• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຫໍພິພິດທະພັນ ການແພດພື້ນເມືອງ ຫວຽດນາມ

ຫໍພິພິດທະພັນການແພດພື້ນເມືອງຫວຽດນາມມີທີ່ ຕັ້ງຢູ່ຖະໜົນ ຮວ່າງ ຢື ເຄືອງ, ເມືອງ 10, ນະຄອນໂຮ່ຈີມິນ ເປັນສະຖານທີ່ ທ່ອງທ່ຽວແຫ່ງໜຶ່ງທີ່ດຶງດູດແຂກຄົນທັງຫລາຍທີ່ມີຄວາມ ສົນໃຈຢາກ ຊອກຮູ້ ກ່ຽວກັບ ວິຊາການແພດຂອງຫວຽດນາມ. ຢູ່ທີ່ນີ້ໄດ້ວາງສະ ແດງວັດຖຸພັນທີ່ມີຄ່າ ຈຳນວນ 3000 ກວ່າສິ້ນ ແຕ່ຍຸກຫີນ ມາຮອດ ປັດຈຸບັນ. 
ຫໍພິພິດທະພັນການແພດພື້ນເມືອງຫວຽດນາມ ໂດຍແມ່ນບໍລິສັດ ການຢາ Fito Pharma ຈຳກັດ ເປັນຜູ້ກໍ່ສ້າງ ແລະ ຄຸ້ມຄອງ. ດັ່ງ ນັ້ນ,  ມັນຍັງມີຊື່ເອີ້ນອື່ນອີກວ່າຫໍພິພິດທະພັນ FITO. ຫໍພິພິດທະ ພັນນີ້ ມີເນື້ອທີ່ 600 ຕາຕະລາງແມັດ,  ປະກອບດ້ວຍໜຶ່ງຊັ້ນພື້ນດິນ,   5 ຊັ້ນເທິງລວມມີ 24 ຫ້ອງ, ໃນນັ້ນມີ 16 ຫ້ອງ ໄດ້ຮັບການອອກແບບ ຢ່າງປະສົມກົມກຽວກັນ ໃຊ້ເພື່ອວາງສະແດງ ວັດຖຸພັນ ແລະ ເຄື່ອງມືການແພດ ຮັບໃຊ້ແຂກຄົນຈາກສາລະທິດ ທີ່ມາຢ້ຽມຊົມ. ຊັ້ນເທິງສຸດແມ່ນຫ້ອງຕັ້ງຫໍບູຊາບັນພະບຸລຸດ ຂອງຂະແໜງການ ແພດສອງອົງ ນັ້ນຄື ທ່ານ ເຕ້ວ ຕິ້ງ ແລະ ທ່ານ ຫາຍ ເຖື້ອງ ລ້ານ ອົງ (ຊື່ແຝງຂອງໝໍຢາພື້ນເມືອງຜູ້ມີຊື່ສຽງ ເລ ຫືວ ຈາກ). ຢູ່ ສອງຟາກ ຂອງຫໍບູຊາໄດ້ ແຂວນແຜ່ນໄມ້ສະຫຼັກຄຳພີ ແລະ ຄຳກອນເປັນຄູ່ ດ້ວຍຕົວອັກສອນຫານເຄືອບຄຳ ຊຶ່ງເວົ້າກ່ຽວກັບສິນທຳ ແລະ ຄຸນງາມຄວາມດີຂອງໝໍຢາສອງອົງ ທີ່ມີຊື່ສຽງດັ່ງກ່າວ. ຢູ່ເທິງ ຝາປະທາຍ, ເສົາ ແລະ ແຂນນາງ ຂອງເຮືອນ ແມ່ນບັນດາແຜ່ນພາບສະຫຼັກດ້ວຍໄມ້ ສະແດງໃຫ້ເຫັນ ການເຄື່ອນໄຫວຕ່າງໆ ໃນດ້ານວິຊາການແພດພື້ນເມືອງຫວຽດນາມ ຢ່າງປານີດແນບນຽນ ແລະ ມີຊີວິດຊີວາທີສຸດ.

ມູນໜຶຶ່ງທີ່ວາງສະແດງບັນດາວັດຖຸພັນ ກ່ຽວກັບວິຊາການແພດ ພື້ນເມືອງຫວຽດນາມ ຢູ່ຫໍພິພິດທະພັນ Fito. 


 ຫ້ອງວາງສະແດງຢາພື້ນເມືອງ ແລະ ແຜນຢາພື້ນເມືອງ. 


