• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນໃນ “ວັນບຸນໃຫຍ່ຂອງທົ່ວປວງຊົນ”

7 ໂມງວັນທີ 23 ພຶດສະພາ 2021, ເຂດປ່ອນບັດໃນທົ່ວປະເທດ ປະມານ 80.000 ແຫ່ງ ໄດ້ຈັດພິທີເຄົາລົບທຸງ ແລະ ບັນດາ ລະບຽບການທີ່ຈຳເປັນ, ເລົ່ມຕົ້ນການເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກ ສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026. ນີ້ແມ່ນວັນບຸນໃຫຍ່ຂອງທົ່ວປວງຊົນ, ເປັນໂອກາດທີ່ສຳຄັນ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ປະຕິບັດ, ເສີມຂະຫຍາຍສິດ, ໜ້າທີ່, ຄວາມຮັບຜິດຊອບຂອງ ພົນລະເມືອງໃນການເລືອກເຟັ້ນ, ຄັດເລືອກເອົາຜູ້ແທນທີ່ດີເດັ່ນ, ສົມເປັນຜູ້ຕາງໜ້າໃຫ້ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ແລະ ສິດເປັນເຈົ້າຂອງປະຊາຊົນ ເຂົ້າຮ່ວມໃນສະພາແຫ່ງຊາດ ແລະ ສະພາປະຊາຊົນ ທຸກຂັ້ນ. 
ການເລືອກຕັ້ງໄດ້ດຳເນີນໄປ ກົງກັບເວລາ ປະຊາຊົນທົ່ວປະເທດ ພວມພະຍາຍາມແຂ່ງຂັນສ້າງຜົນງານ ເພື່ອຊົມເຊີນຜົນສຳເລັດຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ - ເຫດການການເມືອງໜຶ່ງທີ່ສຳຄັນຍິ່ງຂອງພັກ, ປະເທດຊາດ ແລະ ຊົນຊາດ ຫວຽດນາມ, ມີຄວາມໝາຍຍຸດທະສາດ ຕໍ່ພາລະກິດການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ຄົບຊຸດ, ພັດທະນາປະເທດຊາດໂດຍໄວ ແລະ ໝັ້ນຄົງກວ່າເກົ່າ ໃນສະໄໝໃໝ່. ນີ້ກໍ່ເປັນໂອກາດ ເພື່ອສືບຕໍ່ການກໍ່ສ້າງ, ປັບປຸງ ແລະ ເຮັດໃຫ້ລັດ ແລະ ນຳນາດກົດໝາຍ ສັງຄົມນິຍົມ ຂອງ ປະຊາຊົນ, ຍ້ອນປະຊາຊົນ ແລະ ເພື່ອປະຊາຊົນໄດ້ສົມບູນ ແບບ. ການເລືອກເຟັ້ນ, ຄັດເລືອກເອົາຜູ້ແທນທີ່ດີເດັ່ນ ເຂົ້າຮ່ວມ ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນ ທຸກຂັ້ນ ອາຍຸການ ໃໝ່ ເປັນໜ້າທີ່ສຳຄັນຂອງທົ່ວພັກ, ທ່ົວປວງຊົນ ແລະ ທົ່ວ ກອງທັບ ໃນປີ 2021.

ໃນບັນຍາກາດທີ່ຄຶກຄື້ນ, ເບີກບານມ່ວນຊື່ນຂອງວັນບຸນ ເລືອກຕັ້ງ, ບັນດາສະຫານການນຳຂອງພັກ, ລັດ ພ້ອມກັບຜູ້ມີ ສິດເລືອກຕັ້ງໃນທ່ົວປະເທດກວ່າ 69 ລ້ານຄົນ ໄດ້ມາຍັງບັນດາເຂດປ່ອນບັດເລືອກຕັ້ງ ເພື່ອປະຕິບັດສິດ, ໜ້າທີ່, ຄວາມຮັບຜິດ ຊອບຂອງພົນລະເມືອງ ກັບປະເທດຊາດ, ເພື່ອເລືອກເຟັ້ນ, ຄັດເລືອກເອົາຜູ້ແທນທີ່ດີເດັ່ນ, ສົມເປັນຜູ້ຕາງໜ້າໃຫ້ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ແລະ ສິດເປັນເຈົ້າຂອງປະຊາຊົນ. 


