• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ທ່ານ Alberto Anaya Gutierrez, ເພື່ອນຜູ້ສະໜິດຂອງ ຫວຽດນາມ

ພາຍຫຼັງການເຮັດວຽກຢູ່ນະຄອນ ເມກຊິກ ມາເປັນເວລາ 4 ປີ, ຂ້າພະເຈົ້າ ກໍ່ບໍ່ຈື່ວ່າ ມີເທົ່າໃດ ຄົນ ຫວຽດນາມ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ນີ້ ແລ້້ວ, ແຕ່ຂ້າພະເຈົ້າແນ່ໃຈວ່າ ທຸກໆ ຄະນະຈະໄດ້ໄປຢາມທາດເກົ່າ, ໄປຫວ່າງພວງມາລາ ຢູ່ຕໍ່ໜ້າຮູບປັ້ນ ລຸງໂຮ່ ແລະ ໄດ້ພົບປະ ກັບທ່ານ Alberto Anaya Gutiérrez, ເລຂາທິການໃຫຍ່ ພັກແຮງງານ ເມກຊິກ. ແນ່ນອນຈະມີຄົນຖາມຕົນເອງວ່າ ເປັນຫຍັງມີຊາວ ເມກຊິກ ຄົນໜຶ່ງ ມີນ້ຳໃຈ ຫ່ວງໃຍນຳ ຫວຽດ ນາມ ຄືແນວນັ້ນ. ຂ້າພະເຈົ້າ ຄິດວ່າ ຫຼັງຈາກທີ່ໄດ້ພົບ ປະກັບເພິ່ນແລ້ວ, ເຂົາເຈົ້າຈະມີຄຳ ຕອບເອງ.

 

 
«
         ທ່ານ Alberto Anaya Gutierrez ຮຽນຈົບປະລິນຍາຕີ ຂະແໜງ ເສດຖະກິດ ຢູ່ມະຫາ ວິທະຍາໄລສັງລວມ ແຫ່ງຊາດ ເມກຊິກ; ປະລິນຍາຕີ ຂະແໜງ ກົດໝາຍ; ເໜືອມະຫາກ່ຽວກັບ ສັງຄົມ; ສຈ ມະຫາວິທະຍາໄລ ສັງລວມ Nuevo Leon ແລະ ມໍ່ໆ ນີ້ ແມ່ນຮຽນຈົບ ປະລິນ ຍາເອກ ຂະແໜງວິທະຍາສາດການເມືອງ ຢູ່ມະຫາວິທະຍາໄລສັງລວມ La Habana ຂອງ ກູບາ.
           
                                              »
ບ້ານເກີດຂອງເພິ່ນຢູ່ Aguascalientes, ລັດໜຶ່ງນອນຢູ່ໃຈກາງສະຫະລັດ ເມກຊິກ ທີ່ກວ້າງໃຫຍ່, ເພິ່ນມີການຊອກຮູ້ ແລະ ສະໜັບສະໜູນໃຫ້ການສູ້ຮົບປົດປ່ອຍ ປະເທດຊາດ ຂອງປະຊາຊົນ ຫວຽດນາມຜ່ານການເຂົ້າຮ່ວມຂະບວນການນັກສຶກ ສາ ຄັດຄ້ານສົງຄາມ ຮຸກຮານ ຫວຽດນາມ.

ເພິ່ນກ້າວເຂົ້າສູ່ພາລະກິດການເມືອງດ້ວຍຄວາມຮັບຮູ້ ແລະ ເສັ້ນທາງສະເພາະຂອງຕົນ: ປີ 1976 ເພິ່ນໄດ້ເຂົ້າຮ່ວມ ໃນການ ສ້າງຕັ້ງ ແນວຮົບປະຊາຊົນ ດິນປູກຝັງ ແລະ ເສລີພາບ ຢູ່ ນະຄອນ Monterrey, ລັດ Nuevo Leon, ພາກເໜືອ ເມກຊິກ. ປີ 1990 ເພິ່ນເປັນໜຶ່ງໃນບັນດາຜູ້ທີ່ສ້າງຕັ້ງພັກແຮງງານ ເມກຊິກ. ເພິ່ນຍັງໄດ້ເຂົ້າຮ່ວມ ໃນສະພາ ສະຫະລັດ ດ້ວຍ 4 ໄລຍະອາຍຸປະຈຳການເປັນຜູ້ແທນລາດຊະດອນ ແລະ 2 ໄລຍະອາຍຸປະຈຳການເປັນ ສະມາຊິກສະພາ ສູງ, ໄດ້ຮັບຜິດຊອບເປັນຫົວໜ້າຄະນະຜູ້ແທນ ລາດຊະດອນຂອງພັກອອກແຮງງານເມກຊິກ ທີ່ບັນດາສະພາ ແລະ ທັງເປັນ ປະທານກຸ້ມ ຜູ້ແທນລາດຊະດອນມິດຕະພາບ ເມກຊິກ-ຫວຽດນາມ ອີກດ້ວຍ.
 
