• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຄວາມງົດງາມຂອງ ພູ ບ່າຣ໋າ

ດ້ວຍຄວາມສູງ 750 ແມັດເມື່ອທຽບກັບໜ້ານ້ຳທະເລ, ພູ ບ່າ ຣ໋າ (ຢູ່ຕາແສງເຟຶອກລອງ, ແຂວງບິ່ງເຟຶອກ) ເປັນໜຶ່ງໃນສາມ ໜ່ວຍພູ ທີ່ສູງທີ່ສຸດໃນພາກຕາເວັນອອກສຽງໃຕ້. ພໍ່ແມ່ປະຊາຊົນຊາວຊົນເຜົ່າ ສະຕຽງ ຢູ່ທ້ອງຖິ່ນນັ້ນມັກເອີ້ນພູ ບ່າຣ໋າ ນີ້ວ່າ ເບີ ນອມ ບຣາ ຫຼື ຢຸມບຣາ (ຈອມພູກາຍະສິດ) ເນື່ອງຈາກວ່າ ແຫ່ງນີ້ ໄດ້ຮັບຖືວ່າເປັນບ່ອນສັກສິດສຳລັບເຂົາເຈົ້າ. ປະຈຸບັນ, ພູບ່າຣ໋າເປັນສະຖານທີ່ທ່ອງທ່ຽວອັນໜ້າຈັບໃຈສຳລັບແຂກ ທາງໄກ ໄທຕ່າງແດນ ຍ້ອນມີທັດສະນີຍະພາບດັ່ງໃນຝັນ ແລະ  ໃຫຍ່ໂຕມະໂຫຖານ. 
«
        ເລີ່ມລົງມືກໍ່ສ້າງເມື່ອ ເດືອນມິຖຸນາ ປີ 2008 ດ້ວຍມູນຄ່າການ ລົງທຶນທັງໝົດ 76 ກວ່າຕື້ດົ່ງ, ລະບົບສາຍກາບກະເຊົ້າ ພູບ່າຣ໋າ ໄດ້ນຳເຂົ້າມາໃນປີ 2013. ສາຍກາບກະເຊົ້າລອຍຟ້າດັ່ງກ່າວ ມີຄວາມຍາວ 2.063 ແມັດ.  ມີກະເຊົ້າ 32 ໜ່ວຍ, ແບ່ງເປັນ 8 ກຸ່ມ ແຕ່ລະກະເຊົ້າມີ 6 ບ່ອນນັ່ງ. ໃຊ້ເວລາປະມານ 12 ນາທີ ຕໍ່ຄັ້ງ ຈາກສະຖານີທຳອິດ ຢູ່ຕີນພູ ເຖິງສະຖານີສຸດທ້າຍຢູ່ເທິງ ຈອມພູ. 
»
ໃນຊຸມປີຕົ້ນສະຕະວັດທີ XX, ພູ ບ່າຣ໋າ ເປັນສະຖານທີ່ ຫ່າງໄກ ສອກຫຼີກ. ດ້ວຍເຫດນັ້ນ, ພວກລ່າເມືອງຂຶ້ນຝຣັ່ງ ໄດ້ກໍ່ສ້າງ ຄຸກ ແຫ່ງໜຶ່ງຂຶ້ນເພື່ອຄຸມຂັງ ບັນດານັກປະຕິວັດ. ບ່າຣ໋າ ເປັນຊື່ໃນນາມເຂດດິນແດນ ທີ່ສະໜິດຕິດພັນກັບຜົນງານຕ່າງໆ ຂອງ ນາຍທະຫານ ແລະ ປະຊາຊົນ ຕາແສງ ເຟຶອກລອງ ໃນຂະບວນ ການຕໍ່ສູ້ກູ້ຊາດກັບ ຝຣັ່ງ ແລະ ອາເມລິກາ.

