ຂີດໝາຍ ແຫ່ງຜົນສຳເລັດ ຂອງ ການເລືອກຕັ້ງ
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກ ສະພາປະຊາຊົນ ຂັ້ນຕ່າງໆ ສົກປີ 2026 - 2031 ໄດ້ດໍາເນີນໄປ ຢ່າງມີຜົນສຳເລັດ ດ້ວຍອັດຕາຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມບັນລຸ 99,69%. ການກຽມພ້ອມຢ່າງເປັນລະບົບ, ພ້ອມພຽງກັນ ຂອງ ທັງລະບົບການເມືອງ ບວກກັບການໝູນໃຊ້ ເຕັກໂນໂລຊີ ດີຈີຕອນ ເຂົ້າໃນການຄຸ້ມຄອງຂໍ້ມູນ ແລະ ການສະໜອງຂໍ້ມູນ ໃຫ້ແກ່ຜູ້ມີສິດເລືອກຕັ້ງ ໄດ້ປະກອບສ່ວນ ຮັບປະກັນ ໃຫ້ການເລືອກຕັ້ງດຳເນີນໄປຢ່າງມີປະຊາທິປະໄຕ, ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ.
ບັນທຶກພາບຢູ່ເຂດເລືອກຕັ້ງ ໃນວັນທີ 15 ມີນາ 2026, ສະຫາຍ
ເລຂາ ທິການໃຫຍ່ ໂຕເລິມ ໄດ້ມີຄຳເຫັນວ່າ: “ວຽກງານການເລືອກຕັ້ງ ໃນຄັ້ງນີ້
ໄດ້ຮັບການກະກຽມຢ່າງຮອບຄອບ ຕັ້ງແຕ່ຕົ້ນ ໃນທຸກຂົງເຂດ,
ສ້າງທຸກເງື່ອນໄຂສະດວກທີ່ສຸດ
ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ບໍ່ວ່າ ຈະຢູ່ໃນສະພາບການໃດກໍຕາມ ກໍລ້ວນແຕ່ສາມາດ ສະແດງຄວາມເຫັນຂອງຕົນ
ຜ່ານໃບຄະແນນສຽງ. ສິ່ງນີ້ໄດ້ຢືນຢັນເຖິງ ການກຽມພ້ອມຢ່າງມີແບບແຜນ,
ເປັນເຈົ້າການ, ພ້ອມພຽງ ແລະ ແໜ້ນແຟ້ນ ຂອງທັງລະບົບການເມືອງໃນການ ຈັດຕັ້ງການເລືອກຕັ້ງ.”.
ວຽກງານການເລືອກຕັ້ງ ໄດ້ຮັບການຜັນຂະຫຍາຍ ບົນພື້ນຖານ ຄຳສັ່ງຂອງ ກົມການເມືອງ, ມະຕິເລກທີ 199/2025/QH15 ຂອງ ສະພາແຫ່ງຊາດ ແລະ ຄຳສັ່ງ ຂອງ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງ ການເລືອກຕັ້ງ. ບັນດາເນື້ອໃນເຊັ່ນ: ການຕິດປະກາດ ລາຍຊື່ ຜູ້ມີສິດເລືອກຕັ້ງ, ການຈັດຕັ້ງເຂດປ່ອນບັດ, ພິທີເປີດ ແລະ ການນຳພາການປ່ອນບັດ ລ້ວນແຕ່ ໄດ້ຮັບການແນະນຳຢ່າງລະອຽດ.
