• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ສາດສະດາຈານ ໂງດຶກຖິ້ງ ແລະ ຮີດຄອງບູຊາເຈົ້າແມ່

ເຫດການຂອງພິທີຂັບເຈົາວັນ (chau van) ຫຼື ຂັບນັ່ງທຽມ (hau dong) ໄດ້ສ້າງ ສຳເນົາເອກະສານສະເໜີຂຶ້ນຢູແນັສໂກ ໃຫ້ຮັບຮອງເປັນມໍລະດົກວັດທະນະທຳທີ່ບໍ່ມີຮູບຮ່າງ ຂອງໂລກ, ນັກຂ່າວຂອງສຳນັກຂ່າວສານຫວຽດນາມ ໄດ້ມີການສຳພາດທ່ານສາດສະດາຈານ ໂງດຶກຖິ້ງ, ນັກຊ່ຽວຊານແຖວໜ້າ ກ່ຽວກັບຮີດຄອງບູຊາເຈົ້າແມ່ ຕໍ່ບັນຫາດັ່ງກ່າວ.

 

 
ນັກຂ່າວ: ບັນຫາຂັບເຈົ້າວັນ ຫຼື ຂັບນັ່ງທຽມ, ເປັນຮູບການສິລະປະຂັບລຳພື້ນເມືອງດີເດັ່ນທີ່ສຸດຂອງ ຮີດຄອງບູຊາເຈົ້າແມ່, ພວມດຶງດູດ ຄວາມສົນໃຈຈາກຫາງສຽງຢ່າງຫຼວງຫຼາຍ, ພິເສດເມື່ອ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຮັບຮອງຮູບການຂັບລຳພື້ນເມືອງ ດັ່ງກ່າວເປັນມູນມໍລະດົກວັດທະນະທຳທີ່ບໍ່ມີຮູບຮ່າງຂອງຊາດ ແລະ ປະຈຸບັນ, ສຳເນົາກ່ຽວກັບມໍລະດົກນີ້ ກຳລັງຖືກຍື່ນສະເໜີຂຶ້ນອົງການ ຢູແນັສໂກເພື່ອໃຫ້ຮັບຮອງເປັນມໍລະດົກວັດທະນະທຳທີ່ບໍ່ເປັນຮູບຮ່າງຂອງໂລກ. ໂດຍຖານະເປັນນັກຄົ້ນຄວ້າກ່ຽວກັບຮີດຄອງບູຊາເຈົ້າແມ່, ທ່ານສາມາດແນະນຳເຖິງຄຸນຄ່າອັນໃຫຍ່ຫຼວງຂອງຮູບການຂັບລຳພື້ນເມືອງດັ່ງກ່າວ ຫຼື ບໍ?
«...
         ຂັບເຈົາວັນ ຫຼື ຂຶ້ນຊົງ, ເຂົ້າໃຈແບບງງ່າຍດາຍວ່າ ເປັນ ຮູບການ ສິລະປະຂັບລຳພື້ມເມືອງໃນງານບຸນຕ່າງໆ ດ້ວຍການ ນຳໃຊ້ດົນຕີ ທີ່ມີ ລັກສະນະຈິດວິນຍານ ແລະ ບັນດາບົດກາບກອນ ທີ່ມີຖ້ອຍຄຳ ແບບ ເກາະກ່າຍກັນ, ພ້ອມກັບບັນດາພິທີຕ່າງໆ ໄດ້ຈັດຂຶ້ນຢ່າງເຄັ່ງຕຶງ ແລະ ຮູບການພ້ອມສິລະປະເພື່ອໃຫ້ ຄົນເຮົາສາມາດພົບປະກັບ ພະອໍລະຫັນອົງຕ່າງ. ໃນພິທີດັ່ງກ່າວ, ເຂົາເຈົ້າເຊື່ອວ່າ ຮູບການເຂົ້າຊົງ ສາມາດຊ່ວຍເຮັດໃຫ້ ຄົນເຮົາ ພົບປະກັບພະອໍລະຫັນອົງຕ່າງໆ ຜ່ານທ້າວທຽມ ຫຼື ນາງທຽມ.
