• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ເຮືອນຍາວຢູ່ບ້ານ ໂກ ເຊຍ

ເມື່ອມາເຖິງນະຄອນ ບວນເມຖວດ, ນັກທ່ອງທ່ຽວຈະປະທັບໃຈ ກັບຮູບການທ່ອງທ່ຽວທີ່ໃໝ່ອ່ຽມຂອງພີ່ນ້ອງຊົນເຜົ່າ ເອເດ ຢູ່ບ້ານ ໂກ ເຊຍ (ຕາແສງເຕິນເລີບ)ນັ້ນກໍ່ຄື ຢ້ຽມຢາມເຮືອນຍາວ ແລະ ປະທັບໃຈກັບວັດທະນະທຳ ທີ່ເປັນເອກະລັກ ທີ່ຜູ້ຄົນຢູ່ທີ່ນີ້ໄດ້ອະນຸລັກຮັກສາໄວ້ນັບຫລາຍພັນປີມາແລ້ວ. 
ກ່ອນໜ້ານີ້ ບ້ານໂກ ເຊຍ ເປັນບ້ານນ້ອຍແຫ່ງໜຶ່ງ ຂອງເຜົ່າເອເດ ທີ່ມີຫລັງຄາເຮືອນຍາວຢຽດ ແລະ ເປັນໜຶ່ງໃນສີ່ໝູ່ບ້ານເກົ່າແກ່ປະກອບເປັນນະຄອນ ບວນເມຖວດ ໃນປັດຈຸບັນ. ເມື່ອນະຄອນໄດ້ຮັບການຂະຫຍາຍກວ້າງອອກ, ບ້ານ ໂກ ເຊຍ ຊຶ່ງ ປັດຈຸບັນສັງກັດຕາແສງເຕິນເລີບໄດ້ ຖືກຫັນເປັນຕົວເມືອງ ແລະ ຄ່ອຍໆເຮັດໃຫ້ບັນດາຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າເອເດຖືກສູນຫາຍໄປນຳ. ຕໍ່ໜ້າສະພາບການດັ່ງກ່າວ, ກ່ອນນີ້ 10 ກວ່າປີ, ພໍ່ເຖົ້າ ມາແລນທີ່ ເປັນເຈົ້າກົກເຈົ້າເຫລົ່າ ໄດ້ເຕົ້າໂຮມບັນດາຜູ້ອາຍຸສູງພາຍໃນບ້ານ ເພື່ອສ້າງຕັ້ງໜ່ວຍຄ້ອງບ້ານ ໂກເຊຍ ແນໃສ່ຖ່າຍທອດໃຫ້ແກ່ຄົນລຸ້ນໜຸ່ມ ວິທີຕີຄ້ອງ ຊຶ່ງແມ່ນວັດທະນະທຳທີ່ເປັນເອກະລັກ ຂອງເຜົ່າ ເອເດ ຢູ່ໄຕງວຽນ.

ຫວນຄືນເຖິງສະໄໝນັ້ນ, ພໍ່ເຖົ້າ ມາແລນໃຫ້ຮູ້ວ່າ: “ຊາວເຜົ່າ ເອເດ ຢູ່ບ້ານ ໂກເຊຍພວກຂ້າພະເຈົ້າຢາກຟັງ ສຽງຄ້ອງ ເໝືອນດັ່ງ ຫ້ວຍກະຫາຍນຳ້ໃນລະດູແລ້ງ ຢູ່ໄຕງວຽນ. ນັບຕັ້ງແຕ່ ພວກ ຂ້າພະເຈົ້າເປີດຫ້ອງຮຽນ ສອນວິທີຕີຄ້ອງ ໃຫ້ແກ່ຄົນລຸ້ນໜຸ່ມເປັນຕົ້ນມາ, ສຽງຄ້ອງໄດ້ດັງກ້ອງກັງວານໄປທົ່ວ ໃນແຕ່ລະຄໍ່າຄືນຢູ່ ເຮືອນຍາວ ຖ້ວມທົ້ນສຽງກ້ອງສະໜັ່ນຂອງເຄື່ອງວິທະຍຸ ໂທລະໂຄ່ງ ທີ່ດັງມາຈາກນອກຖະໜົນ, ບ້ານໂກເຊຍເໝືອນໄດ້ຮັບການແກ້ໄຂຄວາມຫີວໂຫຍສຽງຂອງປ່າດົງພົງໄພ”.


ຕົ້ນກະຖິນຂັບໄລ່ຜີສາງ ແລະ ນຳມາສິ່ງທີ່ໂຊກໝານ ມາ ໃຫ້ແກ່ ແຂກຄົນຜູ້ມາຢາມເຮືອນຍາວ ເອເດ. 