ເມື່ອສິ້ນສຸດການເລືອກຕັ້ງ, ອັດຕາຜູ້ມີສິດເລືອກຕັ້ງ ໃນທົ່ວປະເທດ ທີ່ເຂົ້າຮ່ວມການປ່ອນບັດ ບັນລຸ 99,69%. ຢູ່ຫຼາຍແຂວງ ເຂດພູດອຍ ພາກເໜືອ, ເຖິງວ່າເງື່ອນໄຂ ທ້ອງຖິ່ນ ຍັງມີຄວາມຫຍຸ້ງຍາກ, ແຕ່ ຜູ້ມີສິດເລືອກຕັ້ງ ໄດ້ຕັ້ງໜ້າເຂົ້າຮ່ວມ ແລະ ສຳເລັດການປ່ອນບັດ ແຕ່ຫົວທີ ດ້ວຍອັດຕາ ທີ່ສູງຫຼາຍ. ສິ່ງນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງ ຄວາມເຊື່ອໝັ້ນ ແລະ ສະຕິຄວາມຮັບຜິດຊອບພົນລະເມືອງ ຂອງ ປະຊາຊົນ ໃນການເຂົ້າຮ່ວມຄຸ້ມຄອງລັດ ຜ່ານບັດເລືອກຕັ້ງເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນວ່າ ວຽກງານການກະກຽມ ແລະ ການຈັດຕັ້ງ ການເລືອກຕັ້ງ ໄດ້ຮັບການຜັນຂະຫຍາຍຢ່າງພ້ອມພຽງ, ແໜ້ນແຟ້ນ, ມີປະຊາທິປະໄຕ ແລະ ຖືກຕ້ອງ ຕາມກົດໝາຍ.
ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ຂັ້ນຕ່າງໆ ສົກປີ 2026-2031 ຍັງແມ່ນ ບັນທັດຖານ ທີ່ສ່ອງແສງຢ່າງມີຊີວິດຊີວາ ກ່ຽວກັບ ຄວາມສາມາດ ໃນການຈັດຕັ້ງ ແລະ ບໍລິຫານ ຂອງ ອຳນາດການປົກຄອງທຸກຂັ້ນ, ໂດຍສະເພາະແມ່ນຢູ່ຂັ້ນຮາກຖານ. ກິດຈະກຳນີ້ ໄດ້ສະແດງໃຫ້ເຫັນເຖິງ ຄວາມສາມາດຮັບປະ ກັນປະຊາທິປະໄຕ, ຄວາມສະຫງົບປອດໄພ ກໍຄືການໝູນໃຊ້ເຕັກໂນໂລຊີ ດີຈີຕອນ ໃນຂະບວນການຈັດຕັ້ງ ການເລືອກຕັ້ງ.
ທ່ານ ບຸ່ຍຢັນຕວຽນ, ຫົວໜ້າກົມ ຫັນເປັນດີຈີຕອນ (ຫ້ອງວ່າການສະພາແຫ່ງຊາດ) ໃຫ້ຮູ້ວ່າ ປັດໄຈທີ່ສຳຄັນທີ່ສຸດ ໃນການຫັນເປັນ ດີຈີຕອນ ຂອງການເລືອກຕັ້ງແມ່ນຂໍ້ມູນ. ການຂຸດຄົ້ນພື້ນຖານຂໍ້ມູນແຫ່ງຊາດ ກ່ຽວກັບພົນລະເມືອງ ໄດ້ຊ່ວຍເຮັດໃຫ້ຂໍ້ມູນ ຂອງ ຜູ້ມີສິດເລືອກຕັ້ງເປັນມາດຕະຖານ. ຂະບວນການຫັນຂໍ້ມູນ ເປັນດີຈີຕອນ, ການຄຸ້ມຄອງ ລາຍຊື່ ຜູ້ມີສິດເລືອກຕັ້ງ ແລະ ການອັບເດັດຂໍ້ມູນຢ່າງວ່ອງໄວ ໄດ້ປະກອບສ່ວນ ເຮັດໃຫ້ ວຽກງານການເລືອກຕັ້ງ ມີຄວາມເປັນວິທະຍາສາດ, ຊັດເຈນ ແລະ ໂປ່ງໃສກວ່າເກົ່າ.