ສຈ. ໂງດຶກຖິ້ງ: ຕາມຂ້າພະເຈົ້າຄິດວ່າ ຮີດຄອງບູຊາເຈົ້າແມ່ມີ 4 ບັນຫາ ຕິດພັນກັບວົງຄະນະຍາດ. ທີໜຶ່ງແມ່ນຮີດຄອງບູຊາ ເຈົ້າແມ່ ຖືທຳມະຊາດ ເປັນແມ່ຄົນໜຶ່ງ ແລະ ໃຫ້ຄວາມເຄົາລົບ ນັບຖື. ທີ 2 ແມ່ນຮີດຄອງບູຊາ ເຈົ້າແມ່ໄດ້ນຳບຸນ, ໂຊກລາບ ແລະ ອາຍຸໝ້ັນ ຂວັນຍືນມາໃຫ້ແກ່ ມວນມະນຸດ. ນັ້ນແມ່ນ ຄວາມ ມຸ່ງມາດປາດຖະໜາ ຂອງມວນມະນຸດ. ທີ 3 ແມ່ນ ຮີດຄອງບູຊາເຈົ້າແມ່ສະແດງໃຫ້ເຫັນຄວາມມັກ, ຮັກປະເທດ ຊາດຢ່າງຊັດເຈນ. ສິ່ງດັ່ງກ່າວຖືກສະແດງອອກຢ່າງ ຈະແຈ້ງ ຜ່ານ ເຫດການ ເທວະດາ 50 ອົງທີ່ຮີດຄອງບູຊາເຈົ້າແມ່ ໃຫ້ຄວາມເຄົາລົບ ນັບຖື ສ່ວນຫຼາຍ ແມ່ນຜູ້ທີ່ມີຄຸນງາມ ຄວາມດີຕໍ່ປະເທດຊາດ, ຕົວຢ່າງຄື: ດຶກແທ໋ງເຈິນ ໃນຮີດຄອງບູຊາເຈົ້າແມ່ ແມ່ນ ພະອໍລະຫັນ ເຈິນ ຮືງດ້າວ. ທີ 4 ແມ່ນຮີດຄອງບູຊາເຈົ້າແມ່ເປັນຄວາມເຊື່ອຖືດ້ານວັດທະນະທຳ. ນີ້ເປັນຄວາມ ໝາຍໜຶ່ງດຽວ ພຽງແຕ່ ມີໃນຄວາມເຊື່ອຖືຂອງຫວຽດນາມ. ໃນຈຳນວນເທວະດາທີ່ຮີດຄອງບູຊາເຈົ້າແມ່ໃຫ້ຄວາມເຄົາລົບນັບຖື, ມີເທວະດາສີບກວ່າອົງ ເປັນຊາວ ຊົນເຜົ່າສ່ວນຫນ້ອຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ແຕ່ກີ້ແຕ່ກ່ອນ, ຊາວຫວຽດນາມ ມີສະຕິຮູ້ສຶກຕໍ່ ບັນຫາເຊື່ອມໂຍງ ວັດທະນະທຳຢູ່ແລ້ວ. ໃນຮີດຄອງບູຊາເຈົ້າແມ່ບໍ່ມີການຈຳແນກຊົນຊາດ, ຊົນເຜົ່າສ່ວນຫຼາຍກໍຄືຊົນເຜົ່າສ່ວນຫນ້ອຍ, ມີຄວາມສະເໝີພາບ ແລະ ກຽມພ້ອມເປີດ ປະຕູເພື່ອຮັບເອົາ ວັດທະນະທຳຂອງຊົນເຜົ່າຕ່າງໆ. ນີ້ເປັນບັນຫາຂອງມວນມະນຸດ ທີ່ໂລກ ກຳລັງມີຄວາມຮຽກຮ້ອງ. 
 