ທ່ານ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ປ່ອນບັດເລືອກຕັ້ງ
ສະມາຊິກ ສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກ ສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026. ພາບ: ຈີ໋ຢຸງ/VNA



ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ປ່ອນບັດ ທີ່ເຂດປ່ອນບັດເລກ 1, ເທດສະບານ ອານຫຼາວ, ເມືອງ ອານຫຼາວ,
ນະຄອນ ຫາຍຝ່ອງ. ພາບ: ຢວານເຕິນ/VNA



ທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມກັບພັນລະຍາ ແລະ ທ່ານເລຂາຄະນະພັກ ນະຄອນ ໂຮ່ຈີມິນ ຫງວຽນວັນເນນ ປ່ອນບັດເລືອກຕັ້ງສະມາຊິກ
ສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກ ສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ  ປ່ອນບັດເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກ ສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026. ພາບ: ຫງອກທ້ຽນ/VNA
 
ສຳລັບຜູ້ແທນສະພາປະຊາຊົນ ທຸກຂັ້ນ, ຂໍ້ມູນລາຍລະອຽດ ດັ່ງລຸ່ມນີ້: ຈາກຈຳນວນຜູ້ສະໝັກເລືອກຕັ້ງ 6.199 ສະຫາຍ ຈະຄັດເລືອກເອົາ 3.726 ສະຫາຍ ເຂົ້າສະພາປະຊາຊົນ ຂັ້ນແຂວງ; ຈາກຈຳນວນຜູ້ສະໝັກເລືອກຕັ້ງ 37.468 ສະຫາຍ ຈະຄັດເລືອກເອົາ 22.952 ສະຫາຍ ເຂົ້າສະພາປະຊາຊົນ ຂັ້ນເມືອງ; ຈາກຈຳນວນຜູ້ສະໝັກເລືອກຕັ້ງ 405.244 ສະຫາຍ ຈະຄັດເລືອກເອົາ 242.312 ສະຫາຍ ເຂົ້າສະພາ ປະຊາຊົນ ຂັ້ນຕາແສງ.

ເມື່ອວັນທີ 16 ພຶດສະພາ, ໄດ້ຮັບຄວາມອະນຸຍາດຂອງສະພາເລືອກຕັ້ງແຫ່ງຊາດ, ເຂດປ່ອນບັດ 20 ແຫ່ງຢູ່ບັນດາເກາະ ສັງກັດກັບເທດສະບານເຈື່ອງຊາ,
ຕາແສງ ຊີງຕົ່ນ, ຕາແສງ ຊອງຕື້ໄຕ ໄດ້ດຳເນີນການປ່ອນບັດເລືອກຕັ້ງ. ພາບ: VNA


ເຂດປ່ອນບັດເລກ 48 ຖະໜົນ ຮ່າງຫງາງ, ຮ່າໂນ້ຍ ເປັນສະຖານທີ່ປະທານ ໂຮ່ຈີມິນ ຂຽນບົດປະກາດເອກະລາດ. ພາບ: ເຈີ່ນແທງຢາງ/VNP


ຜູ້ມີສິດເລືອກຕັ້ງ ໄດ້ແທກຄວາມຮ້ອນ ແລະ ຮັບປະກັນ ກຳນົດ ກ່ຽວກັບການປ້ອງກັນ ແລະ ຕ້ານໂຄວິດ-19 ທີ່ເຂດປ່ອນບັດ ເລກ 1,
ຕາແສງ ຮ່າງບ່າຍ, ຮ່າໂນ້ຍ. ພາບ: ຫວຽດເກື່ອງ/VNP

 

