• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ໂບດດຶກບ່າໄຊງ່ອນ

ນັກທ່ອງທ່ຽວຈາກສາລະທິດເມື່ອມາຮອດນະຄອນໂຮ່ຈີມິນ ມັກຈະເລືອກຈະຕຸລັດຊົມລົມຊົນປາຣີເປັນສະຖານທີ່ແຫ່ງ  ທຳອິດ ເພື່ອການຄົ້ນພົບນະຄອນ. ນີ້ແມ່ນສະຫນາມຫລວງ ຂະໜາດນ້ອຍ ຕັ້ງຢູ່ ໃຈກາງຂອງນະຄອນໂຮ່ຈີມິນ, ບ່ອນທີ່ ມີກິດຈະການ ສະຖາປັດຕະຍະກຳທີ່ລືຊື່ສອງແຫ່ງຄື: ໂບດ ດຶກບ່າປາຣີ ແລະ ສູນກາງໄປສະນີ. ຊຶ່ງແມ່ນບັນດາຈັກຂຸພະ ຍານທີ່ມິດງຽບ ຕໍ່ຊີວິດທີ່ສະຫງົບສຸກ ແລະ ທັງມີຊີວິດຊີວາຢູ່ທີ່ແຫ່ງນີ້.
ຈະຕຸລັດຊົມລົມຊົນປາຣີເຊື່ອມຕໍ່ລະຫວ່າງເສັ້ນທາງໂດ່ງເຂີຍ ແລະ ເລຢ໊ວນ ຢູ່ເມືອງ 1, ບ່ອນທີ່ມີໂບດດຶກບ່າທີ່ເກົ່າແກ່ ຄຶກຂືມມີອາຍຸ 135 ປີ ຕັ້ງຢູ່ໃຈກາງນະຄອນ.

ເພື່ອຈຸດປະສົງລອກແບບໂບດດຶກບ່າປາຣີຢູ່ຝຮັ່ງ, ໂບດດຶກບ່າ ໄຊງ່ອນຖືກຄົນຝຣັ່ງລົງມືກໍ່ສ້າງເມື່ອວັນທີ 7 ຕຸລາ 1877 ແລະ ສຳເລັດໃນປີ 1888 ໂດຍອີງໃສ່ການອອກແບບຂອງ ນັກສະ ຖາປານິກ J.Bourad. ໂບດແຫ່ງນີ້ມີການ ສະຖາປັດຕະຍະກຳ ຕາມແບບ ໂຣມ(Roman), ປະສົມປະສານກັບແບບ ໂກຕິກ (Gothic), ມີລວງຍາວ 93 ແມັດ, ລວງກວ້າງ 35 ແມັດ ແລະ ຂອບຫຼັງຄາສູງ 21 ແມັດ.

ປີ 1895, ທາງໂບດໄດ້ໃຫ້ການກໍ່ສ້າງຕື່ມອີກຫໍລະຄັງສອງຫຼັງ, ແຕ່ລະຫຼັງສູງ 57,6 ແມັດ ແລະ ມີ 6 ລະຄັງທອງມີນ້ຳໜັກ 28,85 ໂຕນ. ດ້ານໜ້າຂອງໂບດມຸ່ງໄປຖະໜົນໂດ່ງເຂີຍ, ເປັນ ໜຶ່ງໃນ ບັນດາເສັ້ນທາງທີ່ເກົ່າແກ່ທີສຸດ ແລະ ໜາແໜ້ນທີ່ສຸດ ຂອງນະຄອນໄຊງ່ອນ.

ດິນຂໍທີ່ໃຊ້ມຸງຫຼັງຄາໂບດລວມມີ 3 ຊະນິດຕົ້ນຕໍຄື: ດິນຂໍສອງຊັ້ນດິນຂໍຜູ້ ແລະ ດິນຂໍແມ່ຂວ້ຳຫນ້າໃສ່ກັນໃຊ້ມຸງຫຼັງຄາຕຳ່, ດິນຂໍເກັດປາມຸງເຂດຫຼັງຄາກາງ ແລະ ດິນຂໍແດງທີ່ນຳເຂົ້າ ຈາກຝຣັ່ງ ມຸງເຂດຫ້ອງທຳມະ.  ດິນຂໍທຸກປະເພດ ລ້ວນແຕ່ ມີລັກສະນະມຸງໄດ້ງ່າຍ, ແໜ້ນໜາ, ທົນທານກັບແດດກ້າ ຝົນ ຕົກ ແລະ ສາມາດນຳໃຊ້ໄດ້ຍາວນານ.

