• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຜູ້ຮັກສາ ວິນຍານນະຂັນ ໃຫ້ແກ່ວັດ ຂອງເຜົ່າຂະແມ

ທ່ານ ລີເລັດ ແມ່ນລູກຊາຍຂອງພ່ໍເຖົ້າລີແງັດ ຜູ້ທີຂຶ້ນຊື່ລືຊາ ໄປໃນທົ່ວທຸກ ແຂວງທາງພາກໃຕ້ຫວຽດນາມ ກ່ຽວກັບການສ້າງວັດ. ໂດຍໄດ້ສືບທອດ ອາ ຊີບຂອງພ່ໍ, ທ່ານລີເລັດ ກ່ໍໄດ້ກາຍເປັນຊ່າງໄມ້ ສ້າງວັດ ທີ່ມີຊື່ສຽງ ເຊັ່ນດຽວ ກັບຜູ້ເປັນພ່ໍ. ທ່ານໄດ້ທຳການສ້າງ ແລະ ປະຕິສັງຂອນວັດຕ່າງໆ 400 ກວ່າ ຫຼັງ ທີ່ເຂັ້ນຂຸ້ນໄປດ້ວຍ ລັກສະນະ ສະຖາປັດຕະຍະກຳ ແລະ ສີສັນວັດທະນະ ທຳຂອງເຜົ່າຂະແມ ເທິງແຜ່ນດິນຫວຽດນາມ.
 
ຂ້າພະເຈົ້າໄດ້ພົບນາຍຊ່າງ ລີເລັດ ເປັນຄັ້ງທຳອິດທີ່ສັບປະດາ ມະຫາສາມັກຄີບັນດາເຜົ່າ-ມໍລະດົກວັດທະນະທຳ ຫວຽດນາມປີ 2013 ຖືກຈັດຂຶ້ນ ທີ່ເຂດໝູ່ບ້ານວັດທະນະ ທຳ-ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ຢູ່ດົ່ງໂມ(ເຊີນ ໄຕ-ຮ່າ ໂນ້ຍ). ເບິ່ງແລ້ວ ເຫັນເພິ່ນບ່ໍມີ ຄວາມອວດອົງຊົງທ່າ ຫຍັງໝົດຂອງຜູ້ເປັນ ສະຖາປານິກ ຫຼື ນັກຄົ້ນຄວ້າ ວັດທະນະທຳ ຂະແມ ຢູ່ທາງພາກໃຕ້ຫວຽດນາມ. ດ້ວຍຜີວໜັງແຫ້ມແດດ, ຜົມຫງອກ, ຮ່າງກາຍລຳສັນແຂງ ແຮງ, ສາມາດບອກວ່າເພິ່ນແມ່ນນັກແຂ່ງງົວເຂດໄບ໋ນຸ໊ຍກ່ໍວ່າໄດ້. ຕາມ ເພິ່ນຄິດນັ້ນ: “ປະຕິບັດວຽກງານ ອະນຸ ລັກຮັກສາ ວັດທະນະທຳ ບ່ໍອາດມີແຕ່ຄົ້ນຄວ້າຢູ່ກັບປຶ້ມສໍ ແບບທິດສະດີລ້າໆຢ່າງດຽວ, ຫາກຍັງຕ້ອງລົງໄປເຖິງ ເຂດທີ່ເປັນສະຖານທີ່ວັດທະນະທຳເພື່ອໄດ້ຊົມເບິ່ງ ແລະ ຊອກຄົ້ນຈຸດທີ່ ເປັນສັນຍາລັກຈຳເພາະຂອງເຂດນັ້ນ, ແຫ່ງນັ້ນ”. ຄົງຍ້ອນ ຄວາມຄິດປະຈຳ ໃຈດັ່ງກ່າວ ໄດ້ຊ່ວຍໃຫ້ທ່ານ ກິ້ງເກືອກລີເລືອ ຢູ່ທົ່ວທຸກແຫ່ງ ຂອງແຖບດິນ ພາກໃຕ້ ເຖິງຈະມີແມ່ນ້ຳລຳເຊ ຫຼາຍສາຍກ່ໍຕາມ ແຕ່ບ່ໍມີບ່ອນໃດທີ່ເພິ່ນບ່ໍທັນມາເຖິງ.

