• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ລົດຈັກກຳລັງແຮງສູງ

ຜູ້ຊາຍເມືອງຫຼວງ ຜູ້ທີ່ມີຖານະດີ ຈະມັກສະສົມ ແລະ ເປັນກຳມະສິດລົດຈັກກຳລັງແຮງສູງ ຍີ່ຫໍ້ລະດັບໂລກ ເຊັ່ນ: Harley Davidson Ultra ຂອງອາເມລິກາ ຫຼື  BMW LT ຂອງເຍຍລະມັນ, Honda Gold Wing ຂອງຍີ່ປຸ່ນ... ຊຶ່ງມີລາຄາທຽບເທົ່າກັບລົດເກງລະດັບປານກາງ.

          
Ảnh đẹp - Báo Ảnh Ảnh đẹp - Báo Ảnh
ລົດຈັກ Honda Valkyrie Rune ໄດ້ຖືກຂະໜານນາມວ່າ
“ລາຊາ Cruisor” ລະບົບ 6 ສູບ, ກຳລັງແຮງ 1.832 ຊີຊີ
ໜຶ່ງໃນບັນດາສະມາຊິກສະໂມສອນລົດຈັກ ຮ່າໂນ້ຍ, ນັ່ງສະຫງ່າບົນລົດຈັກ Honda Valkyrie Rune

          ທ່ານລອງສຳນຶກຖ້າໄດ້ຂີ່ລົດຈັກ GoldWing ລຸ້ນ GL1800 ຈະມີຄວາມສຸກ, ສະບາຍໃຈເມື່ອແລ່ນບົນຖະໜົນໃນເມືອງ
ຫຼື ອອກຊານເມືອງກະທົບກັບລົມເຢັນ. ບໍ່ພຽງເທົ່ານັ້ນເມື່ອເວລານັ່ງບົນລົດທ່ານຈະໄດ້ຮັບຄວາມເພິ່ງພໍໃຈກັບລະບົບເຄື່ອງສຽງ CD 6 ແຜ່ນ,
6 ລຳໂພງກຳລັງແຮງ 80 ວັດທີ່ຕິດຕັ້ງຮອບໆ ລົດຈັກ ແລະ ຢູ່ເທິງກົງເຕີລົດມີຈໍພາບ LCD ກຳນົດທີ່ຕັ້ງຄື້ນອາກາດລະບົບ GPS ອີກດ້ວຍ.
          
Ảnh đẹp - Báo Ảnh
ບາງສິ້ນສ່ວນຂອງລົດຈັກກຳລັງແຮງສູງທີ່ນິຍົມໃຊ້ກັນຢູ່ຫວຽດນາມ

Ảnh đẹp - Báo Ảnh
ລົດຈັກ GpldWing GL1800 ບົນຖະໜົນ ຮ່າໂນ້ຍ


Ảnh đẹp - Báo Ảnh
ແລກປ່ຽນບົດຮຽນກ່ຽວກັບລົດຈັກກຳລັງແຮງສູງ

          ປະຈຸບັນບັນດາຜູ້ສະສົມລົດຈັກກຳລັງແຮງສູງໄດ້ໂຮມກັນເຂົ້າເປັນສະມາຊິກສະໂມສອນລົດຈັກ ຮ່າໂນ້ຍ. ບໍ່ພຽງແຕ່ເປັນຄ່ານິຍົມ ສ່ວນຕົວແຕ່ຍັງປະກອບສ່ວນຮັບໃຊ້ນຳທາງຂະບວນການເຄື່ອນໄຫວໃນເຫດການສຳຄັນທາງດ້ານວັດທະນະທຳ - ກິລາ ແລະ ພິທີການອື່ນໆ.
          ລົດຈັກກຳລັງແຮງສູງບໍ່ພຽງແຕ່ສ້າງຄວາມຈັບໃຈ, ຫຼົງໄຫຼຕໍ່ຜູ້ມັກຄວາມໄວເທົ່ານັ້ນຫາກຍັງແມ່ນການສະແດງໃຫ້ເຫັນເຖິງລັກສະນະ ສະເພາະໃນການຕົບແຕ່ງປະດັບເອ້ໃຫ້ແກ່ລົດຈັກຂອງຕົນ. ນີ້ແມ່ນຄວາມເພິ່ງພໍໃຈຢ່າງໜຶ່ງຂອງນັກສະສົມກະແສລົດຈັກໃຫຍ່ກຳລັງແຮງສູງ.


Ảnh đẹp - Báo Ảnh
ຂະບວນລົດຈັກກຳລັງແຮງສູງສັງກັດສະໂມສອນລົດຈັກ ຮ່າໂນ້ຍ

                                                                                              ບົດ: ທັນຮວ່າ  - ພາບ: ເຕີດເຊີນ 
 

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top