ປະຈຸບັນ, ພູບ່າຣ໋າໄດ້ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ບໍ່ຄວນ ພາດ ສຳລັບນັກທ່ອງທ່ຽວ ເມື່ອມາເຖິງແຂວງ ບິ່ງເຟຶອກ ຍ້ອນຄວາມສວຍງາມແບບດັ່ງເດີມຂອງມັນ. ມີສອງວິທີທີ່ ນັກທ່ອງ ທ່ຽວສາມາດຂຶ້ນເຖິງຈອມພູ ບ່າຣ໋າ ໄດ້ນັ້ນຄື: ຖ້າທ່ານຍ່າງຈະໄດ້ປີນຂັ້ນໄດຂຶ້ນຈຳນວນ 1.767 ຂັ້ນ ຈາກໂນນ ບັ່ງລັງເຖິງຈອມພູ ຫຼື ອາດຂຶ້ນດ້ວຍກະເຊົ້າລອຍຟ້າ.

ຈາກທີ່ນີ້, ນັກທ່ອງທ່ຽວສາມາດສົ່ງສາຍຕາອອກໄປໄກເພື່ອ ຊົມທິວທັດທີ່ສວຍສົດງົດງາມຂອງບ້ານ, ເຮືອນປະຊາຊົນບ້ານ ຖາກເມີ (ຕາດເມີ) ແລະ ອ່າງນ້ຳເຂື່ອນ ຖາກເມີ, ມີເກາະ ໃຫຍ່, ນ້ອຍປະມານ 10 ເກາະ ທີ່ຖືກ ອ້ອມຮອບດ້ວຍ ຮົ່ມໄມ້ສີຂຽວ. ໃນລະດູຝົນ, ເນື້ອທີ່ອ່າງນ້ຳມີໜ້ານ້ຳກວມ 12.000 ເຮັກຕາ ມັນເໝືອນດັ່ງ ທະເລສີຂຽວເຂັ້ມ. ທີ່ປະສົມກົມກືນກັບພູຜາ ປ່າໄມ້. ໃນຍາມຄຳ່ຄືນ, ເທດສະບານເມືອງ ຖາກເມີ ຮຸ່ງແຈ້ງ ດ້ວຍແສງໂຄມໄຟ ຈາກໂຮງງານໄຟຟ້ານ້ຳຕົກ ເຈືອປົນກັບນ້ຳ ໝອກ ຊ່ຶງເຮັດໃຫ້ທັດສະນີຍະພາບ ມີຄວາມງົດງາມດັ່ງໃນຝັນ.


ສອງຝາກທາງຂຶ້ນຈອມພູ ບ່າຣ໋າ ແມ່ນຕົ້ນໄມ້ໃບຫຍ້າມີສີຂຽວ ກະຈີ່.


ປະຕູໂຂງເຂົ້າເຂດທ່ອງທ່ຽວ ສາຍກະເຊົ້າ ບ່າຣ໋າ. 


ສາຍກາບກະເຊົ້າລອຍຟ້າ ດັ່ງກ່າວມີຄວາມຍາວ 2.063 ແມັດ.  ມີກະເຊົ້າ 32 ໜ່ວຍ ຊຶ່ງໄດ້ນຳເຂົ້າມາໃຊ້ໃນປີ 2013…


… ເປັນການເດີນທາງທີ່ຫນ້າປະທັບໃຈຂອງນັກທ່ອງທ່ຽວຕະຫລອດ 12 ນາທີ ຈາກສະຖານແຫ່ງທຳອິດ ຢູ່ຕີນພູ ເຖິງສະ ຖານີສຸດທ້າຍຢູ່ເທິງຈອມພູ.


ນັກທ່ອງທ່ຽວບັນທຶກໄວ້ໃນກອງຖ່າຍຮູບຂອງຕົນ ຮູບພາບ ທີ່ສວຍງາມຈາກກະເຊົ້າ.


ອ້ອມຂ້າງພູ ບ່າຣ໋າ ແມ່ນເຂດປ່າສະຫງວນ ໄດ້ຮັບການ ປົກປັກຮັກສາຢ່າງເຂັ້ມງວດ, ຍັງມີທຸກປະເພດໄມ້
ທີ່ເປັນເອກະລັກ ແລະ ມີຄ່າຫາຍາກຂອງປ່າເຂດຮ້ອນຢ່າງຄົບຖ້ວນ. 