ສຈ. ໂງດຶກຖິ້ງ, ນັກຊ່ຽວຊານແຖວໜ້າກ່ຽວກັບຮີດຄອງບູຊາເຈົ້າແມ່ຫວຽດນາມ.

ສຈ. ໂງດຶກຖິ້ງ ກ່າວປາໄສໃນງານສະເຫຼີມສະຫຼອງວັນມູນມໍລະດົກວັດທະນະທຳຫວຽດນາມ.

ສຈ. ໂງດຶກຖິ້ງ ມອບດອກໄມ້ໃຫ້ບັນດາຜູ້ແທນທີ່ມາເຂົ້າຮ່ວມ.

ສຈ. ໂງດຶກຖິ້ງ ດີໃຈທີ່ໄດ້ພົບປະກັບໝູ່ເພື່ອນເກົ່າ.

ສຈ. ໂງດຶກຖິ້ງ ກຳລັງແນະນຳບັນດາພິທີການໃນການຂັບເຈົາວັນໃຫ້ແກ່ບັນດາຜູ້ແທນທີ່ມາເຂົ້າຮ່ວມ.
 
ນັກຂ່າວ: ເວົ້າເຖິງຄວາມເຊື່ອຖື, ຈິດວິນຍານ, ມະນຸດສາມາດມາຮອດປະຕູຂອງ “ເຈົ້າແມ່” ຕ້ອງມີວາດສະໜາໃດໜຶ່ງ. ຊັ້ນວາດສະໜາ ຂອງເພິ່ນກັບຮີດຄອງບູຊາເຈົ້າແມ່ ໄດ້ກຳເນີດອອກມາຈາກໃສ?
ສຈ. ໂງດຶກຖິ້ງ: ບ້ານເກີດຂອງຂ້າພະເຈົ້າຢູ່ ນາມດິ້ງ, ເປັນສະຖານທີ່ມີວັດວາອາຮາມຫຼາຍແຫ່ງ. ຕັ້ງແຕ່ນ້ອຍ, ຂ້າພະເຈົ້າກໍຂຶ້ນໄປວັດນັ່ງຊົມ ເຂົາເຈົ້າຂຶ້ນຊົງ, ຂັບເຈົາວັນ, ຫຼັງຈາກນັ້ນ ຍັງຖືກເຂົາເຈົ້າເອົາຂອງຕ້ອນມາໃຫ້ອີກ. ຂອງຕ້ອນຍາມນັ້ນ ມີແຕ່ໝາກກະທັນ 5 ໜ່ວຍ, ຂອງ ຕ້ອນມີພຽງແຕ່ເທົ່ານັ້ນ, ບໍ່ໄດ້ຫຼາຍຄືຍາມນີ້. ຄວາມຊົງຈຳໃນຄາວເປັນເດັກນ້ອຍແມ່ນຄືແນວນັ້ນ, ເມື່ອໃຫຍ່ຂຶ້ນຮູ້ເລື່ອງນ້ອຍໜຶ່ງແລ້ວ, ຂ້າພະເຈົ້າມັກຖາມຕົນເອງວ່າ: “ເປັນຫຍັງມີໄລຍະໜຶ່ງ ລັດຖະບານຫ້າມບໍ່ໃຫ້ຈັດການຂຶ້ນຊົງ ແຕ່ຍັງຫ້າມບໍ່ໄດ້?” (ແຕ່ກ່ອນ, ມີໄລຍະໜຶ່ງ ລັດຖະບານຫ້າມບໍ່ໃຫ້ຈັດການຂຶ້ນຊົງຍ້ອນຄິດວ່າ ນັ້ນແມ່ນການເຊື່ອລາງຖືຜີ-ນັກຂ່າວ). ແລະ ວຽກງານຂອງຂ້າພະເຈົ້າພວມເຮັດ ໃນປະຈຸບັນ ແມ່ນໄປຊອກຫາຄຳຕອບໃຫ້ແກ່ບັນຫານັ້ນ. ເປັນນັກຄົ້ນຄວ້າດ້ານວັດທະນະທຳຄືຂ້າພະເຈົ້ານີ້, ຄຳຖາມຄືແນວນັ້ນກໍຕ້ອງໃຊ້ເວລາໄປຫາ ຄຳຕອບ ທັງຊີວິດໜຶ່ງ. ຂ້າພະເຈົ້າຄິດວ່າ ທຸກສິ່ງທຸກຢ່າງທີ່ເກີດມາກໍມີຕົ້ນກຳເນີດ ຂອງມັນເອງ, ຍັງມີຄວາມຕ້ອງການ, ແນ່ນອນວ່າ ຈະຫ້າມ ບໍ່ໄດ້ດອກ.


ຂຶ້ນຊົງແມ່ນຮູບການສິລະປະຂັບລຳພື້ນເມືອງດີເດັ່ນທີ່ດຶງດູດຄວາມສົນໃຈຂອງຊາວຫວຽດນາມຢ່າງຫຼວງຫຼາຍ.



ໃນງານສະເຫຼີມສະຫຼອງວັນມູນມໍລະດົກວັດທະນະທຳຫວຽດນາມ, ບັນດາພິທີ (36 ພິທີ) ໃນການຂຶ້ນຊົງໄດ້ສະແດງອອກມາທັງໝົດ.