ທີ່ບັນດາຈຸດປ່ອນບັດ, ຜູ້ມີສິດເລືອກຕັ້ງ ກໍ່ຄືກຳລັງຮັບໃຊ້ ລ້ວນແຕ່ ຮັກສາໄລຍະຫ່າງ ແລະ ຖືຜ້າອັດປາກ ຢ່າງຄົບຖ້ວນ ເພື່ອປ້ອງກັນ
ແລະ ຕ້ານໂຄວິດ-19. ພາບ: ກົງດາດ/VNP


ຜູ້ມີສິດເລືອກຕັ້ງ ເລືອກເຟັ້ນ ຜູ້ສະໝັກເລືອກຕັ້ງ ຢ່າງລະອຽດ ກ່ອນທີ່ຈະປະຕິບັດການເລືອກຕັ້ງ. ພາບ: ເຈີ່ນແທງຢາງ/VNP


ຜູ້ມີສິດເລືອກຕັ້ງ ດຳເນີນການປ່ອນບັດ ທີ່ເຂດປ່ອນບັດເລກ 4, ຕາແສງ ຈຸງຟຸ້ງ, ເມືອງ ໂດງດາ, ຮ່າໂນ້ຍ. ພາບ: ແຄ໋ງລອງ/VNP


ແມ່ເຖົ້າ ຫງວຽນກິມຫງວຽດ, ອາຍຸ 96 ປີ ໄດ້ສຳເລັດໜ້າທີ່ ປ່ອນບັດ ຢູ່ຕາແສງ ດ້ຽນບຽນ, ຮ່າໂນ້ຍ. ພາບ: ເຈີ່ນແທງຢາງ/VNP
 
 ບັນດາແມ່ຊີ ຢູ່ ຮ່າໂນ້ຍ ໄປປ່ອນບັດທີ່ເຂດປ່ອນບັດເລກ 3, ຕາແສງ ຮ່າງຈົງ, ເມືອງ ຮວ່ານກຽມ, ຮ່າໂນ້ຍ. ພາບ: ແທ່ງດາດ/VNA


ຜູ້ມີສິດເລືອກຕັ້ງຊາວເຜົ່າ ມົ້ງ ຢູ່ບ້ານ ເນີ້ມຢັດ, ຕາແສງ ຟອງລາຍ, ເມືອງຖ້ວນເຈົາ, ແຂວງ ເຊີນລາ ໄປປ່ອນບັດ. ພາບ: ຫືວກວຽດ/VNA
 

ທີ່ແຂວງ ບັກຢາງ, ບັນດາຫີບບັດ ໄດ້ພະນັກງານຂອງໜ່ວຍ ເລືອກຕັ້ງ ສົ່ງໄປຍັງບັນດາເຂດແຍກດ່ຽວຢູ່ສູນຈຳກັດບໍລິເວນ
ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ປ່ອນບັດ. ພາບ: ແຢງລາມ/VNA



ຜູ້ຕິດໂຄວິດ-19 ລາຍໃໝ່ 3 ຄົນປະຕິບັດການປ່ອນບັດ ກ່ອນທີ່ຈະໄດ້ສົ່ງໄປປິ່ນປົວຢູ່ມະຫາວິທະຍາໄລ ກະສິກຳ ແລະ ປ່າໄມ້. ພາບ: ແຢງລາມ/VNA
 