ບ້ານເກີດເມືອງນອນ ຂອງນາຍຊ່າງ ລີເລັດ ຢູ່ຕາແສງຝູໝີ້, ເມືອງໝີ້ຕຸ, ແຂວງຊອັກຈັງ ເປັນເຂດທີ່ມີປະຊາກອນ ກ່ວາ 90% ແມ່ນພີ່ນ້ອງເຜົ່າຂະແມ. ຍ້ອນແມ່ນລຸກຊາຍຜູ້ດຽວໃນຄອບຄົວ ສະນັ້ນເມື່ອອາຍຸຫາກ່ໍ 6-7 ປີ, ພ່ໍໄດ້ ສອນ ວິທີການແກສະຫຼັກລາຍດອກທຸກປະເພດ ຢູ່ກິດຈະການວັດຂະແມ ໃຫ້ແກ່ ລີເລັດ. ມື້ທີ່ພ່ໍເສຍຊີວິດ, ມໍລະ ດົກອັນມີຄ່າກວ່າໝູ່ ທີ່ພ່ໍຕົກທອດມາໃຫ້ທ່ານແມ່ນປຶ້ມຫົວໜຶ່ງ ຈົດກ່າຍ ແບບຢ່າງລາຍດອກ, ລວດລາຍ ທຸກຮູບ ແບບພ້ອມກັບກົດກຳນົດ, ເຕັກນິກການປຸກສ້າງວັດຂະແມ. ທ່ານ ລີເລັດ ເຜີຍໃຫ້ຮູ້ວ່າ: “ກ່ອນທີ່ລ່ວງລັບໄປ, ພ່ໍເຕືອນໄວ້ວ່າ, ວັດຫຼັງໜຶ່ງແມ່ນສູນລວມ ວັດທະນະທຳຂອງເຜົ່າ ຂະແມ. ດ້ວຍເຫດນັ້ນ, ຜູ້ສ້າງວັດຕ້ອງມີໃຈ ສັດ ທາ, ຮອບຮູ້ວິຖີຊີວິດຂອງເຜົ່າຕົນ ຈຶ່ງສາມາດອະນຸລັກຮັກສາ ສິ່ງທີ່ເປັນມິ່ງບ້ານຂວັນເມືອງໄວ້ໄດ້”.

ເຖິງຈະປະກອບອາຊີບກ່ໍສ້າງ, ສ້ອມແປງວັດເປັນເວລາ ນານພໍສົມຄວນແລ້ວ, ແຕ່ຊື່ເອີ້ນ ລີເລັດ ຫາກ່ໍໄດ້ເປັນທີ່ຮູ້ ຈັກກັນແຜ່ຫຼາຍພາຍຫຼັງການປະຕິສັງຂອນວັດເຢີຍຢູ່ຊອັກ ຈັງປະສົບຜົນສຳເລັດໃນປີ 2009. ກ່ອນນັ້ນ ຄືເດືອນ ສິງ ຫາປີ 2007, ຫ້ອງທຳມະສະພາຂອງວັດເຢີຍ ກວ້າງປະ ມານ 200 ຕາລາງແມັດເກີດອັກຄີໄຟ. ແປວໄຟໄດ້ ເຜົາຜານ ຫຼັງຄາທັງໝົດ ຂອງຫໍທຳມະສະພາ ພ້ອມກັບປະຕູໄມ້, ເສົາ, ຂື່ ຂາງ ແລະ ຮູບປັ້ນພະພຸດທະຮູບຫຼາຍ ສິບອົງ ຢູ່ທາງໃນ. ວັດເຢີຍແມ່ນປູຊະນີຍະສະຖານພິເສດລະດັບ ຊາດ, ໄດ້ຮັບການສ້າງຂຶ້ນກ່ອນນີ້ກວ່າ 400 ປີທີ່ ເຂັ້ມຂຸ້ນໄປດ້ວຍຮ່ອງຮອຍພຸດທະສາສະໜາຂອງເຜົ່າຂະແມທາງ ພາກໃຕ້, ສະນັ້ນ ລັດໄດ້ຕົກລົງໃຫ້ດຳເນີນ ການປະຕິສັງ ຂອນ ແລະ ສ້ອມແປງຄືນ ໃຫ້ຄືດັ້ງເດີມ. ແລະ ທ່ານ ລີເລັດໄດ້ ຮັບມອບພາລະນີ້.
 

