• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານພົບປະແລກປ່ຽນສະແດງສິລະປະ, ກິລາສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ

      ເນື່ອງໃນໂອກາດ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ  -ລາວ (5/9/1962 -5/9/2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 -18/7/2017),

ການສະແດງສິລະປະທີ່ລາຍການ
      ວັນທີ 5 ສິງຫາ, ສະຖານທູດ ຫວຽດນາມ ແລະ ສະຖານທູດ ລາວ ປະຈຳ ສະຫະພັນລັດເຊຍ ໄດ້ສົມທົບກັນຈັດຕັ້ງງານພົບປະແລກປ່ຽນສະແດງສິລະປະ, ກິລາ, ກ່າວຄຳເຫັນທີ່ງານພົບປະແລກປ່ຽນ, ທ່ານ ຫງວຽນແທງເຊີນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ໄດ້ເນັ້ນໜັກວ່າ:
        ການເຄື່ອນໄຫວໃນມື້ນີ້, ພວກຂ້າພະເຈົ້າພ້ອມກັບສະຖານທູດ ສປປ ລາວ ປະຈຳ ສະຫະພັນລັດເຊຍ ຈັດຕັ້ງ, ໄດ້ເປັນການຢັ້ງຢືນອີກເທື່ອໜຶ່ງ, ການພົວພັນມິດຕະພາບລະຫວ່າງ ຫວຽດນາມ - ລາວ ເຖິງວ່າຢູ່ບ່ອນໃດ, ເວທີປາໄສໃດ ພວກເຮົາກໍ່ສະໜິດຕິດພັນ, ເປັນເອກະພາບນຳກັນກ່ຽວກັບທັດສະນະ, ໄມຕີຈິດ, ປາດຖະໜາຢາກຮັກສາ ແລະ ພັດທະນາການພົວພັນນີ້ໃຫ້ໝັ້ນຄົງຍາວນານ. ບົນພື້ນຖານ, ການຮ່ວມມືຖານສະຫາຍອ້າຍນ້ອງ, ບໍລິສຸດຜຸດຜ່ອງລະຫວ່າງ ຫວຽດນາມ ແລະ ລາວ ຈະຊຸກຍູ້ປະຊາຊົນ 2 ປະເທດສືບຕໍ່ບັນລຸໄດ້ຄວາມເປັນກຽດອັນສະຫງ່າ ແລະ ຈະເລີນຮຸ່ງເຮືອງ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top