ຮັບຟັງສຽງແຄນ ແລະ ບົດເພງທີ່ເປັນມູນເຊື້ອ ຂອງພໍ່ແມ່ ຊາວເຜົ່າ ເອເດ. 


ໜ່ວຍຄ້ອງບ້ານ ໂກເຊຍ ສະແດງທຳນອງສຽງເພງ ຂອງເຂດ ປ່າດົງພົງໄພ ໄຕງວຽນໃນເຮືອນຍາວ. 


ນັກສິລະປິນຂອງໜ່ວຍຄ້ອງບ້ານ ໂກເຊຍ ສະແດງເຕັກນິກ ການຕີຄ້ອງ.


ເຮືອນຍາວຢູ່ບ້ານໂກເຊຍ ເປັນບ່ອນເຄື່ອນໄຫວ ທາງດ້ານ ວັດທະນະທຳ ຂອງໜຶ່ງໃນບັນດາໜ່ວຍຄ້ອງ ທີ່ຂຶ້ນຊື່ລືສຽງ ທີ່ສຸດເຂດໄຕງວຽນ. 
 

«
          ເຮືອນຍາວແມ່ນແບບເຮືອນຢູ່ ທີ່ມີມາແຕ່ບູຮານ ຂອງ ຊາວເຜ່ົາ ເອເດ, ເປັນບ່ອນຢູ່ອາໄສຂອງໝົດ ທຸກຄົນໃນວົງຕະກູນ ແລະ ຈະໄດ້ຕໍ່ຍາວຕື່ມອີກ ເມື່ອ ມີສະມາຊິກຜູ້ຍິງ ໃນຄອບຄົວສ້າງຄອບຄົວໃໝ່. ເຮືອນຍາວສ້າງຂຶ້ນດ້ວຍ ອຸປະກອນຕ່າງໆ ເຊັ່ນ: ໄມ້, ໄມ້ໄຜ່, ໄມ້ເຮ້ຍ, ສ່ວນຫຼັງຄາ ມຸງດ້ວຍຫຍ້າຄາ ແລະ ເປັນບ່ອນຈັດພິທີຕີຄ້ອງຕີແຊ່ງຂອງບ້ານເພື່ອຕ້ອນຮັບແຂກຄົນທີ່ມາຈາກທາງໄກ. 
                                              »
ໃນເບື້ອງຕົ້ນ, ຫ້ອງຮຽນຕີຄ້ອງ ໄດ້ເປີດຂຶ້ນຢູ່ເຮືອນຍາວຂອງພໍ່ເຖົ້າ ມາແລນ ດຶງດູດຄວາມຢາກຮູ້ຢາກເຫັນຂອງຊາວເມືອງ ແລະ ແຂກທ່ອງທ່ຽວ. ມີນັກທ່ອງທ່ຽວ ຕ່າງປະເທດຫຼາຍ ຄົນ ໄດ້ມາຮອດມາເຖິງບ້ານ ໂກເຊຍ ເພື່ອຮັບຟັງ ແລະ ຢ້ຽມຊົມບັນດານັກສິລະປິນ ສອນວິທີການຮ້ອງເພງ ແລະ ຕີຄ້ອງໃຫ້ ແກ່ໄວໜຸ່ມ.

ນັບຕັ້ງແຕ່ໜ່ວຍຄ້ອງກອງ ຂອງບ້ານໂກເຊຍເຄື່ອນໄຫວ ທີ່ມີປະສິດທິຜົນ, ໄວໜຸ່ມລຸ້ນຕໍ່ໆມາຫຼາຍຄົນ ໄດ້ຮູ້ຈັກ ຕີຄ້ອງ ແລະ ຕັ້ງໜ້າເຂົ້າຮ່ວມງານມະໂຫລານສິລະປະ ວັດທະນະທຳ ທີ່ແຂວງດັກລັກ ແລະ ເຂດໄຕງວຽນ ຈັດຕັ້ງຂຶ້ນ, ເຮັດໃຫ້ ຊື່ສຽງຂອງບ້ານ ໂກເຊຍໂດ່ງດັງ ໄປທົ່ວເຂດໄຕງຽວນ. ຫ່າງຈາກນີ້ສາມປີ, ມີຜູ້ຕາງໜ້າ ພະແນກ ວັດທະນະທຳ-ກິລາ ແລະ ທ່ອງທ່ຽວແຂວງດັກລັກ ໄດ້ມາຕັ້ງບັນຫາກັບ ພໍ່ເຖົ້າ ມາແລນ ແລະ ໜ່ວຍຄ້ອງ ບ້ານໂກເຊຍ ເພື່ອຈັດຕັ້ງແນະນຳ ວັດທະນະທຳຂອງເຜົ່າ ເອເດ ແກ່ນັກທ່ອງທ່ຽວ. ພ້ອມກັນນັ້ນ, ບັນດາບໍລິສັດ ທ່ອງທ່ຽວ ກໍມາຕິດຕໍ່ການເປີດກວ້າງບໍລິການທ່ອງທ່ຽວ ທີ່ບ້ານໂກເຊຍ ເພື່ອເຮັດໃຫ້ ບັນດາຮູບແບບທ່ອງທ່ຽວ ຢູ່ໄຕງວຽນ ອຸດົມສົມບູນ ແລະ ຫຼາກຫຼາຍຂຶ້ນຕື່ມ.

