ທົບທວນຄືນການພົວພັນ ຫວຽດນາມ - ລາວ ເດືອນ ມີນາ 2026

ທົບທວນຄືນການພົວພັນ ຫວຽດນາມ - ລາວ ເດືອນ ມີນາ 2026

(ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ສືບຕໍ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ)
ທ່ານ ໂເຕ ເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ແລະ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ

+ ເນື່ອງໃນໂອກາດ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ສືບຕໍ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ; ທ່ານ ໄຊສົມພອນ ພົມວິຫານໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານສະພາແຫ່ງຊາດ ຊຸດທີ X; ທ່ານ ສອນໄຊ ສີພັນດອນໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ລາວ ນັ້ນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ເລືອງເກື່ອງ, ປະທານປະເທດ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ແລະ ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍເຖິງບັນດາການນຳຊຸດໃໝ່ຂອງລາວ. ໃນນັ້ນ, ຝ່າຍ ຫວຽດນາມ ເນັ້ນໜັກວ່າ ຈະສືບຕໍ່ສົມທົບກັນກັບບັນດາການນຳ ລາວ ຢ່າງແໜ້ນແຟ້ນ ເພື່ອແນໃສ່ປັບປຸງ, ພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ, ຜ່ານນັ້ນ ກໍ່ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງລວມຂອງພາກພື້ນ ແລະ ສາກົນ.

ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ. ພາບ: TTXVN
ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ມອບກະຕ່າດອກໄມ້ອວຍພອນ ຂອງ ທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ສົ່ງເຖິງ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ພາບ: TTXVN

+ ວັນທີ 23 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຫງວຽນມິນເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ພ້ອມກັບຄະນະຜູ້ແທນສະຖານທູດ ໄດ້ໄປອວຍພອນ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີການຕ່າງປະເທດ ລາວ ໃນໂອກາດທີ່ໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດ ລາວ ຊຸດທີ X ໃຫ້ດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີແຫ່ງ ສປປ.ລາວ. ທີ່ການພົບປະ, ທ່ານ ທອງສະຫວັນ ພົມວິຫານ ຢືນຢັນວ່າ ໃນຖານະຕຳແໜ່ງໃໝ່ຈະສືບຕໍ່ຊີ້ນຳກະຊວງການຕ່າງປະເທດ ແລະ ບັນດາອົງການທີ່ກ່ຽວຂ້ອງ ຜັນຂະຫຍາຍຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດໃຫ້ມີປະສິດທິຜົນ; ແລກປ່ຽນທິດທາງ, ເນື້ອໃນຮ່ວມມືລະອຽດຈຳນວນໜຶ່ງເພື່ອຜັນຂະຫຍາຍເນື້ອໃນ “ຫຸ້ນສ່ວນຍຸດທະສາດ”, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາ.

ທີ່ການເຮັດວຽກ (ພາບ: moit.gov.vn)

+ ທ່ານ ເລແມ້ງຮຸ່ງ, ຜູ້ຮັກສາການລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ມີການເຮັດວຽກກັບ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ ແລະ ຄະນະປະຕິບັດງານຂອງກະຊວງນີ້. ທີ່ການເຮັດວຽກໃນວັນທີ 20 ມີນາ ຢູ່ ຮ່າໂນ້ຍ, ລັດຖະມົນຕີ 2 ທ່ານໄດ້ເປັນເອກະພາບການກຳນົດທິດສຳຄັນຫຼາຍຢ່າງ ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ລາວ ໃນໄລຍະຈະມາເຖິງ. ກ່ຽວກັບການຮ່ວມມືດ້ານການຄ້າ, 2 ຝ່າຍໄດ້ເຫັນດີສືບຕໍ່ຜັນຂະຫຍາຍບັນດາມາດຕະການແກ້ໄຂຢ່າງຄົບຊຸດ ເພື່ອບັນລຸເປົ້າໝາຍນຳວົງເງິນການຄ້າໃຫ້ບັນລຸ 5 ຕື້ USD ໃນປີ 2030 ແລະ ມຸ່ງໄປເຖິງ 10 ຕື້ USD ໃນໄລຍະຕໍ່ໄປ. 2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບັນດາມາດຕະການໃນສະເພາະໜ້າ ແລະ ຍາວນານ ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ; ເພີ່ມທະວີການຮ່ວມມືດ້ານອຸດສາຫະກຳ ແລະ ບໍ່ແຮ່; ເຊື່ອມຕໍ່ພື້ນຖານໂຄງລ່າງ…