ເຮືອນຢາ ເພຊະພັນໃຕ້ໄດ້ຮັບການສ້າງຈໍາລອງ ຄືນໃໝ່ຢ່າງ ມີຊີວິດຊີວາທີ່ Fito.


ເຕົ້າເຫຼົ້າຢາດອງ, ໄຫອອມຕ່າງໆນໍາໃຊ້ເພື່ອດອງຢາພື້ນເມືອງ  ໄດ້ຮັບການວາງສະແດງ ຢູ່ຫໍພິພິດທະພັນ. 


ເຕົ້ານໍ້າຮ້ອນ ແລະ ໝໍ້ຕົ້ມຢາທີ່ມີອາຍຸໃຊ້ຫລາຍປີແຕກຕ່າງກັນ ໄດ້ຮັບການວາງສະແດງຢູ່ Fito. 


ຫ້ອງວາງສະແດງບັນດາຊຸດສະສົມກ່ຽວກັບຊິງຊັ່ງ ເພື່ອກຳນົດ ປະລິມານຢາ. 


ຊຸດສະສົມ ເຕົ້ານໍ້າຮ້ອນ ແລະ ຈອກບັນຈຸດຢາ ທີ່ຜ່ານການໃຊ້ງານມາຫລາຍສະໄໝ. 


ມູມໜຶ່ງວາງສະແດງຢາພື້ນເມືອງ ປະເພດທີ່ຫາຍາກ, ມີຄຸນຄ່າສູງ ຢູ່ຫໍພິພິດທະພັນ. 


ທີ່ຫໍພິພິດທະພັນ, ນັກທ່ອງທ່ຽວ ສາມາດໄດ້ຊົມການສະແດງຄືນ ວິທີການປຸງແຕ່ງຢາຈາກພະນັກງານຂອງ Fito. 


ນັກທ່ອງທ່ຽວຕ່າງປະເທດຜູ້ໜ່ຶງກໍາລັງ ຊອກຮູ້ບັນດາວັດຖຸພັນ ກ່ຽວກັບ ວິຊາການແພດພື້ນເມືອງຫວຽດນາມ ທີ່ຫໍພິພິດທະພັນ. 


ນັກທ່ອງທ່ຽວຕ່າງປະເທດແປງຕົວເປັນທ່ານໝໍ ວາງຢາພື້ນເມືອງປິ່ນປົວພະຍາດ ທີ່ຫໍພິພິດທະພັນ. 


ແຕ່ລະວັນ, ຫໍພິພິດທະພັນຕ້ອນຮັບນັກທ່ອງທ່ຽວຮ້ອຍກວ່າເທື່ອ ຄົນ  ທີ່ມາຢ້ຽມຊົມ. 
 
ວັດຖຸພັນທີ່ມີຄ່າ 3000 ກວ່າສິ້ນ ກ່ຽວພັນເຖິງຂະແໜງການແພດ ພື້ນເມືອງຫວຽດນາມ ແຕ່ຍຸກຫີນມາເຖິງປັດຈຸບັນ ໄດ້ຮັບການ ວາງສະແດງຢູ່ຕາມຫ້ອງຕ່າງໆທີ່ແຕກຕ່າງກັນ. ນັກທ່ອງທ່ຽວ ເມື່ອມາຢ້ຽມຢາມຫໍພິພິດທະພັນ ຈະໄດ້ເຫັນກັບຕາ ບັນດາ ຊຸດສະສົມທີ່ແຕກຕ່າງກັນ ຊຶ່ງຖືກນຳໃຊ້ ໃນຂະແໜງການແພດຄື: ມີດເກົາ(ເຄື່ອງມືນຳໃຊ້ເພື່ອຕັດຢາເພຊະພັນ), ເຮືອບົດ(ເຄື່ອງມືນຳ ໃຊ້ເພື່ອບົດຢາເພຊະພັນ) ແລະ ອື່ນໆ ອີກຫຼາຍຢ່າງ. ບັນດາວັດຖຸ ພັນດັ່ງກ່າວ ມີອາຍຸປະມານ 2.500 ປີ, ມີຄວາມຫຼາກຫຼາຍ ກ່ຽວກັບວັດຖຸທາດ, ຂະໜາດ ແລະ ຮູບຊົງ.

