• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນອັດກອງປະຊຸມສະໄໝສາມັນຄັ້ງທີ 5 ສະພາຜູ້ແທນປະຊາຊົນແຫ່ງຊາດຈີນຊຸດທີ 12

ຜູ້​ແທນ​ປະ​ມານ 2.900 ຄົນ​ເຂົ້າ​ຮ່ວມກອງ​ປະ​ຊຸມຄັ້ງ​ທີ 5
 ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​​ຈີນ​ຊຸດທີ 12
      ຕອນ​ເຊົ້າ​ວັນ​ທີ 15/3, ທີ່​ຫໍ​ປະ​ຊຸມ​ໃຫຍ່​ປະ​ຊາ​ຊົນ​ຢູ່​ນະ​ຄອນຫຼວງ ປັກ​ກິ່ງ, ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 5 ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​​ຈີນ​ຊຸດທີ 12 ໄດ້​ອັດ​ລົງ​, ໂດຍພາຍ​ໃ​ຕ​້​ການ​ເປັນ​ປະ​ທານ​ຂອງ​ທ່ານ ​ຈາ​ງ​ເຕີ​ແຈງ, ຫົວ​ໜ້າກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​​ຈີນ. ເຂົ້າ​ຮ່ວມ​ພິ​ທີ​ອັດ​ມີ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ເຄ​ີ​ຊຽນ, ​ທ່ານປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ ​ແຫ່ງ​ຊາດ​​ຈີນ ອີ​ເຈີ້ງ​ເສິ່ງ ແລະ ການນຳຂັ້ນ​ສູງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ແລະ ລັດ​ຖະ​ບານ, ພ້ອມ​ກັບ​ສະ​ມາ​ຊິກ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ປະ​ມານ 2.900 ຄົນ. ທີ່​ພິ​ທີ​​ອັດ​ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້​ລົງ​​ມະ​ຕິ​ຮັບ​ຮອງ​ເອົາ​ບັນ​ດາ​ມະ​ຕິ​ສຳ​ຄັນ​ເຊິ່ງ​ລວມ​ມີ: ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ, ມະ​ຕິ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ ແລະ ເສດ​ຖະ​ກິດ​​ - ສັງ​ຄົມແຫ່ງ​ຊາດ​ປີ 2016 ແລະ ແຜນ​ການ​ພັດ​ທະ​ນາເສດ​ຖະ​ກິດ - ສັງ​ຄົມ​ແຫ່ງ​ຊາດ​ປີ 2017…
 (ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ນາງ ນະລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top