ຫີບບັດ ເຄື່ອນທີ່ ໄດ້ສົ່ງໄປຍັງຫ້ອງກວດພະຍາດ ຂອງໂຮງໝໍ ແບກມາຍ. ພາບ: ມິງກວຽດ/VNA
 
ການເລືອກຕັ້ງໄດ້ດຳເນີນໄປໃນສະພາບພິເສດ ເມື່ອ ໂລກລະ ບາດ ໂຄວິດ-19 ພວມຜັນແປຢ່າງສັບສົນ, ສ້າງຜົນສະທ້ອນ ເຖິງວຽກງານກະກຽມ, ແຕ່ແກ້ໄຂຄວາມຫຍຸ້ງຍາກໃນທຸກດ້ານ, ວຽກງານກະກຽມໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາ ແຫ່ງຊາດ ຊຸດທີ XV ແລະ ສະມາຊິກ ສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026 ໄດ້ປະຕິບັດຢ່າງລະອຽດລະອໍ, ມີແບບມີແຜນ, ຮັບປະກັນຄວາມສະຫງົບ, ຖືກຕາມ ກຳນົດກ່ຽວກັບ ການປ້ອງກັນ ແລະ ຕ້ານໂຄວິດ-19, ດ້ວຍຄວາມຕັດສິນໃຈສູງ ທີ່ສຸດ ເພື່ອໃຫ້ວັນບຸນເລືອກຕັ້ງ 23 ພຶດສະພາ 2021 ໄດ້ໄຂຂຶ້ນຢ່າງມີ ປະຊາທິປະໄຕ, ສະເໝີພາບ, ຖືກຕາມກົດໝາຍ, ເສີມຂະຫຍາຍສູງທີ່ສຸດ ສິດເປັນເຈົ້າຂອງປະຊາຊົນ. 


ເຖິງວ່າ ສະພາບການໂລກລະບາດໂຄວິດ-19 ພວມຜັນແປຢ່າງ
ສັບສົນ, ແຕ່ບັນຍາກາດຂອງການເລືອກຕັ້ງຢູ່ ດ່າໜັງ ຍັງມີຢູ່ທຸກບ່ອນ. ພາບ: ແທງຮວ່າ/VNP



ເພາະສະພາບການໂລກລະບາດໂຄວິດ-19 ພວມຜັນແປຢ່າງ
ສັບສົນ, ສະນັ້ນ ດ່າໜັງ ໄດ້ປະຕິບັດ ວຽກງານປ້ອງກັນ ແລະ ຕ້ານໂຄວິດ-19 ຢູ່ບັນດາຈຸດປ່ອນບັດ ຢ່າງເຄັ່ງຄັດ. ພາບ: ແທງຮວ່າ/VNP



ຂ້າລັດຖະການ ສາທາລະນະສຸກ ທີ່ເຂດເລືອກຕັ້ງໜຶ່ງ ຢູ່ເມືອງ ເກີມເລ້, ນະຄອນ ດ່າໜັງ ປະຕິບັດຂັ້ນຕອນການກວດກາ ຄວາມຮ້ອນ ຂອງຜູ້ມີສິດເລືອກຕັ້ງ ກ່ອນທີ່ໄດ້ເຂົ້າໄປໃນເຂດປ່ອນບັດ. ພາບ: ແທງຮວ່າ/VNP
 

ຕາມກຳນົດຂອງກົດໝາຍ, ຜູ້ພວມຖືກກັກໄວ້ຊົ່ວຄາວ ຢູ່ຄ້າຍ ກັກຂັງຊົ່ວຄາວ ຕຳຫຼວດນະຄອນ ດ່າໜັງ ໄດ້ປະຕິບັດ ສິດພົນລະເມືອງຂອງຕົນ ໃນການເລືອກຕັ້ງ. ພາບ: ຜູ້ຮ່ວມງານສະໜອງໃຫ້
ສຳລັບການປ່ອນບັດທີ່ເຂດແຍກດ່ຽວຢູ່ສູນຈຳກັດບໍລິເວນ, ໂຮງໝໍ, ພື້ນຖານສາທາລະນະສຸກ ທີ່ພວມປິ່ນປົວໃຫ້ແກ່ຜູ້ຕິດໂຄວິດ-19, ໜ່ວຍເລືອກຕັ້ງ ໄດ້ຈັດຕັ້ງການປ່ອນບັດ ໃຫ້ແກ່ ບັນດາຜູ້ມີສິດເລືອກຕັ້ງທີ່ພວມປິ່ນປົວ, ແຍກດ່ຽວ ຕາມການແນະນຳຂອງສະພາເລືອກຕັ້ງແຫ່ງຊາດ, ກະຊວງພາຍໃນ, ກະຊວງ ສາທາລະນະສຸກ ແລະ ຂອງແຂວງ. ສຳລັບຂົງເຂດມີຜູ້ມີສິດເລືອກຕັ້ງ ໄດ້ແຍກດ່ຽວຢູ່ເຮືອນ, ໜ່ວຍເລືອກຕັ້ງ ໄດ້ ປະຕິບັດເປັນຢ່າງດີ ບັນດາວິທີປ້ອງກັນ ແລະ ຕ້ານໂຄວິດ-19 ຕາມກຳນົດ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ປະຕິບັດສິດເລືອກຕັ້ງຂອງຕົນຢ່າງປອດໄພ, ຖືກຕາມກົດໝາຍ. 