ຢູ່ໃນບັນດາຮູບຈຳລອງ “ເຮືອນຢາເພຊະພັນເໜືອ”, “ເຮືອນຢາ ເພຊະພັນໃຕ້” ລ້ວນແຕ່ໄດ້ຮັບການຟື້ນຟູຄືນໃໝ່ຢ່າງມີຊີວິດຊີວາ, ບັນຈຸຢາເພຊະພັນທີ່ມີຄ່າສຳລັບການແກ້ພະຍາດ ນັບຫຼາຍຮ້ອຍ ຊະນິດ. ນັກທ່ອງທ່ຽວສາມາດເຮັດທົດລອງປຸງແຕ່ງຢາດ້ວຍເຄື່ອງມືຕົວແບບ, ລອງສວມເສື້ອຍາວແປງຕົວເປັນໝໍກວດກຳມະຈອນ ຫລື ວາງຢາໃຫ້ແກ່ຄົນເຈັບ ກໍເປັນຈິດຕະກຳຕົວຈິງທີ່ໜ້າປະທັບໃຈ ເປັນຢ່າງຍິ່ງ. ນອກນັ້ນ, ໃນຫໍພິພິດທະພັນຍັງສະສົມເຄື່ອງມືເຊັ່ນ: ຄົກ, ສາກ, ຊິງຊັ່ງ, ບັນດາປະເພດສັດ ແລະ ພືກສາສາດ ໃຊ້ໃຫ້ແກ່ການເຮັດຢາ, ຊຸດສະສົມເຕົ້ານໍ້າຮ້ອນ, ໝໍ້ຕົ້ມຢາ ແລະ ໄຫເຫຼົ້າຢາ ໃນແຜນການແພດພື້ນເມືອງຫວຽດນາມ.

ນອກຈາກເຄື່ອງໄມ້ເຄື່ອງມືກ່ຽວກັບວິຊາການແພດແລ້ວ, ຢູ່ຝາຜະໜັງ ຊັ້ນ 4 ແມ່ນມີຜະລິດພັນແກະສະຫລັກທີ່ໂດດເດັ່ນເປັນພິເສດໃສ່ຊື່ “ບັນດາທ່ານໝໍຢາທີ່ມີຊື່ສຽງຂອງຫວຽດນາມ” ຊຶ່ງໃນນັ້ນໄດ້ສະຫຼັກຊື່ ໝໍຢາ 100 ທ່ານ ທີ່ມີຊື່ສຽງລືນາມ ໃນການປະກອບສ່ວນອັນສຳຄັນ ໃຫ້ແກ່ຂະແໜງການແພດພື້ນເມືອງ ຫວຽດນາມ ແຕ່ສະຕະວັດທີ XII ເຖິງສະຕະວັດທີ XX . ມີຕູ້ໜັງສື ສໍາເນົາ ເກັບຮັກສາໄວ້ບັນດາປື້ມຕໍາລາຢາ ການແພດພື້ນເມືອງ ຫຼາຍສະບັບຊຶ່ງເປັນຕົ້ນສະບັບຂຽນດ້ວຍຕົວໜັງສືຫານ-ໂນມ, ເປັນສັບສົມບັດ ທີ່ມີຄ່າທີສຸດ. ນາງ Anna, ນັກທ່ອງທ່ຽວຜູ້ໜຶ່ງຊາວອາເມລິກາ ເມື່ອເຂົ້າມາຢ້ຽມຢາມຫໍພິພິດຕະພັນດັ່ງກ່າວ ໄດ້ສະແດງຄວາມຮູ້ສຶກວ່າ: “ເປັນສິ່ງທີ່ແປກໃຈ ແລະ ໜ້າປະທັບໃຈ ທີ່ສຸດເມື່ອ ໄດ້ເຫັນກັບຕາ ບັນດາວັດຖຸພັນທີ່ພິເສດດັ່ງກ່າວ ຍ້ອນວ່າມັນຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈຢ່າງລະອຽດກວ່າເກົ່າ ກ່ຽວກັບພື້ນຖານການແພດພື້ນເມືອງຫວຽດນາມ”. 

ຮູບປັ້ນໝໍຢາຜູ້ມີຊື່ສຽງ ເລຫືວຈາກ, ຜູ້ ທີ່ຖືໄດ້ວ່າເປັນບັນພະບຸລຸດ ຂອງຂະແໜງການແພດຫວຽດນາມ ທີ່ Fito. 


ຢູ່ເທິງ ຝາປະທາຍ, ເສົາ ແລະ ແຂນນາງ ຂອງເຮືອນ ແມ່ນບັນ ດາແຜ່ນພາບສະຫຼັກດ້ວຍໄມ້ ສະແດງໃຫ້ເຫັນ
ການເຄື່ອນໄຫວຕ່າງໆ ໃນດ້ານວິຊາການແພດພື້ນເມືອງຫວຽດນາມ
ຢ່າງປານີດແນບນຽນ ແລະ ມີຊີວິດຊີວາທີສຸດ.