ພາບມອງເຫັນເຂດຊຸມຊົນ ຖາກເມີ ຈາກຈອມພູ ບ່າຣ໋າ. 


ນັກທ່ອງທ່ຽວຢ້ຽມຊົມພູ ບ່າຣ໋າ. 


ຫໍບູຊາ ນາງ ທຽນເຮົ້າ ເທິງຈອມພູ ບ່າຣ໋າ. 


ຮູບພາບໜອງຖາກເມີ ທີ່ມອງຈາກຈອມພູ ບ່າຣ໋າ.


ສະຖານີກະຈາຍສຽງ ຕັ້ງຢູ່ຈອມພູ ບ່າຣ໋າ. 


ຕາດນ້ຳຕົກທີ່ສວຍງາມຢູ່ຕີນພູ ບ່າຣ໋າ. 
 
ບ່າຣ໋າ ມີອາກາດເຢືອກເຢັນຕະຫຼອດປີ ເໝືອນດັ່ງຢູ່ເຂດພູສູງ ດ່າລາດ. ເມື່ອໄປຢ້ຽມຢາມ ບ່າຣ໋າ, ນັກທ່ອງທ່ຽວຈະມີໂອກາດ ສະເຫວີຍອາກາດທີ່ໜາວເຢັນຈັກໜ່ອຍ, ໄດ້ຊົມເບິ່ງ ກຸ້ມເມກ ເຝື້ອ ພວມເລື່ອນລອຍ ຢູ່ເທິງຈອມພູ ໃນຍາມຮຸ່ງເຊົ້າ ຫຼື ຄ້ອຍ ຄ່ຳ ແລະ ເຫັນພາບຕ່າງໆ ທີ່ໜ້າເບິ່ງໜ້າຊົມ.

ອ້ອມຮອບພູ ບ່າຣ໋າ ແມ່ນປ່າສະຫງວນແຫ່ງຊາດ ບູ່ ຢາ ເມິບ ກວ້າງ 2.600 ເຮັກຕາ, ຕັ້ງຢູ່ໃນເຂດທໍລະນີສາດ-ຊີວະວິທະຍາ ຕາເວັນອອກສຽງໃຕ້. ພູແຫ່ງນີ້ເປັນບ່ອນຢູ່ອາໄສຂອງສັດ ແລະ ພືດສາສາດນາໆຊະນິດ ທີ່ມີຄຸນຄ່າຫາຍາກ ແລະ  ເປັນເອກະ ລັກສະເພາະ.

ເນື່ອງຈາກມີທັດສະນີຍະພາບ ຈາກສະຫວັນດົນບັນດານໃຫ້, ພູ ບ່າຣ໋າ ໄດ້ຕ້ອນຮັບແຂກຕ່າງດ້າວ ທ້າວຕ່າງແດນທີ່ມາຢ້ຽມ ຢາມ ເປັນຈຳນວນຫຼາຍໝື່ນຄົນຕໍ່ປີ.
ບົດ: ຫງວຽນແອວງ - ພາບ: ຫງວຽນລວນ

bichlien

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ ແມ່ນໜຶ່ງໃນບັນດາ ເຂດ ຮັກສາລະບົບນິເວດ ໃຫຍ່ສຸດຢູ່ ຫວຽດນາມ ແລະ ໃນໂລກ. ສະຖານທີ່ນີ້ ປະກອບດ້ວຍຄຸນຄ່າ ທີ່ເປັນເອກະລັກ ຢ່າງຍິ່ງ ມີທັງ ປ່າໄມ້ ແລະ ລະບົບນິເວດທາງທະເລ. ມາ​ຍັງ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດບ່າ, ​ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ສໍາຜັດ ປະສົບການ ແລະ ສຳ​ຫຼວດ​ລະບົບ​ນິ​ເວດ ຂອງສັດ ​ແລະ ພືດ​ ທີ່​ຫຼາກ​ຫຼາຍ.

Top