7 ໂມງ ວັນທີ 23 ພຶດສະພາ 2021, ທີ່ເຂດປ່ອນບັດເລກ 5, ຕາແສງ ອານແຄ໋ງ, ນະຄອນ ຖູດຶກ ກໍ່ເລີ່ມຕົ້ນການເລືອກຕັ້ງ. ພາບ: ກິມເຟືອງ/VNP


ວຽກງານກວດກາ ແລະ ປິດໄວ້ ແລະ ປະທັບກາຮັບຮອງ ຫີບບັດ ທີ່ເຂດປ່ອນບັດເລກ 12, ຕາແສງ ອານລາກ, ເມືອງ ບິ່ງເຕີນ,
ນະຄອນ ໂຮ່ຈີມິນ. ພາບ: ເລມິນ/VNP



 
ຜູ້ມີສິດເລືອກຕັ້ງ ຈະໄດ້ສະໜອງຂໍ້ມູນເອກະສານ ກ່ຽວກັບປະຫວັດຫຍໍ້ ຂອງຜູ້ສະໝັກເລືອກຕັ້ງ ເພື່ອຄົ້ນຄວ້າ. ພາບ: ກິມເຟືອງ/VNP


ຜູ້ມີສິດເລືອກຕັ້ງ ປ່ອນບັດທີ່ເຂດປ່ອນບັດເລກ 72, ເມືອງ ຟູຍ້ວນ, ນະຄອນ ໂຮ່ຈີມິນ. ພາບ: ທົງຫາຍ/VNP


ພະນັກງານຂອງໜ່ວຍເລືອກຕັ້ງ ນຳຫີບບັດສຳຮອງມາຍັງເຮືອນແມ່ເຖົ້າ ເຈືອງທິມິງ, ອາຍຸ 92 ປີ ທີ່ບ້ານເລກ 6, ຕາແສງ ອານລາກ, ເມືອງ ບິ່ງເຕິນ,
ນະຄອນ ໂຮ່ຈີມິນ ຍ້ອນເພິ່ນ ໄປຫາເຂດປ່ອນບັດບໍ່ໄດ້. ພາບ: ເລມິນ/VNP

 

ບັນດາຄູບາອາຈານ ແລະ ພໍ່ແມ່ປະຊາຊົນຊາວເຜົ່າ ຂະແມ, ນະຄອນ ບາກລຽວ ປ່ອນບັດເລືອກຕັ້ງ. ພາບ: ເຍີດບິ່ງ/VNA
ການເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກ ສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026 ສິ້ນສຸດໃນເວລາ 19 ໂມງຂອງວັນດຽວກັນ. ຕາມຂໍ້ມູນຂອງກະຊວງພາຍໃນ, ຜົນສຳເລັດຂອງການເລືອກຕັ້ງ ເຖິງ 19 ໂມງວັນທີ 23 ພຶດສະພາ ໃຫ້ເຫັນວ່າ ທົ່ວປະເທດມີຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດທັງໝົດ 69.509.324/70.098.949 ຄົນ (ບັນລຸ 99,16%). ທ້ອງຖິ່ນ ມີມາດຕາສ່ວນຜູ້ມີສິດເລືອກຕັ້ງ ໄປປ່ອນບັດສູງທີ່ສຸດແມ່ນແຂວງ ລ່າວກາຍ, ລ້າງເຊີນ ແລະ ຈ່າວິງ (99,98%). ທ້ອງຖິ່ນມີມາດຕາສ່ວນຜູ້ມີສິດເລືອກຕັ້ງ ໄປປ່ອນບັດຕຳ່ທີ່ສຸດແມ່ນແຂວງ ເງ້ອານ (97,30%). 
ປະຕິບັດ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top