ຝາຜະໜັງໂບດປະກອບດ້ວຍສອງສ່ວນ, ສ່ວນພື້ນໄດ້ກໍ່ດ້ວຍ ຫີນກ້ອນໃຫຍ່ ແລະ ສ່ວນຝາຜະໜັງໄດ້ກໍ່ດ້ວຍດິນຈີ່ເຜົາ. ຊຶ່ງ ເປັນປະເພດດິນຈີ່ທີ່ຜະລິດຢູ່ພາຍໃນປະເທດເມື່ອ ສະຕະວັດ ທີ XIX, ມີຄວາມຄົງທົນ, ບໍ່ຕິດຂີ້ຝຸ່ນ, ເປັນໄຄ ແລະ ສີບໍ່ປ່ຽນແປງ ໄປຕາມການເວລາ. ຝາຜະໜັງໂບດ ມີຄວາມໜາ 65 ຊມ, ສາ ມາດກັນຄວາມຮ້ອນ, ກັນສຽງ ແລະ ກັນຄວາມເນືອງນັນ ຈາກທາງນອກອີກດ້ວຍ. 

ໂບດດຶກບ່າໄຊງ່ອນທີ່ເກົ່າແກ່ເໝືອນດັ່ງຈັກຂຸພະຍານທີ່ງຽບຂຶມ ຕໍ່ໜ້າຊີວິດທີ່ສະຫງົບສຸກ
ແລະ ທັງມີຊີວິດຊີວາຂອງນະຄອນ. ພາບ: ຫງວຽນລວນ



ຮູບປັ້ນຄຸນແມ່ຮວ່າບິ່ງ (ແມ່ສັນຕິພາບ) ສູງ 4,6 ແມັດກໍ່ດ້ວຍ ຫີນອ່ອນຂອງອີຕາລີ ຕັ້ງຢູ່ຕໍ່ໜ້າໂບດ, ເປັນບ່ອນ
ອະທິຖານ ທາງດ້ານສາສະໜາ ຂອງຊາວກາໂຕລິກ. ພາບ: ຫງວຽນລວນ


ຊາວກາໂຕລິກອະທິຖານ ຂໍຮ້ອງຢູ່ໃຕ້ຮູບປັ້ນຄຸນແມ່ ຮວ່າບິ່ງສູງ 4,6 ແມັດຢູ່ຕໍ່ໜ້າ ໂບດດຶກບ່າ. ພາບ: ຫງວຽນລວນ
 

ຮູບປັ້ນດຶກແມ່ຮ່ວາບິ່ງສະທ້ອນແສງສີຍິບຍັບໃນຍາມລາຕີ. ພາບ: ຫງວຽວລວນ


ໂບດເປີດປະຕູຮັບແຂກເປັນປະຈຳ ແລະ ຈັດພິທີ ສວດມົນ ຂຶ້ນຫຼາຍຄັ້ງໃນມື້ໜຶ່ງ, ພິເສດແມ່ນໃນວັນອາທິດ
ມີທັງພິທີ ສວດມົນເປັນທັງພາສາຫວຽດນາມ ແລະ ພາສາອັງກິດ. ພາບ: ຈ້ອງຈິ໋ງ


ລະບົບເຄຶ່ອງຈັກຂອງໂມງຂອງໂບດສູງປະມານ 2,5 ແມັດ, ຍາວປະມານ 3 ແມັດ. ພາບ: ເອກະສານ VNP
 
ທັງສອງຫໍລະຄັງບັນຈຸ 6 ໜ່ວຍລະຄັງໃຫຍ່, ໄດ້ຮັບການຜະລິດຢູ່ປະເທດຝຣັ່ງ ແລະ ກໍ່ມີແຕ່
ຄ່ຳຄືນວັນບຸນ ກຣິສມາດຈຶ່ງມີສຽງດັງຂຶ້ນເທົ່ານັ້ນ. ພາບ: ເອກະສານ VNP


