
ເວທີປາໄສ “ພັດທະນາເສດຖະກິດ, ການທ່ອງທ່ຽວແບບຍືນຍົງ ປີ 2018”
(ພາບ: nhandan.com.vn)
ເວທີປາໄສ “ພັດທະນາເສດຖະກິດ, ການທ່ອງທ່ຽວແບບຍືນຍົງ ປີ 2018” ໂດຍພະແນກທ່ອງທ່ຽວແຂວງ ກວາງນິງ ສົມທົບກັບສະຖາບັນຄົ້ນຄວ້າສື່ສານ ວັດທະນະທຳຊົນເຜົ່າ ຈັດຕັ້ງຂຶ້ນ.
ທີ່ເວທີປາໄສ, ບັນດາຜູ້ແທນທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ພ້ອມກັນແລກປ່ຽນກ່ຽວກັບບັນດາບັນຫາ: ນະໂຍບາຍພັດທະນາເສດຖະກິດ, ການທ່ອງທ່ຽວຕາມທິດຍືນຍົງ; ສະພາບການຕົວຈິງ ແລະ ມາດຕະການພັດທະນາເສດຖະກິດ, ການທ່ອງທ່ຽວຂຽວໃນໄລຍະໃໝ່; ບັນດາກຳນົດທິດການພັດທະນາການທ່ອງທ່ຽວຂຽວແບບຍືນຍົງ; ບົດບາດບັນດານັກລົງທຶນ ແລະ ບັນດາວິສາຫະກິດ ໃນການພັດທະນາການທ່ອງທ່ຽວແບບຍືນຍົງ…
ໃນຂອບເຂດເວທີປາໄສ, ຄະນະຈັດຕັ້ງກໍ່ໄດ້ຍ້ອງຍໍບັນດາໝູ່ຄະນະ ແລະ ສ່ວນບຸກຄົນດີເດັ່ນໃນການພັດທະນາເສດຖະກິດ - ການທ່ອງທ່ຽວປີ 2018.
(ແຫຼ່ງຄັດຈາກ VOV)