ນັບຕັ້່ງແຕ່ບ້ານ ໂກເຊຍພັດທະນາດ້ານການທ່ອງທ່ຽວເປັນຕົ້ນມາ, ຊີວິດການເປັນຢູ່ຂອງພໍ່ແມ່ຊາວເຜົ່າເອເດ ຢູ່ແຫ່ງນີ້ ໄດ້ຮັບການປົວແປງຢ່າງເຫັນໄດ້ຊັດ. ພໍ່ເຖົ້າ ອາເອ ອອນ ຢູ່ບ້ານ ໂກເຊຍ ໃຫ້ຮູ້ວ່າ: “ບ້ານຂອງພວກຂ້າພະເຈົ້າ ມາໃນປັດຈຸບັນນີ້ ໄດ້ຫັນການພັດທະນາວຽກງານທ່ອງທ່ຽວເປັນວິຊາສະເພາະແລ້ວ. ນີ້ເດີ, ພວກແມ່ເຖົ້າ, ຜູ້ສາວແມ່ນຫ້າງຫາກະກຽມອາຫານພື້ນບ້ານເພື່ອຄອຍບໍລິການໃຫ້ແກ່ນັກທ່ອງທ່ຽວໄດ້ລິ້ມລອງ,  ພວກຊາວໜຸ່ມແມ່ນຕັ້ງໜ່ວຍຂັບລໍາພື້ນເມືອງ, ສ່ວນລຸ້ນຜູ້ເຖົ້າພວກຂ້ອຍແມ່ນຕີຄ້ອງ,ຕີແຊ່ງຢູ່ໃນເຮືອນຍາວ.”

ປະຈຸບັນ, ທິດໃດກໍເໝືອນກັນ ບ້ານໂກເຊຍ ໄດ້ຕ້ອນຮັບແຂກຫຼາຍສິບຄະນະທີ່ມາຊື່ນຊົມສຽງຄ້ອງ ແລະ ຄົ້ນພົບ ວັດທະນະທຳ ອັນເປັນເອກະລັກຂອງຊາວເຜົ່າເອເດ. ແຕ່ລະຄໍ່າຄືນ ທີ່ເຮືອນຍາວຂອງບ້ານ ໂກເຊຍ, ນັກທ່ອງທ່ຽວຈະໄດ້ ຮັບຊົມ ການສະແດງບັນດາງານບຸນ ອັນເປັນມູນເຊື້ອ ຂອງບ້ານເຊັ່ນ: ບຸນເຂົ້າໃໝ່, ບຸນປີໃໝ່, ງານບຸນໄຫວ້ຟ້າ ເພື່ອພາວະນາໃຫ້ລະດູເກັບກ່ຽວໄດ້ຮັບໝາກຜົນດີ ແລະ ບຸນເກີດດິນ ເກີດນ້ຳ ໂດຍບັນດາ ນັກສິລະປິນ ແລະ ຊາວບ້ານເປັນຜູ້ຟື້ນຟູຄືນໃໝ່.






ນັກທ່ອງທ່ຽວມາຢາມເຮືອນຍາວຢູ່ບ້ານໂກເຊຍ ໄດ້ລື້ນເລີງໃຈ ກັບບັນດາທຳນອງເນື້ອຮ້ອງ
ແລະ ຈັງຫວະຟ້ອນອັນເປັນມູນເຊື້ອຂອງຊາວເຜົ່າເອເດ. 



ບັນດາເຍື່ອງອາຫານພື້ນບ້ານທີ່ເປັນເອກະລັກຂອງຊາວເຜົ່າເອເດໄດ້ຮັບການກະກຽມຢ່າງລະອຽດເພື່ອຕ້ອນຮັບແຂກທີ່ມາຢາມ. 