ທົ່ວຫໍທຳມະສະພາມີປ່ອງຢ້ຽມແກ້ວສີ 56 ໜ່ວຍ ໂດຍບໍລິສັດ Lorin ຂອງແຂວງ Chartres ຝຣ່ັງຜະລິດ. ພາບ: ເອກະສານ VNP

ສະຖາປັດຕະຍະກຳທາງໃນຫໍທຳມະສະພາ ສ້າງໃຫ້ມີ ແສງສະຫວ່າງທີ່ກົມກຽວກັບເຄື່ອງຕົບແຕ່ງພາຍໃນ
ແລະ ສ້າງຄວາມຮູ້ສຶກສັກສິດ. ພາບ: ເອກະສານ VNP
 

ພວກເດັກນ້ອຍມ່ວນກັບການໃຫ້ນົກກາງແກກິນດ້ວຍຕົນເອງ, ຈັບບາຍ ແລະ ຖ່າຍຮູບກັບພວກມັນ. ພາບ: ຫງວຽນລວນ

ມີຄູ່ໄວໜຸ່ມຫຼາຍຄົນໄດ້ເລືອກເອົາເຂດຈະຕຸລັດຊົມລົມຊົນ ປາຣີ ເປັນບ່ອນຖ່າຍຮູບພາບໃນໂອກາດຈັດງານດອງຂອງຕົນ. ພາບ: ຫງວຽນລວນ
 

ຄູ່ບ່າວສາວຖ່າຍຮູບເປັນທີ່ລະລຶກຢູ່ຄຽງຂ້າງໂບດດຶກບ່າ. ພາບ: ຫງວຽນລວນ


ເຂດຈະຕຸລັດຊົມລົມຊົນຍິ່ງກາຍເປັນບ່ອນຄຶກຄື້ນ, ມີຊີວິດ ຊີວາໃນຍາມລາຕີ. ພາບ: ຫງວຽນລວນ


ນັກທ່ອງທ່ຽວຕ່າງປະເທດມາຢ້ຽມຢາມໄປສະນີກາງໄຊງ່ອນ ຢູ່ຂ້າງໂບດດຶກບ່າ. ພາບ: ຫງວຽນລວນ


ສວນສາທາລະນະ 30/4 ຢູ່ຄຽງຂ້າງໂບດດຶກບ່າໄດ້ກາຍເປັນ ສະຖານທີ່ທີ່ຄຸ້ນເຄີຍໃນການຈັດຕັ້ງກິດຈະກຳ
ເຄື່ອນໄຫວ ວັດທະນະທຳ, ກິລາຂອງລຸ້ນໜຸ່ມ. ພາບ: ຫງວຽນລວນ



ໂບດດຶກບ່າໄຊງ່ອນປີນີ້ມີອາຍຸຄົບຮອບ 135 ປີ ແລ້ວ. ເປັນ ໜ່ຶງໃນບັນດາ
ສັນຍາລັກສະຖາປັດຕະຍະກຳ ຂອງນະຄອນໂຮ່ ຈີມິນ. ພາບ: ຈ້ອງຈິ໋ງ

 

ຄາດວ່າໃນທ້າຍປີ 2015,  ໂບດດຶກບ່າຈະໄດ້ຮັບການ ປະຕິສັງຂອນຫຼາຍກິດຈະກຳທີ່ຖືກຊຸດໂຊມ ແລະ ເປ່ເພຄື: ຫຼັງຄາດິນຂໍ, ຈອມທາດ, ເສົາ, ກອນ, ແຂນນາງ, ແກ້ວ, ແລະ ຝາຜະໜັງທາງນອກທີ່ເປິະເປື້ອນ.
ການຕົກແຕ່ງພາຍໃນສະຖານທີ່ບູຊາ ໄດ້ຮັບການອອກແບບ ເປັນຫ້ອງກາງໃຫ່ຍ ແລະ ສອງຫ້ອງກາງນ້ອຍ ແລະ ຕໍ່ດ້ວຍຫ້ອງສວດມົນແບ່ງເປັນສອງແຖວ ສາມາດບັນຈຸ ໄດ້ປະມານ 1.200 ຄົນ, ມີລະບຽງແລ່ນອ້ອມຂ້າງຫໍທຳມະ. ມີ 56 ປ່ອງຢ້ຽມແກ້ວສີ ອ້ອມຮອບຝາຜະໜັງຢູ່ເບື້ອງຫຼັງໂບດມີຮູບ ພາບ ພັນລະນາເຖິງຕົວລະຄອນ ຫຼື ເຫດການຕ່າງໆໃນຜູກຄຳ ພີເປັນໜຶ່ງໃນບັນດາຈຸດຄວາມເປັນເອກະລັກຂອງໂບດ.