ນາຍຊ່າງ ລີເລັດ ໄດ້ເປັນຜູ້ຮູ້ຈັກກັນດີ ຢູ່ຫວຽດນາມ ກ່ໍຄືໃນໂລກ ແມ່ນສະຖາປານິກໃຫຍ່
ຂອງບັນດາກິດຈະການກ່ໍສ້າງ, ປະຕິສັງຂອນ, ສ້ອມແປງວັດຂອງເຜົ່າຂະແມ.


ຫໍທຳມະສະພາໃນວັດ ແມ່ນບ່ອນທີ່ທ່ານ ລີເລັດ ໄດ້ທຸ້ມເທ ເຫື່ອແຮງຢ່າງສຸດຂີດ ເພື່ອສະທ້ອນໃຫ້ເຫັນເຖິງ
ສີສັນວັດທະນະທຳ ທາງພຸດທະສາສະໜາ ຂອງເຜົ່າຂະແມຢູ່ພາກໃຕ້ຫວຽດນາມ.


ຊ່າງໄມ້ລີເລັດ ອະທິບາຍ ກ່ຽວກັບລວດລາຍ, ລາຍດອກ ຕ່າງໆ ທີ່ໄດ້ແກສະຫຼັກ
ເພື່ອປະດັບເອ້ໃນວັດຄຳຂະແມໃຫ້ແກ່ພວກເພື່ອນຜູ້ໜຸ່ມແໜ້ນ.
 
ທ່ານໃຫ້ຊາບວ່າ, ເພື່ອປະຕິບັດ ການປະຕິສັງຂອນ ວັດໃຫ້ ໄດ້ຄືສະບັບເດີມນັ້ນ, ໃນ 3 ປີລຽນຕິດ ນັບແຕ່ປີ 2007 ເຖິງປີ 2009, ທ່ານຕ້ອງດັ້ນດົ້ນໄປເຖິງວັດຂະແມ ແຕ່ລະຫຼັງ ຢູ່ທົ່ວທຸກແຫ່ງ ເພື່ອຄົ້ນຄວ້າລາຍດອກ ແລະ ລວດລາຍຕ່າງໆ ທີ່ເປັນສັນຍາລັກ ທາງວັດທະນະທຳ ແລະ ສະຖາປັດຕະຍະກຳ ຂອງເຜົ່າຂະແມ ພໍທີ່ຈະນຳໃຊ້ ເຂົ້າໃນການຟື້ນຟູ, ປະຕິສັງຂອນວັດເຢີຍ. ສິ່ງທີ່ຍາກ ກວ່າໝູ່ນັ້ນ ແມ່ນການສ້າງ ຮູບປັ້ນ ພະພຸດທະເຈົ້າ ສັງກະ ຈາຍ ຄືນໃໝ່ ຈາກຮູບປັ້ນເກົ່າທີ່ເຮັດ ດ້ວຍຫີນຊາຍ ເປັນໂງ່ນໃຫຍ່ ຖືກເປ່ເພຍ້ອນໄຟໄໝ້. ສຳລັບບ່ອນໃດ ທີ່ຖືກ ບິ່ນບ່ານ ບ່ໍຫຼາຍ, ທ່ານ ລີເລັດ ສະເໜີໃຫ້ໃຊ້ ຫີນແປ້ງ ແລະ ຢາງຕິດເພື່ອຂັດເຂົ້າ, ສ່ວນບ່ອນທີ່ມີ ຮອຍແຕກ ແຫງໃຫຍ່, ທ່ານເຈາະ ຫຼື ຊີແລ້ວໃຊ້ເຫຼັກເພື່ອ ໃຫ້ມັນຢູ່ຄົງທີ່. ວຽກງານຕ້ອງເຮັດ ຢ່າງເນື່ອງນິດລຽນຕິດ ຕະຫຼອດ ສາມປີໃນທີ່ສຸດກ່ໍໄດ້ປະສົບຜົນສຳເລັດຢ່າງຈົບງາມ.

