• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສີ​ຈີ້ນ​ຜິງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ ໂຕ​ເລິມ

ຕອນ​ເຊົ້າ​ວັນ​ທີ 15 ເມ​ສາ, ພິ​ທີ​ຕ້ອນ​ຮັບ​ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄ​ະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​​ຫໍ​ສະ​ພາ ປະ​ຊາ​ຊົນ ທີ່​ນະ​ຄອນຫຼວງ ປັກ​ກິ່ງ ຕາມ​ພິ​ທີ​ການ​ສູງ​ສຸດ ສະ​ຫງວນ​ໃຫ້​ແກ່​ປະ​ມຸກ​ລັດ ໂດຍທ່ານ ສີ​ຈີ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຈີນ, ປະ​ທານ​ປະ​ເທດ ຈີນ ເປັນປະ​ທານ.     
ທ່ານ ສີ​ຈີ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ເປັນ​ເຈົ້າ​ພາບ ພິ​ທີ​ຕ້ອນ​ຮັບທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ (ພາບ: TTXVN)

ພັກ, ລັດ ຈີນ ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຢ່າງ​ສົມ​ກຽດ, ຍິງ​ປືນ​ໃຫຍ່ ຕ​້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ 21 ຄັ້ງ​.

ໂດຍ​ຂ່ຳ​ນັບ​ຮັບ​ຕ້ອນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່​ຈີນ, ທ່ານ ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ຈ​ີນ ສີ​ຈີ້ນ​ຜິງ ໄດ້​ເຊີນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ້າວ​ຂຶ້ນ​ແທ່ນ​ກິດ​ຕິ​ມະ​ສັກ. ​​ແກວົງ​ບັນ​ເລງ​ເພງ​ຊາດ ຫວຽດ​ນາມ ແລະ ຈີນ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຍ່າງກວດ​ແຖວ​ກຽດ​ຕິ​ຍົດ​ທະ​ຫານ​ປົດ​ປ່ອຍ​ປະ​ຊາ​ຊົນ ຈີນ (ພາບ: TTXVN)

ຫຼັງ​ຈາກ​ນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ຍ່າງກວດ​ແຖວ​ກຽດ​ຕິ​ຍົດ​ທະ​ຫານ​ປົດ​ປ່ອຍ​ປະ​ຊາ​ຊົນ ຈີນ. ບັນ​ດາຫຼານ​ນ້ອຍ​ເຍົາ​ວະ​ຊົນ​ຂອງ ຈີນ ຢືນ​​ເປັນໂບກ​ທຸງ, ດອກ​ໄມ້​ເພື່ອ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ.

ການ ຍິງ ລູ​ກ​ປືນ​ໃຫຍ່ 21 ຄັ້ງ​ ຕ​້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ (ພາບ: TTXVN)

ພາຍຫຼັງ​ພິ​ທີ​ຕ​້ອນ​ຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຈ​ີນ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ດຳ​ເນີນ​ການ​ພົບ​ປະ​​ຂັ້ນ​ສູງເພື່ອ​ແນ​ໃສ່​ເຮັດ​ໃຫ້​ສາຍ​ພົວ​ພັນ​ສອງ​ຝ່າຍ​ເລິກ​ເຊິ່ງກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

(ແຫຼ່ງຄັດຈາກ VOV)

ການ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ຈີນ

ການ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ຈີນ

ຕອນ​ເຊົ້າ​ວັນ​ທີ 15 ເມ​ສາ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​, ທ່ານ​ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ.

Top