ໂບດດຶກບ່າໄຊງ່ອນເປັນໜຶ່ງໃນຈຳນວນໂບດສອງແຫ່ງຢູ່ຫວຽດນາມ ໄດ້ຖືກຍົກຂຶ້ນເປັນຫໍທຳມະສະພາໃນປີ 1960. ຈາກນັ້ນ, ຊື່ເອີ້ນທາງການຂອງໂບດດັ່ງກ່າວແມ່ນຫໍທຳມະສະພາດຶກບ່າ ໄຊງ່ອນ (Basilica of Our Lady of the Immaculate Conception), ແຕ່ຍ້ອນວ່າຊື່ເອີ້ນໂບດດຶກບ່າໄຊງ່ອນ ໄດ້ກາຍ ເປັນຄວາມຄຸ້ນເຄີຍຂອງທ້ອງຖິ່ນແຫ່ງນີ້ແລ້ວ.

ປັດຈຸບັນ, ໂບດດຶກບ່າໄຊງ່ອນໄດ້ກາຍເປັນ ໜຶ່ງໃນບັນດາ ສັນຍາລັກສະຖາປັດຕະຍະກຳທີ່ໂດດເດັ່ນຂອງໄຊງ່ອນ. ຊຶ່ງບໍ່ ພຽງແຕ່ເປັນບ່ອນທີ່ສະຫງວນໃຫ້ແກ່ຊາວກາໂຕລິກມາເຮັດ ພິທີ, ອະທິຖານວິ່ງວອນເທົ່ານັ້ນ ຫາກຍັງກໍເປັນສະຖານທີ່ ທ່ອງທ່ຽວທີ່ໜ້າຈັບໃຈສຳລັບນັກທ່ອງທ່ຽວເມື່ອມາຮອດນະຄອນໂຮ່ຈີມິນອີກດ້ວຍ.

ໃນມື້ເຊົ້າຂອງທ້າຍອາທິດ, ສະຖານທີ່ນ້ອຍໆຕໍ່ໜ້າໂບດ ມີຮູບປັ້ນຄຸນແມ່ຮວ່າບິ່ງ (ແມ່ສັນຕິພາບ) ສູງ 4,6 ແມັດເຮັດດ້ວຍ ຫີນອ່ອນເປັນບ່ອນອະທິຖານຮ້ອງຂໍທາງດ້ານສາສະໜາຂອງ ຊາວກາໂຕລິກ. ມີນົກກາງແກນັບເປັນຮ້ອຍໂຕບີນເວີ່ນລົງ ເດີ່ນອ້ອມຂ້າງຕີນຮູບປັ້ນ ເພື່ອຊອກອາຫານຈາກຜູ້ໃຈບຸນ. ພວກເດັກນ້ອຍມັກເອົາອາຫານໃຫ້ນົກກາງແກກິນ, ຈັບບາຍ ແລະ ຖ່າຍຮູບກັບນົກຢ່າງຊະນິດສະຫນົມ. 
ບົດ: ເຊີນເງ້ຍ - ພາບ: ຈ້ອງຈິ໋ງ, ຫງວຽນລວນ ແລະ ເອກະສານ VNP

 

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ ແມ່ນໜຶ່ງໃນບັນດາ ເຂດ ຮັກສາລະບົບນິເວດ ໃຫຍ່ສຸດຢູ່ ຫວຽດນາມ ແລະ ໃນໂລກ. ສະຖານທີ່ນີ້ ປະກອບດ້ວຍຄຸນຄ່າ ທີ່ເປັນເອກະລັກ ຢ່າງຍິ່ງ ມີທັງ ປ່າໄມ້ ແລະ ລະບົບນິເວດທາງທະເລ. ມາ​ຍັງ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດບ່າ, ​ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ສໍາຜັດ ປະສົບການ ແລະ ສຳ​ຫຼວດ​ລະບົບ​ນິ​ເວດ ຂອງສັດ ​ແລະ ພືດ​ ທີ່​ຫຼາກ​ຫຼາຍ.

Top