ພີ່ນ້ອງເຜົ່າຂະແມຢູ່ ຊອັກຈັງ, ແມ່ນໃຜ ກ່ໍຍອມຮັບວ່າ ວັດເຢີຍໄດ້ຮັບການປະຕິສັງຂອນ ຄືກັນຖັດກັບວັດຫຼັງ ເກົ່າ, ນັບຕັ້ງແຕ່ ລາຍດອກ ລວດລາຍປະດັບປະດາຢູ່ທາງນອກ ຈົນເຖິງການເສີມສ້າງຢູ່ທາງໃນ. ການປະຕິສັງ ຂອນປະ ສົບຜົນສຳເລັດເກີນຄາດໝາຍ ແລະ ບໍລິສັດສື່ຂ່າວ AFP ຂອງຝຣັ່ງ ໄດ້ລົງຂ່າວນີ້ ປຽບເໝືອນເຫດການ ໜຶ່ງອັນໃຫຍ່ຫຼວງຂອງຫວຽດນາມ ເມື່ອດຳເນີນການປະຕິສັງຂອນ ກິດຈະການສະຖາ ປັດຕະຍະກຳເກົ່າແກ່ ແຫ່ງ ໜຶ່ງ ທີ່ຖືກເພພັງ ຢ່າງສຳເລັດຜົນ ເຊິ່ງທ່ານລີເລັດເອງແມ່ນ ສະຖາປານິກໃຫຍ່ ຂອງກິດຈະການນັ້ນ.

ຕະຫຼອດໄລຍະດຳເນີນການກ່ໍສ້າງ ແລະ ປະຕິສັງຂອນວັດແຫ່ງຕ່າງໆ ຕາມແນວໂນ້ມ ສະຖາປັດຕະຍະກຳຂອງ ເຜົ່າຂະແມນັ້ນ, ການປຸກວັດໃຫມ່ ຂອງຊາວຂະແມ ຢູ່ເຂດໝູ່ບ້ານວັດທະນະທຳ-ທ່ອງທ່ຽວ ບັນດາເຜົ່າ ຫວຽດ ນາມ ທີ່ດົ່ງໂມ (ເຊີນໄຕ-ຮ່າໂນ້ຍ) ແມ່ນກິດຈະການທີ່ນາຍຊ່າງ ລີເລັດ ຕ້ອງອອກເຫື່ອເທແຮງ ຫຼາຍກວ່າໝູ່ໝົດ. ທ່ານໃຫ້ຊາບວ່າ: “ຂ້າພະເຈົ້າຮູ້ສຶກຂຶ້ນໃຈເປັນພິເສດ ຕ່ໍໂຄງການນີ້ ຍ້ອນວ່າ, ນີ້ແມ່ນວັດຂະແມແຫ່ງທຳອິດ ທີ່ ໄດ້ປະກົດຕົວຂຶ້ນຢູ່ເຂດພາກເໜືອຫວຽດນາມ ແລະ ການປຸກສ້າງວັດ ບ່ໍເພື່ອໂຊ ແຕ່ຢ່າງດຽວ ຫາກແມ່ນວັດ ທີ່ ແທ້ຈິງ ຍ້ອນຈະມີເຈົ້າອາວາດຢູ່ຄວບຄຸມ ແລະ ນີ້ກ່ໍແມ່ນບ່ອນດຳເນີນກິດຈະກຳ ຕ່າງໆ ດ້ານການເຊື່ອຖື ຂອງ ພີ່ ນ້ອງເຜົ່າຂະແມ ຜູ້ພວມໃຊ້ຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງ”. ຍ້ອນເຫດນີ້ລະ, ທ່ານໄດ້ທຸ້ມເທທັງ ສະຕິປັນ ຍາ ແລະ ເຫື່ອແຮງເຂົ້າໃນກິດຈະກຳພິເສດນີ້ ເພື່ອປະກອບສ່ວນຊ່ວຍໃຫ້ແຂກທ່ອງທ່ຽວ ແລະ ຊາວນະຄອນ ຫຼວງ ສາມາດວາດນຶກ ແລະ ໄດ້ສຳຜັດກັບບັນຍາກາດ ອັນເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ທີ່ເປັນສັນຍາລັກ ຂອງເຜົ່າຂະແມ ຢູ່ລະຫວ່າງກາງນະຄອນຫຼວງ.
 

ທ່ານປະທານປະເທດ ເຈືອງເຕິນຊາງ ມາຢ້ຽມຢາມວັດຄຳ ຂະແມ ຢູ່ເຂດໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ
ຢູ່ດົ່ງໂມ(ເຊີນໄຕ-ຮ່າ ໂນ້ຍ) ໂດຍນາຍຊ່າງ ລີເລັດ ເປັນຜູ້ຮັບຜິດຊອບການອອກແບບ ແລະ ກໍ່ສ້າງ.