ນັກທ່ອງທ່ຽວມາຢ້ຽມຢາມເຮືອນຍາວ ໄດ້ພ້ອມກັນລິ້ມລອງລົດຊາດຂອງເຫຼົ້າໄຫ…


… ແລະ ແລກປ່ຽນສິລະປະວັດທະນະທໍາກັບພໍ່ແມ່ປະຊາຊົນຊາວເຜົ່າເອເດ
ໃນບັນດາວາດຟ້ອນ ແລະ ທຳນອງເພງທີ່ມ່ວນຊື່ນ.

 

ທີ່ເຮືອນຍາວຂອງພໍ່ເຖົ້າ ມາແລນ, ພວກຂ້າພະເຈົ້າ ໄດ້ພົບກັບ ຄະນະ ແຂກຄົນ ທີ່ເປັນນັກສຶກສາ ພະແນກ ບົວລະພາຂອງ ມະຫາວິທະຍາໄລ ວິທະຍາສາດ ສັງຄົມ ແລະ ມະນຸດວິທະຍາ ນະຄອນໂຮ່ຈີມິນ ພວມຮັບຟັງ ບັນດາທຳນອງເພງພື້ນເມືອງ ຂອງຊາວເຜົ່າເອເດ ດ້ວຍຄວາມເບີກບານສຳລານໃຈ. ທ້າວ ຫງວຽນຕ໋ວນຮຸ່ງ ໄດ້ແບ່ງປັນວ່າ: “ນ້ອງພວມຊອກຮູ້ ກ່ຽວກັບ ວັດທະນະທຳ ຂອງພໍ່ແມ່ບັນດາເຜົ່າໄຕງວຽນ ເພື່ອກະກຽມ ໃຫ້ແກ່ການ ຂຽນບົດຈົບຊັ້ນຂອງຕົນ. ຢູ່ທີ່ນີ້, ໄດ້ຮັບຟັງ ແລະ ຊົມເບິ່ງ ບັນດານັກສິລະປິນຫຼິ້ນຄ້ອງ ແລະ ຂັບລຳພື້ນເມືອງ, ນ້ອງຮູ້ສຶກຄືດັ່ງ ໄດ້ມອງເຫັນວັດທະນະທຳ ຂອງທົ່ວທັງ ເຂດໄຕງວຽນ ບັນຈຸຢູ່ໃນເຮືອນຍາວນີ້ລະ”.

ເມື່ອເວົ້າເຖິງປະສິດທິຜົນຂອງວຽກງານ ພັດທະນາ ການ ທ່ອງທ່ຽວ ຂອງບ້ານ ໂກເຊຍ, ທ່ານ ຫງວຽນມິງດຶກ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງເຕິນເລີບ ໃຫ້ຮູ້ວ່າ: “ຜະລິດຕະພັນ ທ່ອງທ່ຽວເຮືອນຍາວຢູ່ ບ້ານໂກເຊຍໄດ້ກາຍເປັນຮູບການທ່ອງທ່ຽວ ທີ່ເຕັມໄປດ້ວຍລົດເດັດເຜັດມັນ ຂອງທ້ອງຖິ່ນພວກຂ້າພະເຈົ້າ. ໂດຍຜ່ານຜະລິດຕະພັນທ່ອງທ່ຽວນີ້, ຊາວເຜົ່າ ເອເດມີໂອກາດໂຄສະນາເຜີຍແຜ່ ວັດທະນະທຳຂອງເຂົາເຈົ້າ ເຖິງບັນດາເພື່ອນມິດສາກົນ ແລະ ສຳຄັນຍິ່ງກວ່ານັ້ນແມ່ນ ພວກຂະພະເຈົ້າໄດ້ປະສົບຜົນສຳເລັດ ໃນວຽກງານອະນຸລັກຮັກສາວັດທະນະທຳ ຕິດພັນກັບການພັດທະນາ ເສດຖະກິດອີກດ້ວຍ.
ບົດ: ທົງທ້ຽນ - ພາບ: ເຕິນເຊີນ

bichlien

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ ແມ່ນໜຶ່ງໃນບັນດາ ເຂດ ຮັກສາລະບົບນິເວດ ໃຫຍ່ສຸດຢູ່ ຫວຽດນາມ ແລະ ໃນໂລກ. ສະຖານທີ່ນີ້ ປະກອບດ້ວຍຄຸນຄ່າ ທີ່ເປັນເອກະລັກ ຢ່າງຍິ່ງ ມີທັງ ປ່າໄມ້ ແລະ ລະບົບນິເວດທາງທະເລ. ມາ​ຍັງ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດບ່າ, ​ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ສໍາຜັດ ປະສົບການ ແລະ ສຳ​ຫຼວດ​ລະບົບ​ນິ​ເວດ ຂອງສັດ ​ແລະ ພືດ​ ທີ່​ຫຼາກ​ຫຼາຍ.

Top