ການເຄື່ອນໄຫວປິ່ນປົວພະຍາດດ້ວຍວິທີປັກເຂັມ ໄດ້ສະແດງໃຫ້ເຫັນຢ່າງປານີດແນບນຽນ ແລະ ມີຊີວິດຊີວາທີ່ສຸດ. 


ຊຸດສະສົມເຮືອບົດຢາ ມີອາຍຸປະມານ 2500 ປີ ທີ່ Fito.


ຕູ້ໜັງສື ສໍາເນົາ ເກັບຮັກສາໄວ້ບັນດາປື້ມຕໍາລາຢາ ການແພດພື້ນເມືອງ ຫຼາຍສະບັບຊຶ່ງເປັນຕົ້ນສະບັບຂຽນ
ດ້ວຍຕົວໜັງສືຫານ-ໂນມ, ເປັນສັບສົມບັດ ທີ່ມີຄ່າທີສຸດ.

 

ຊຸດສະສົມມີດເກົາ(ເຄື່ອງມືໃຊ້ຕັດຢາເພຊະພັນ), ເຮືອບົດ (ເຄື່ອງມືໃຊ້ບົດຢາເພຊະພັນ)
ມີອາຍຸປະມານ 2500 ປີ ທີ່ Fito.



ບັນດາແຜ່ນພາບ ຢູ່ໃນ Fito ໄດ້ຮັບການແກະສະຫຼັກ ຈໍາລອງຄືນການເຄື່ອນໄຫວປຸງແຕ່ງຢາພື້ນເມືອງໃນອະດີດ. 


ຜະລິດພັນແກະສະຫລັກທີ່ໂດດເດັ່ນເປັນພິເສດໃສ່ຊື່ “ບັນດາທ່ານ ໝໍຢາທີ່ມີຊື່ສຽງຂອງຫວຽດນາມ” ຊຶ່ງໃນນັ້ນ
ໄດ້ສະຫຼັກຊື່ ໝໍຢາ 100 ທ່ານ ທີ່ມີຊື່ສຽງລືນາມ ໃນການປະກອບສ່ວນອັນສຳຄັນໃຫ້ແກ່
ຂະແໜງການແພດພື້ນເມືອງ ຫວຽດນາມ ແຕ່ສະຕະວັດທີ XII ເຖິງສະ ຕະວັດທີ XX.



ເຄື່ອງມືຈີບໝາກໝາກ ກໍຖືກເກັບຮັກສາໄວ້ຢູ່ຫໍພິພິດທະພັນ. 


ທຸກການຕົບແຕ່ງແຕ້ມປະດັບປະດາຢູ່ຫໍພິພິດທະພັນໄດ້ຮັບການເອົາໃຈໃສ່ຢ່າງລະມັດລະວັງ. 
 
ກ່ອນຈະອອກຈາກຫໍພິພິດທະພັນ, ນັກທ່ອງທ່ຽວຍັງໄດ້ ດື່ມນ້ຳ ຊາທີ່ ກົກເຄົ້າຈາກຢາເພຊະພັນ ໃນບັນຍາກາດ ທີ່ເບົາໆ ຂອງກິ່ນຫອມ ກະຈາຍອອກ ຈາກຕົ້ນໄມ້ໃບຫຍ້ານາໆຊະນິດ ຊຶ່ງເຮັດໃຫ້ຜູ້ດື່ມ ແລ້ວຮູ້ສຶກແສນສະບາຍໃຈ. 
 
ບົດ: ເຊີນເຫງ້ຍ - ພາບ: ຫງວຽນລວນ

bichlien

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ ແມ່ນໜຶ່ງໃນບັນດາ ເຂດ ຮັກສາລະບົບນິເວດ ໃຫຍ່ສຸດຢູ່ ຫວຽດນາມ ແລະ ໃນໂລກ. ສະຖານທີ່ນີ້ ປະກອບດ້ວຍຄຸນຄ່າ ທີ່ເປັນເອກະລັກ ຢ່າງຍິ່ງ ມີທັງ ປ່າໄມ້ ແລະ ລະບົບນິເວດທາງທະເລ. ມາ​ຍັງ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດບ່າ, ​ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ສໍາຜັດ ປະສົບການ ແລະ ສຳ​ຫຼວດ​ລະບົບ​ນິ​ເວດ ຂອງສັດ ​ແລະ ພືດ​ ທີ່​ຫຼາກ​ຫຼາຍ.

Top