• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄາດຄະເນໄພເງິນເຟີ້ສະເລ່ຍຂອງ ຫວຽດນາມໃນ ປີ 2019 ແມ່ນແຕ່ 3.17 – 3.41%

ວັນທີ 3 ກໍລະກົດ, ທ່ານ ເວືອງດິ່ງເຫ້ວ, ຮອງນາຍົກລັດຖະມົນຕີຫວຽດນາມ, ຫົວໜ້າຄະ ນະຊີ້ນຳບໍລິຫານລາຄາຂອງລັດຖະບານ, ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳ ເພື່ອຜັນຂະຫຍາຍໜ້າທີ່ຊຸມເດືອນທີ່ຍັງເຫຼືອຂອງປີ 2019.


ກອງປະຊຸມຄະນະຊີ້ນຳ ເພື່ອຜັນຂະຫຍາຍໜ້າທີ່ຊຸມເດືອນທີ່ຍັງເຫຼືອຂອງປີ 2019

(ພາບ: thoibaotaichinhvietnam.vn)


ຄະນະຊີ້ນຳບໍລິຫານລາຄາຄາດຄະເນວ່າ ໄພເງິນເຟີ້ສະເລ່ຍໃນປີ 2019 ແມ່ນປະມານ ແຕ່ 3,17 – 3,41%. ດ້ວຍອັດຕາສ່ວນນີ້, CPI ປີ 2019 ຈະເພີ່ມຂຶ້ນຕ່ຳກ່ວາປີ 2018, ດັ່ງນັ້ນ, ບັນດາປະເພດສິນຄ້າທີ່ໄດ້ຮັບການບໍລິຫານລາຄາຕາມແຜນການຍັງມີທ່າແຮງເພື່ອພິຈາລະນາໃນໄຕມາດ ທີ IV/2019.

        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຈົ່ງສືບຕໍ່ຕິດຕາມການຜັນແປຂອງການສະໜອງ - ຄວາມຕ້ອງການຂອງຕະຫຼາດ, ລາຄາຢ່າງໃກ້ຊິດ, ເພື່ອມີວິທີການແກ້ໄຂຕະຫຼາດໃຫ້ເໝາະສົມ. ໄປຄຽງຄູ່ກັນນັ້ນ, ກໍ່ບໍລິຫານນະໂຍບາຍປີການເງິນຢ່າງແໜ້ນແຟ້ນ, ນະໂຍບາຍເງິນຕາຢ່າງເປັນເຈົ້າການ, ມີໄຫວພິບ, ສົມທົບກັບບັນດານະໂຍບາຍ ເສດຖະກິດມາຫະພາກອື່ນເພື່ອຄວບຄຸມໄພເງິນເຟິ້ຕາມເປົ້າໝາຍທີ່ໄດ້ວາງອອກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top