+ ຕອນເຊົ້າວັນທີ 23 ມີນາ, ກະຊວງການຕ່າງປະເທດ ຫວຽດນາມ ພ້ອມກັບກະຊວງການຕ່າງປະເທດ ລາວ ແລະ ມະຫາວິທະຍາໄລນະໂຍບາຍພາກລັດ ແລະ ການຄຸ້ມຄອງ Fulbright (ມະຫາວິທະຍາໄລ Fulbright) ໄດ້ຈັດພິທີໄຂລາຍການ ການນຳຂັ້ນສູງ ລາວ (LELP) 2026. ລາຍການໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ. LELP ໄດ້ຈັດຂຶ້ນຄືດັ່ງເວທີປາໄສເຈລະຈານະໂຍບາຍຂັ້ນສູງ ສະຫງວນໃຫ້ບັນດານັກວາງແຜນນະໂຍບາຍ, ພະນັກງານຄຸ້ມຄອງ ແລະ ຊີ້ນຳວິສາຫະກິດຂັ້ນສູງຂອງ ລາວ. ບັນດາເນື້ອໃນປືກສາຫາລືທີ່ລາຍການ ລວມມີບັນດາບັນຫາພື້ນຖານ, ຄື: ການປະຕິຮູບລະບອບລະບຽບການ, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ທັງລົງເລິກໃນບັນດາຂົງເຂດຄື ການສ້າງກຳລັງຄວາມສາມາດແຫ່ງລັດໃຫ້ແກ່ພື້ນຖານເສດຖະກິດດີຈີຕອນ, ບັນດາຮູບແບບການຫັນເປັນອຸດສາຫະກຳ, ລະດົມກຳລັງໃຫ້ແກ່ການລົງທຶນພື້ນຖານໂຄງລ່າງ…

+ ປະຈຸບັນ, ຫວຽດນາມ ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 2 ຂອງ ລາວ ດ້ວຍຍອດເງິນລົງທຶນກວ່າ 6,2 ຕື້ USD. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາທີ່ກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ລາວ - ຫວຽດນາມ ທີ່ຈັດຂຶ້ນໃນວັນທີ 19 ມີນາ, ຢູ່ນະຄອນຫຼວງ ວຽງຈັນ. ຕາມຄະນະກຳມະການຮ່ວມມື ລາວ - ຫວຽດນາມ ແລ້ວ, ໃນໄລຍະ 5 ປີຜ່ານມາ, ການພົວພັນ ຫວຽດນາມ - ລາວ ສືບຕໍ່ໄດ້ຮັບການເພີ່ມທະວີໃນຫຼາຍຂົງເຂດ. ການພົວພັນດ້ານການເມືອງ - ການຕ່າງປະເທດໄດ້ຮັບການປັບປຸງ, ສ້າງຄວາມໄວ້ເນື້ອເຊື່ອໃຈເປັນຢ່າງສູງ; ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ທັນການ, ແໜ້ນແຟ້ນ, ສືບຕໍ່ແມ່ນເສົາຄ້ຳຂອງການພົວພັນ 2 ຝ່າຍ; ການຮ່ວມມືດ້ານເສດຖະກິດບັນລຸຄວາມຄືບໜ້າຫຼາຍຢ່າງ. 2 ປະເທດກໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນການຊື້ - ຂາຍພະລັງງານ, ການກໍ່ສ້າງພື້ນຖານໂຄງລ່າງ, ການສຶກສາ ແລະ ບຳລຸງສ້າງ.

(ເວທີປາໄສການຮ່ວມມືລົງທຶນ, ການຄ້າ ແລະ ທ່ອງທ່ຽວ ຈະຈັດຂຶ້ນໃນວັນທີ 03 ເມສາ)

+ ວັນທີ 18 ມີນາ, ເວທີປາໄສການຮ່ວມມື ການລົງທຶນ, ການຄ້າ ແລະ ທ່ອງທ່ຽວ: ຊຸກຍູ້ການເຊື່ອມຈອດແລວທາງເສດຖະກິດ ຕາເວັນອອກ - ຕາເວັນຕົກ ປີ 2026, ທີ່ຈະຈັດຂຶ້ນໃນວັນທີ 03 ເມສາ ຢູ່ນະຄອນ ປາກເຊ, ແຂວງ ຈຳປະສັກ, ລາວ. ເວທີປາໄສຈະເປີດໂອກາດໃໝ່ໃນບັນດາຂົງເຂດການລົງທຶນ, ການຄ້າ ແລະ ທ່ອງທ່ຽວ. ໃນຂອບເຂດຂອງເວທີປາໄສຍັງມີພິທີມອບຮັບເອກະສານການຮ່ວມມື (MOU) ລະຫວ່າງນະຄອນ ດ່ານັ້ງ ກັບ 5 ທ້ອງຖິ່ນທາງພາກໃຕ້, ພາກກາງຂອງ ລາວ ໄລຍະ 2026 – 2030; ພ້ອມກັນນັ້ນ ກໍ່ມີບັນດາເອກະສານການຮ່ວມມືອື່ນໆລະຫວ່າງບັນດາທ້ອງຖິ່ນ, ພະແນກ, ຂະແໜງການ ແລະ ສະຫະສະມາຄົມວິສາຫະກິດທີ່ເຂົ້າຮ່ວມເວທີປາໄສອີກດ້ວຍ.

