• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ຈັດຂຶ້ນຢູ່ ປະເທດໄທ

      ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຖືກດໍາເນີນໃນລະຫວ່າງວັນທີ 10 – 12 ກໍລະກົດ ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ. 

ທ່ານ ພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ
ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດປຣະຣິດ ວົງສຸວັນ
      ກອງປະຊຸມ ມີຫົວຂໍ້ວ່າ “ຄວາມໝັ້ນຄົງແບບຍືນຍົງ”, ສ້າງຂີດໝາຍບາດກ້າວເດີນສໍາຄັນໃນການເພີ່ມທະວີການຮ່ວມມືດ້ານການທະຫານພາຍໃນກຸ່ມໃຫ້ດີກວ່າອີກ. ຄະນະຜູ້ແທນທະຫານຂັ້ນສູງຫວຽດນາມ ໂດຍທ່ານ ພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມກອງປະຊຸມ.
        ທີ່ກອງປະຊຸມ, ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ປຶກສາຫາລືກ່ຽວກັບບັນດາກອບຂໍ້ລິເລີ່ມ ອາຊຽນ ກ່ຽວກັບນະໂຍບາຍຄວາມໝັ້ນຄົງ, ການຊ່ວຍເຫຼືອດ້ານເສນາຮັກ ແລະ ບົດບາດຂອງ ອາຊຽນ ໃນການຄຸ້ມຄອງ ຊາຍແດນ. ລັດຖະມົນຕີບັນດາປະເທດ ຈະປຶກສາຫາລືກ່ຽວກັບການເປີດກວ້າງການຕິດຕໍ່ຜ່ານໂທລະສັບສາຍດ່ວນໂດຍກົງ ລະຫວ່າງ ອາຊຽນ ກັບບັນດາປະເທດຄູ່ເຈລະຈາ ເຊິ່ງລວມມີ ອາເມລິກາ, ນິວຊີແລນ, ອົດສະຕາລີ, ລັດເຊຍ, ສ.ເກົາຫຼີ, ຈີນ, ອິນເດຍ ແລະ ຍີ່ປຸ່ນ; ກໍຄືການໜູນຊ່ວຍດ້ານເສນາຮັກ.
        ຄາດວ່າ, ລັດຖະມົນຕີບັນດາປະເທດ ຈະຮຽບຮຽງຖະແຫຼງການ ເພື່ອແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບບັນຫາຈັບຫາປາຢ່າງຜິດກົດໝາຍ, ບໍ່ແຈ້ງລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກໍານົດ (IUU) ແລະ ບົດບາດຂອງກອງທັບບັນດາປະເທດ ອາຊຽນ ໃນການຄວບຄຸມບັນຫານີ້.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top