ວັນທີ 28 ພະຈິກ 2012, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕ້ອນຮັບທ່ານ Alberto Anaya Gutierrez. ພາບ: ຈີ໋ຢຸງ-ຂ່າວສານຫວຽດນາມ
 


ວັນທີ 28 ພະຈິກ 2012, ທີ່ສຳນັກງານສູນກາງພັກ, ທ່ານ ຫງວຽນຝູຈ້ອງ
ແລະ ຄະນະຜູ້ແທນພັກອອກແຮງງານ ເມກຊິກ ຖ່າຍຮູບຮ່ວມກັນ. ພາບ: ຈີ໋ຢຸງ-ຂ່າວສານຫວຽດນາມ

ວັນທີ 15 ມິຖຸນາ 2014, ທ່ານປະທານປະເທດ ເຈືອງເຕິນຊາງ
ມີການພົບປະເຈລະຈາກັບທ່ານ Alberto Anaya Gutierrez. ພາບ: ຫງວຽນເຢີນ-ຂ່າວສານຫວຽດນາມ

ວັນທີ 15 ມິຖຸນາ 2011, ທີ່ທຳນຽບປະທານປະເທດ, ທ່ານ ເຈືອງເຕິນຊາງ ແລະ ທ່ານ Alberto Anaya Gutierrez ໄດ້ເຂົ້າຮ່ວມໃນພິທີວາງຮູບປັ້ນລຸງໂຮ່ ນັ່ງເຮັດວຽກທີ່ສວນດອກໄມ້ໃນທຳນຽບປະທານປະເທດ ໂດຍພັກອອກແຮງງານ ເມກຊິກ ມອບໃຫ້. ພາບ: ຫງວຽນເຢີນ-ຂ່າວສານຫວຽດນາມ
 
ດ້ວຍຖານະບົດບາດເປັນນັກການເມືອງ, ທ່ານ Alberto Anaya ໄດ້ມີແນວຄິດຈິດໃຈ ແລະ ການເຄື່ອນໄຫວເພື່ອ ຫວຽດນາມ. ໄລຍະຍັງເປັນນັກສຶກສາ, ເພິ່ນໄດ້ ລົງຖະໜົນເຂົ້າຮ່ວມຂະບວນການປະທ້ວງຕ້ານສົງຄາມຮຸກຮານ ຫວຽດນາມ ຍ້ອນນ້ຳໃຈ ຮັກ
ຊາດຂອງປະທານ ໂຮ່ຈີມິນ. ເພິ່ນຍັງມີການສະໜັບສະໜູນ ຫວຽດນາມ ບົນທຸກ ເວທີສາກົນ.

ພາຍໃຕ້ການນຳພາຢ່າງໂດຍກົງຂອງເພິ່ນ, ພັກອອກແຮງງານໄດ້ພິມຈຳໜ່າຍປື້ມ, ເອກະສານ, ບົດຂຽນຈຳນວນໜຶ່ງກ່ຽວກັບ ຫວຽດນາມ ຂອງການນຳພັກ ແລະ ລັດຖະບານ ຫວຽດນາມ ທີ່ເມກຊິກ ແລະ ອາເມລິກາລາຕິນ, ໃນນັ້ນ ຂ້າພະເຈົ້າມີຄວາມ ປະທັບໃຈຕໍ່ປຶ້ມຫົວໜຶ່ງທີ່ມີຊື່ວ່າ “ບັນດາບົດຂຽນເລືອກເຟັ້ນ ກ່ຽວກັບການເມືອງ ຂອງປະທານ ໂຮ່ຈີມິນ”.