+ ຫວ່າງມໍ່ໆມານີ້, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ປະກາດຂໍ້ຕົກລົງເລກທີ 439 ລົງວັນທີ 16 ມີນາ 2026 ວ່າດ້ວຍການອະນຸມັດຜ່ານການດັດປັບການວາງແຜນການລວມ ກໍ່ສ້າງເສດຖະກິດດ່ານຊາຍແດນສາກົນ ເກົ່າແຈວ (ຮ່າຕິ້ງ) ຮອດປີ 2045. ຕາມການວາງແຜນຜັງຍຸດທະສາດການພັດທະນາຂອງດ່ານຊາຍແດນສາກົນ ເກົ່າແຈວ ໄດ້ສຸມໃສ່ 5 ເສົ້າຄ້ຳຕົ້ນຕໍ. ທີ 1, ເພີ່ມທະວີການຮ່ວມມືດ້ານເສດຖະກິດເຂດຊາຍແດນ ຫວຽດນາມ - ລາວ. ທີ 2, ພັດທະນາກະສິກຳ, ປ່າໄມ້ເຕັກໂນໂລຊີສູງ ຕິດພັນກັບລະບົບຊີວະນາໆພັນທາງທຳມະຊາດ. ທີ 3, ຍູ້ແຮງການທ່ອງທ່ຽວດ່ານຊາຍແດນ ແລະ ທ່ອງທ່ຽວຊີວະພາບ. ທີ 4, ພັດທະນາອຸດສາຫະກຳ, ອຸດສາຫະກຳນ້ອຍ ແລະ logistics. ສຸດທ້າຍແມ່ນຮັບປະກັນບັນດາປັດໄຈວັດທະນະທຳ - ສັງຄົມໃຫ້ມີລັກສະນະປະສົມກົມກຽວ.

+ ໂດຍໄດ້ຈັດຂຶ້ນໃນຕອນບ່າຍວັນທີ 21 ມີນາ, ຢູ່ຫໍພັກນັກສຶກສາຂອງສະຖາບັນ ໂຄສະນາ ແລະ ຂ່າວສານ, ທີ່ ຮ່າໂນ້ຍ, ເຫດການ “ບຸນເຕັດ ລົດຊາດລວມ” ໄດ້ຈັດຂຶ້ນເພື່ອມຸ່ງໄປເຖິງການແລກປ່ຽນວັດທະນະທຳທີ່ສະຫງວນໃຫ້ແກ່ນັກສຶກສາ ຫວຽດນາມ ແລະ ລາວ, ພ້ອມກັບປະຊາຄົມທີ່ມີຄວາມສົນໃຈຕໍ່ວັດທະນະທຳທີ່ເປັນມູນເຊື້ອ. ຜູ້ຕາງໜ້າຄະນະຈັດຕັ້ງໄດ້ເນັ້ນໜັກວ່າຜ່ານ “ບຸນເຕັດ ລົດຊາດລວມ”, ນັກສຶກສາ ຫວຽດນາມ ແລະ ລາວ ມີໂອກາດໄດ້ຊອກຮູ້ຈຸດທີ່ຄ້າຍຄືກັນ ແລະ ຄວາມແຕກຕ່າງໃນວັດທະນະທຳອາຫານການກິນຢ່າງເລິກເຊິ່ງກວ່າ, ຜ່ານນັ້ນ ກໍ່ເພີ່ມຄວາມເຂົ້າໃຈ ແລະ ຄວາມສະໜິດຕິດພັນ. ອາຫານແຕ່ລະເຍື່ອງໄດ້ສະແດງໃຫ້ເຫັນລົດຊາດທີ່ເປັນເອກະລັກສະເພາະ ແລະ ບັນຈຸໄປດ້ວຍບັນດາເລື່ອງລາວກ່ຽວກັບຮີດຄອງປະເພນີ, ວິຖີຊີວິດ ແລະ ສີສັນວັດທະນະທຳຂອງແຕ່ລະປະເທດ.


Top