.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top