ສິ່ງທີ່ສ້າງຄວາມປະທັບໃຈຢ່າງພິເສດໃຫ້ຂ້າພະເຈົ້າເມື່ອລົມກັນກັບທ່ານ Alberto Anaya ກ່ຽວກັບຫວຽດນາມ, ເພິ່ນ ໄດ້ເວົ້າເຖິງບັນດາໄລຍະ ປະຫວັດສາດ ທີ່ສຳຄັນທີ່ສຸດຂອງ ຫວຽດນາມ, ແລ້ວຂະບວນການປ່ຽນແປງໃໝ່ ແລະ ບັນດາ ຜົນສຳເລັດ, ເພິ່ນເຮັດໃຫ້ຜູ້ຟັງຄິດວ່າ ຕົນເອງພວມໄດ້ໂອ້ລົມກັນກັບການນຳ ຫວຽດນາມ ຄົນໜຶ່ງ.
  

ທ່ານ Alberto Anaya Gutierrez ມາວາງພວງມາລາ ແລະ ເຂົ້າຢ້ຽມສຸສານປະທານ ໂຮ່ຈີມິນ. ພາບ: ຫງວຽນເຢີນ-ຂ່າວສານຫວຽດນາມ

ທ່ານ Alberto Anaya Gutierrez ມາຢາມບ່ອນຢູ່ ແລະ ບ່ອນເຮັດວຽກ
ຂອງປະທານ ໂຮ່ຈີມິນ ໃນເຂດຮ່ອງຮອຍທຳນຽບປະທານປະເທດ. ພາບ: ຫງວຽນເຢີນ-ຂ່າວສານຫວຽດນາມ


ທ່ານ Alberto Anaya Gutierrez ພ້ອມຄະນະຜູ້ແທນພັກອອກແຮງງານ ເມກຊິກ
ມາຢ້ຽມຢາມໂຮງຮຽນອະນຸບານ 19/5 ຢູ່ນະຄອນ ດາໜັງ. ພາບ: ເຈີ່ນເລເລີມ-ຂ່າວສານຫວຽດນາມ

ທ່ານ Alberto Anaya Gutierrez ພ້ອມບັນດານ້ອງນ້ອຍຂອງໂຮງຮຽນອະນຸບານ 19/5. ພາບ: ເຈີ່ນເລເລີມ-ຂ່າວສານຫວຽດນາມ

ທ່ານ Alberto Anaya Gutierrez ພ້ອມຄະນະຜູ້ແທນພັກອອກແຮງງານ ເມກຊິກ
ໄປຢ້ຽມຢາມຖະໜົນເກົ່າ ໂຮ້ຍອານ ຢູ່ກວາງນາມ. ພາບ: ເຈີ່ນເລເລີມ-ຂ່າວສານຫວຽດນາມ


ວັນທີ 26 ພະຈິກ 2012, ທ່ານ Alberto Anaya Gutierrez ມາຢ້ຽມຢາມ
ແລະ ມອບລົດເຂັນໃຫ້ໂຮງຮຽນປັກເຂັມສູນກາງ. ພາບ: ຫງວຽນເຢີນ-ຂ່າວສານຫວຽດນາມ
 
4 ປີເຮັດວຽກຢູ່ທີ່ນີ້, ຂ້າພະເຈົ້າໄດ້ຮັບການຊ່ວຍເຫຼືອຈາກປະຊາຊົນ ເມກຊິກ ຢ່າງສຸດອົກສຸດໃຈ, ເປັນຕົ້ນແມ່ນ ພັກອອກແຮງງານ, ສິ່ງດັ່ງກ່າວໄດ້ເຮັດໃຫ້ຂ້າພະເຈົ້າ ຮູ້ສຶກອົບອຸ່ນ ແລະ ໃກ້ຊິດ.
 

ວັນທີ 26 ພະຈິກ 2012, ທ່ານ ຫງວຽນດຶກເລີ້ຍ, ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານຫວຽດນາມ
ປະດັບຫຼຽນກາ ເພື່ອພາລະກິດຂ່າວສານ ໃຫ້ແກ່ທ່ານ Alberto Anaya Gutierrez. ພາບ: ຫງວຽນເຢີນ-ຂ່າວສານຫວຽດນາມ