ຈາກປະສົບການຕົວຈິງ ຢູ່ຫຼາຍທ້ອງຖິ່ນ ສະແດງໃຫ້ເຫັນວ່າ ເຕັກໂນໂລຊີ ບໍ່ພຽງແຕ່ ຊ່ວຍໃຫ້ບັນດາອົງການຈັດຕັ້ງ ທີ່ມີໜ້າທີ່ຮັບຜິດຊອບ ຫຼຸດຜ່ອນ ປະລິມານໜ້າວຽກ, ຈຳກັດຂໍ້ຜິດພາດ ເທົ່ານັ້ນ, ແຕ່ຍັງສ້າງເງື່ອນໄຂສະດວກ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ເຂົ້າເຖິງຂໍ້ມູນ ແລະ ປະຕິບັດສິດ, ພັນທະພົນລະເມືອງ ຂອງຕົນໄດ້ຢ່າງ ສະດວກສະບາຍ ຍິ່ງຂຶ້ນ.
ຍ້ອນການຈັດຕັ້ງປະຕິບັດ ການຫັນເປັນ ດີຈີຕອນ, ຂໍ້ມູນ ຂອງ ຜູ້ມີສິດເລືອກຕັ້ງກໍໄດ້ຮັບການອັບເດັດ ໃນແອັບພລີເຄຊັນ ລະຫັດ ຮູບປະພັນ ເອເລັກໂຕຣນິກ ພົນລະເມືອງ (VNeID). ຜູ້ມີສິດເລືອກຕັ້ງ ສາມາດເຂົ້າສູ່ ລະບົບແອັບພລີເຄຊັນ ເພື່ອຕິດຕາມ ສະຖານທີ່ປ່ອນບັດຂອງຕົນ. ໃນກໍລະນີທີ່ມີຄວາມຕ້ອງການ ຢາກປ່ຽນແປງສະຖານທີ່ປ່ອນບັດ ເພື່ອໃຫ້ສອດຄ່ອງ ກັບຂະບວນການດຳລົງຊີວິດ ແລະ ການເຮັດວຽກໃນວັນເລືອກຕັ້ງ, ຜູ້ມີສິດເລືອກຕັ້ງ ສາມາດສົ່ງຄຳຮ້ອງຂໍໂດຍກົງ ຜ່ານແອັບພລີເຄຊັນ ດັ່ງກ່າວໄດ້.
ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 4 ຂອງຄະນະບໍລິຫານງານພັກ ສະພາແຫ່ງຊາດ ສົກປີ 2025 - 2030 ໃນຕອນບ່າຍວັນທີ 16 ມີນາ 2026, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ໊ນ ໄດ້ຢືນຢັນວ່າ: “ຜົນສຳ ເລັດຂອງການເລືອກຕັ້ງ ແມ່ນຄວາມມານະພະຍາຍາມ ຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ. ພາຍໃຕ້ການນຳພາ ຂອງ ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ, ໂດຍສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນຜູ້ນຳໜ້າ, ທົ່ວທັງລະບົບການເມືອງ ໄດ້ເຂົ້າຮ່ວມດ້ວຍຈິດໃຈບຸກບືນ, ຮີບຮ້ອນ ເພື່ອຊີ້ນຳ, ນຳພາ, ແລະ ຈັດຕັ້ງປະຕິບັດວຽກງານການເລືອກຕັ້ງ”.
ສາມາດຢືນຢັນໄດ້ວ່າ ການເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາ ປະຊາຊົນ ຂັ້ນຕ່າງໆ ສົກປີ 2026 - 2031 ໄດ້ປະສົບຜົນສໍາເລັດຢ່າງງົດງາມ. ນີ້ແມ່ນໝາກຜົນ ຂອງ ຂະບວນການກະກຽມ ແລະ ຈັດຕັ້ງການເລືອກຕັ້ງຢ່າງເປັນລະບົບ, ເປັນເຈົ້າການ, ພ້ອມພຽງ, ແໜ້ນແຟ້ນ ແລະ ຖືກຕ້ອງຕາມກົດໝາຍຂອງ ທົ່ວທັງລະບົບການເມືອງ.
ບົດໂດຍ: VNP - ພາບໂດຍ: VNP, VNA - ແປໂດຍ: ບິກລຽນ



