ວົງດົນຕີໃນພິທີຂຶ້ນຊົງ.
ນັກຂ່າວ: ທ່ານຄິດວ່າ ເຮັດແນວໃດເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງຄວາມເຊື່ອຖືດັ່ງກ່າວໃຫ້ໄດ້ດີທີ່ສຸດ?
ສຈ. ໂງດຶກຖິ້ງ: ບັນຫາໄດ້ວາງອອກຢູ່ນີ້ ແມ່ນ ວັດທະນະທຳ ແລະ ຄວາມເຊື່ອຖືຂອງການຂຶ້ນຊົງມາຈາກໃສ? ແມ່ນມາຈາກປະຊາຊົນ. ຍ້ອນແນວນັ້ນ ເມື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າມໍລະດົກວັດທະນະທຳຂອງຊົນຊາດຕ້ອງອີງໃສ່ປະຊາຄົມ. ອັດຕະພາບ ວັດທະນະທຳຕ້ອງສົ່ງກັບຄືນໃຫ້ວົງຄະນະຍາດ ແລະ ມອບ ຄວາມເຂົ້າໃຈ, ປັນຍາ ແລະ ຄວາມຮັບຜິດຊອບໃຫ້ເຂົາເຈົ້າ. ປະຈຸບັນ, ຕາມການ ສະຖິຕິໃນເບື້ອງຕົ້ນ, ທົ່ວປະເທດມີວັດວາອາຮາມກວ່າ 7.000 ແຫ່ງ. ຂ້າພະເຈົ້າຍັງຈື່ວ່າ ໃນງານສຳມະນາສາກົນກ່ຽວກັບສາສະໜາບູຊາ ເຈົ້າແມ່ຄັ້ງໜຶ່ງ, ມີຜູ້ແທນຄົນໜຶ່ງມາຈາກຄະນະກຳມະການຢູແນັສໂກ ຫວຽດນາມ ອອກຄວາມເຫັນວ່າ: “ຫ້າມຈັດຕັ້ງພິທີດັ່ງກ່າວ ແມ່ນມີ ໂທດກັບມໍລະດົກວັດທະນະທຳຂອງຊົນຊາດຫວຽດນາມ”.
ເພາະສະນັ້ນ, ເປັນຄົນນຳໃຊ້ຊີວິດຂອງຕົນເພື່ອຮັບໃຊ້ໃຫ້ແກ່ຮີດຄອງບູຊາເຈົ້າແມ່, ຂ້າພະເຈົ້າມີຄວາມເຊື່ອຖື ແລະ ຄິດວ່າ ຮີດຄອງບູຊາ ເຈົ້າແມ່ (ກັບພິທີຂຶ້ນຊົງ) ຂອງຫວຽດນາມເປັນຄວາມເຊື່ອຖື ທີ່ມີລັກສະນະສະເພາະພິເສດໃຫ້ແກ່ລະດັບ ແລະ ຈິດໃຈຂອງຊາວຫວຽດນາມ ພວກເຮົາ.
 
ສຈ. ໂງດຶກຖິ້ງ ເກີດເມື່ອປີ 1944, ເປັນອະດີດ ຫົວໜ້າສະຖາບັນ ຄົ້ນຄວ້າ ວັດທະນະທຳຫວຽດນາມ, ປະຈຸບັນເປັນອຳນວຍການສູນຄົ້ນຄວ້າ ແລະ ອະນຸລັກຮັກສາວັດທະນະທຳ, ຄວາມເຊື່ອຖືຫວຽດນາມ (http://daomauvietnam.com/), ທັງເປັນກຳມະການສະພາມໍລະດົກວັດທະນະທຳແຫ່ງຊາດ ແລະ ຮອງປະທານສະພາ Folklore ອາຊີ.
ບົດ: ຖາວວີ - ພາບ: ວຽດເກື່ອງ

bdLao

ປອ ເຈືອງແທັງຕຸ່ງ - ນັກວິທະຍາສາດເພື່ອຊຸມຊົນ

ປອ ເຈືອງແທັງຕຸ່ງ - ນັກວິທະຍາສາດເພື່ອຊຸມຊົນ

ປອ ເຈືອງແທັງຕຸ່ງ, ຫົວໜ້າກຸ່ມຄົ້ນຄວ້າຢາຊະນິດໃໝ່, ຂະແໜງ ການຢາ, ມະຫາວິທະຍາໄລ Phenikaa (ຮ່າໂນ້ຍ) ໃຫ້ຮູ້ວ່າ: “ຂ້າພະເຈົ້າ ຄິດວ່າ ຖ້າເປັນທ່ານໝໍ, ຂ້າພະເຈົ້າຈະປິ່ນປົວ ໃຫ້ ຄົນເຈັບ ແຕ່ລະຄົນ, ຖ້າເປັນນັກວິທະຍາສາດ ຄົ້ນຄວ້າ ດ້ານ ການຢາ, ຖ້າສາມາດປຸງແຕ່ງຢາຊະນິດໃໝ່ໄດ້ ຈະສາມາດ ຊ່ວຍກູ້ເອົາທັງຊຸມຊົນ”. ຈາກແນວຄວາມຄິດນັ້ນ, ທ່ານ ປອ ຕຸ່ງ ແລະ ເພື່ອນຮ່ວມງານ ໄດ້ປະຕິບັດ ຫຼາຍໂຄງການ ທີ່ມີຄວາມ ໝາຍ ຕໍ່ສັງຄົມ.

Top