ທ່ານ Alberto Anaya Gutierrez ແລະ ທ່ານ ຫງວຽນດຶກເລີ້ຍ ຖ່າຍຮູບຮ່ວມກັນຢູ່ຂ້າງຮູບປັ້ນ ລຸງໂຮ່ ພວມນັ່ງເຮັດວຽກ
ໂດຍພັກອອກແຮງງານ ເມກຊິກ ມອບໃຫ້ສຳນັກຂ່າວສານຫວຽດນາມ. ພາບ: ຫງວຽນເຢີນ-ຂ່າວສານຫວຽດນາມ

ຄະນະຜູ້ແທນຂ່າວພາບຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ເມກຊິກ ຕາມຄຳເຊື້ອເຊີນຂອງພັກອອກແຮງງານເມກຊິກ.
ໃນພາບ: ວັນທີ 3 ຕຸລາ 2013, ທີ່ສຳນັກງານພັກອອກແຮງງານເມກຊິກ, ທ່ານ Alberto Anaya Gutierrez
ມີການພົບປະກັບທ່ານ ຫງວຽນຖັ໋ງ, ຫົວໜ້າຄະນະບັນນາທິການໃຫຍ່ ຂ່າວພາບຫວຽດນາມ. ພາບ: ຮວ່າງກວາງຮ່າ-ຂ່າວພາບຫວຽດນາມ
 
ເພິ່ນໄດ້ມາຢ່ຽມຢາມ ຫວຽດນາມ 12 ເທື່ອ, ມາເທື່ອໃດເພິ່ນກໍ່ມີຂອງຕ້ອນມອບໃຫ້ປະຊາຊົນ ຫວຽດນາມ ຄື: ມອບລົດເຂັນ 100 ຄັນໃຫ້ສະມາຄົມຜູ້ຖືກເຄາະຮ້າຍ ຈາກສານພິດ ດີໂອຊີນ ຫວຽດນາມ; ມອບສົ່ງເຕັກໂນໂລຢີ ແລະ ແນວປູກຕົ້ນຕະບອງເພັດ ໃຫ້ແຂວງພາກກາງ ຫວຽດນາມ ຈຳນວນໜຶ່ງ. ເພິ່ນເປັນຜູ້ລິເລີ່ມການປິ່ນປົວ ພະຍາດ ໃຫ້ຄົນທຸກຍາກ ເມກຊິກ ດ້ວຍການປັກ ເຂັມ ຫວຽດນາມ.

ນ້ຳໃຈຂາວສະອາດຂອງທ່ານ Alberto Anaya Gutierrez ສະຫງວນໃຫ້ ຫວຽດນາມ ໄດ້ກຳເນີດຈາກຫົວໃຈເພື່ອຫວຽດນາມ.
                                                       ໂດຍ: ຫວຽດຮວ່າ - ນັກຂ່າວ ຂ່າວສານຫວຽດນາມ ປະຈຳ ເມກຊິກ.

bichlien

ປອ ເຈືອງແທັງຕຸ່ງ - ນັກວິທະຍາສາດເພື່ອຊຸມຊົນ

ປອ ເຈືອງແທັງຕຸ່ງ - ນັກວິທະຍາສາດເພື່ອຊຸມຊົນ

ປອ ເຈືອງແທັງຕຸ່ງ, ຫົວໜ້າກຸ່ມຄົ້ນຄວ້າຢາຊະນິດໃໝ່, ຂະແໜງ ການຢາ, ມະຫາວິທະຍາໄລ Phenikaa (ຮ່າໂນ້ຍ) ໃຫ້ຮູ້ວ່າ: “ຂ້າພະເຈົ້າ ຄິດວ່າ ຖ້າເປັນທ່ານໝໍ, ຂ້າພະເຈົ້າຈະປິ່ນປົວ ໃຫ້ ຄົນເຈັບ ແຕ່ລະຄົນ, ຖ້າເປັນນັກວິທະຍາສາດ ຄົ້ນຄວ້າ ດ້ານ ການຢາ, ຖ້າສາມາດປຸງແຕ່ງຢາຊະນິດໃໝ່ໄດ້ ຈະສາມາດ ຊ່ວຍກູ້ເອົາທັງຊຸມຊົນ”. ຈາກແນວຄວາມຄິດນັ້ນ, ທ່ານ ປອ ຕຸ່ງ ແລະ ເພື່ອນຮ່ວມງານ ໄດ້ປະຕິບັດ ຫຼາຍໂຄງການ ທີ່ມີຄວາມ ໝາຍ ຕໍ່ສັງຄົມ.

Top