ວັດຂອງເຜົ່າຂະແມ ຫຼັງທຳອິດ ຢູ່ພາກເໜືອຫວຽດນາມໄດ້ ເປັນ
ທີ່ຈາລຶກໄວ້ ເຊິ່ງຄວາມສາມາດເກັ່ງກ້າຂອງນາຍຊ່າງ ລີເລັດ.


ວັດຄຳ ຂະແມຢູ່ພາກເໜືອຫວຽດນາມ ເປັນສະຖານທີ່ຄົ້ນພົບທີ່ໜ້າຈັບໃຈ ສຳລັບບັນດາພວກເພື່ອນຜູ້ໜຸ່ມແໜ້ນ.


ນາຍຊ່າງ ລີເລັດ ຮູ້ສຶກດີໃຈຢ່າງສຸດຊຶ້ງເນື່ອງຈາກວ່າ ວັດຄຳຂອງເຜົ່າຂະແມຫຼັງທຳອິດ ຢູ່ພາກເໜືອ
ໄດ້ມີເຈົ້າອະທິ ການມາປົກຄອງ ແລະ ເປັນທີ່ດຳເນີນຊີວິດຈິດໃຈຂອງພີ່ ນ້ອງຊົນເຜົ່າຂະແມ
 
ໄດ້ຊາບວ່າ, ໃນໄລຍະຈະເຖິງ ທ່ານ ລີເລັດ ຈະໄປກຳປູເຈຍ ເພື່ອປະຕິບັດ ການປະຕິສັງຂອນວັດແຫ່ງຕ່າງໆ ທີ່ ຖືກເພພັງ ຕາມຄຳເຊື້ອເຊີນຂອງປະເທດເພື່ອນ. ສຳລັບນາຍຊ່າງ ລີເລັດ ນັ້ນ, ການທີ່ໄດ້ເຮັດວຽກ ໄດ້ແປ່ງປັນ ຄວາມຮູ້ ກ່ຽວກັບວັດທະນະທຳຂະແມ ບ່ໍພຽງແຕ່ແມ່ນຄວາມຈັບໃຈ ໃຝ່ຫາເທົ່ານັ້ນ ຫາກຍັງແມ່ນການສະແດງ ຄວາມເຄົາລົບນັບຖື ຕ່ໍພື້ນຖານວັດທະນະທຳຂອງຊາດທີ່ໄດ້ມີມາເປັນໄລຍະ ນານແສນນານ.  
ບົດ: ທົງທ້ຽນ - ພາບ: ເຕິດເຊີນ

bichlien

ປອ ເຈືອງແທັງຕຸ່ງ - ນັກວິທະຍາສາດເພື່ອຊຸມຊົນ

ປອ ເຈືອງແທັງຕຸ່ງ - ນັກວິທະຍາສາດເພື່ອຊຸມຊົນ

ປອ ເຈືອງແທັງຕຸ່ງ, ຫົວໜ້າກຸ່ມຄົ້ນຄວ້າຢາຊະນິດໃໝ່, ຂະແໜງ ການຢາ, ມະຫາວິທະຍາໄລ Phenikaa (ຮ່າໂນ້ຍ) ໃຫ້ຮູ້ວ່າ: “ຂ້າພະເຈົ້າ ຄິດວ່າ ຖ້າເປັນທ່ານໝໍ, ຂ້າພະເຈົ້າຈະປິ່ນປົວ ໃຫ້ ຄົນເຈັບ ແຕ່ລະຄົນ, ຖ້າເປັນນັກວິທະຍາສາດ ຄົ້ນຄວ້າ ດ້ານ ການຢາ, ຖ້າສາມາດປຸງແຕ່ງຢາຊະນິດໃໝ່ໄດ້ ຈະສາມາດ ຊ່ວຍກູ້ເອົາທັງຊຸມຊົນ”. ຈາກແນວຄວາມຄິດນັ້ນ, ທ່ານ ປອ ຕຸ່ງ ແລະ ເພື່ອນຮ່ວມງານ ໄດ້ປະຕິບັດ ຫຼາຍໂຄງການ ທີ່ມີຄວາມ ໝາຍ ຕໍ່ສັງຄົມ.

Top