• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຫຼາຍຢ່າງໃນວັນບຸນວິສາຂະບູຊາຖືກຈັດຂຶ້ນຢູ່ບັນດາແຂວງພາກກາງ

      ວັນບຸນວິສາຂະບູຊາປີນີ້, ສະມາຄົມພຸດທະສາສະໜາບັນດາແຂວງ, ນະຄອນທາງພາກກາງ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງຄື: ພິທີຫົດສົງ, ພິທີແຫ່ພະພຸດທະຮູບ ພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນມີຄວາມອິ່ມໜຳສຳລານຢູ່ເຢັນເປັນສຸກ ແລະ ໂລກມີສັນຕິພາບ, ພ້ອມກັບການເຄື່ອນໄຫວກູ້ສົນມຸ່ງໄປເຖິງການຊ່ວຍເຫືຼອຄົນທຸກຍາກ.

ວັດວາອາຮາມລ້ວນແຕ່ໄດ້ຮັບການປະດັບປະດາຂັນບູຊາຂ່ຳນັບຮັບຕ້ອນວັນບຸນວິສາຂະບູຊາ 
(ພາບປະກອບ)
      ຢູ່ນະຄອນເຫ້ວ ໃນຊຸມມື້ນີ້, ຢູ່ທົ່ວທຸກແຫ່ງ, ຈາກບັນດາວັດວາອາຮາມໃຫຍ່ທີ່ມີຊື່ສຽງຂອງກຸງເກົ່າເຫ້ວ ຕະຫຼອດຮອດບັນດາສະຖານທີ່ດຳເນີນການເຄື່ອນໄຫວສາສະໜາພຸດຂຶ້ນກັບ 9 ເມືອງ, ເທດສະບານເມືອງລ້ວນແຕ່ໄດ້ຮັບການປະດັບປະດາຂັນບູຊາຂ່ຳນັບຮັບຕ້ອນວັນບຸນວິສາຂະບູຊາ. ປີນີ້, ວຽກງານຈັດຕັ້ງວັນບຸນວິສາຂະບູຊາ ໄດ້ຮັບການກະກຽມ ຢ່າງລອບຄອບທີ່ຖ້ວນຈາກຄະນະບໍລິຫານງານພຸດທະສາສະໜາຫວຽດນາມ. ໃນຊຸມມື້ນີ້, ວັດສ່ວນຫຼາຍ ແລະ ບັນດາພຸດທະສາສະນິກກະຊົນໃນບໍລິເວນແຂວງລ້ວນແຕ່ເຂົ້າຮ່ວມບັນດາການເຄື່ອນໄຫວກຸ້ສົນ, ມອບຂອງຂວັນໃຫ້ຜູ້ທຸກຍາກ, ຜູ້ເຖົ້າຜູ້ແກ່ບໍ່ມີບ່ອນເພິ່ງພາອາໄສ, ຄົນເຈັບທີ່ທຸກຍາກ...
      ສ່ວນຢູ່ນະຄອນດ່ານັ້ງ, ປີນີ້, ຄະນະບໍລິຫານງານພຸດທະສາສະໜາຫວຽດນາມ ນະຄອນ ໄດ້ຈັດຕັ້ງລາຍການໃຈບຸນໃຈກຸ້ສົນຫຼາຍຢ່າງ, ມຸ່ງໄປເຖິງບັນດາເດັກກຳພ້າ ແລະ ຜູ້ທຸກຍາກໃນທົ່ວນະຄອນຄື: ຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ທຸກຍາກ, ຄົນເຈັບພວມປິ່ນປົວພະຍາດຢູ່ບັນດາໂຮງໝໍ; ກວດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ພໍ່ແມ່ພີ່ນ້ອງຢູ່ເຂດຫ່າງໄກສອກຫຼີກ…
 (ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອ​ກ​ກາງ: ອາ​ເມ​ລິ​ກາ ອອກ​ຄຳ​ກ່າວ​ເຕືອນ​ໃໝ່​ກ່ຽວ​ກັບ​ຊ່ອງ​ແຄບ​ທະ​ເລ Hormuz

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອ​ກ​ກາງ: ອາ​ເມ​ລິ​ກາ ອອກ​ຄຳ​ກ່າວ​ເຕືອນ​ໃໝ່​ກ່ຽວ​ກັບ​ຊ່ອງ​ແຄບ​ທະ​ເລ Hormuz

ວັນ​ທີ 28 ກໍ​ລະ​ກົດ, ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​ອອກ​ຖະ​ແຫຼງ​ການວ່າ ວໍ​ຊິງ​ຕັນ​ ພວມ​ຄວບ​ຄຸມ​ຊ່ອງ​ແຄບ​ທະ​ເລ Hormuz ແລະ ມີ​ພຽງ​ແຕ່ບັນ​ດາ​ກ່ຳ​ປັ່ນ​ທີ່​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ ອາ​ເມ​ລິ​ກາ ຈຶ່ງ​ສາ​ມາດ​ໄປ​ຜ່ານ​ເສັ້ນ​ທາງ​ທ​ະ​ເລ​ຍຸດ​ທະ​ສາດ​ນີ້.

Top