ທ່ານນາຍົກລັດຖະມົນຕີ ເລມິງຮຶງ ປາດຖະໜາວ່າ ຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ.
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Rick Switzer, ຮອງຫົວໜ້າຫ້ອງການຕາງໜ້າການຄ້າ ອາເມລິກາ
ທ່ານນາຍົກລັດຖະມົນຕີ ເລມິງຮຶງ.
ທ່ານ Rick Switzer, ຮອງຫົວໜ້າຫ້ອງການຕາງໜ້າການຄ້າ ອາເມລິກາ.
“ຫວຽດນາມ ຈະສົມທົບກັບ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອເຮັດສຳເລັດສັນຍາການຄ້າສົມທົບໂດຍໄວ”. ນີ້ແມ່ນຄຳຢັ້ງຢືນຂອງ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໃນການຕ້ອນຮັບ ທ່ານ Rick Switzer, ຮອງຫົວໜ້າຫ້ອງການຕາງໜ້າການຄ້າ ອາເມລິກາ, ໃນຕອນເຊົ້າວັນທີ 20 ພຶດສະພາ, ຢູ່ຮ່າໂນ້ຍ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ປາດຖະໜາວ່າ ຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຍາມໃດກໍຊົມເຊີຍ, ກຽມພ້ອມສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ວິສາຫະກິດ ອາເມລິກາ ສືບຕໍ່ເປີດກວ້າງການລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ປະສົບຜົນສຳເລັດຢູ່ ຫວຽດນາມ, ປະກອບສ່ວນໃຫ້ແກ່ບັນດາເປົ້າໝາຍພັດທະນາຂອງ ຫວຽດນາມ.
ສ່ວນທ່ານເອກອັກຄະລັດຖະທູດ Switzer ຢັ້ງຢືນວ່າ ຫ້ອງການຕາງໜ້າການຄ້າ ອາເມລິກາ ແລະ ສ່ວນຕົວທ່ານ ຈະສືບຕໍ່ໃຫ້ການສົມທົບກັບບັນດາກະຊວງ, ຂະແໜງການ, ລັດຖະບານ ຫວຽດນາມ ຢ່າງແໜ້ນແຟ້ນ, ມານະພະຍາຍາມຈົນສຸດຄວາມສາມາດເພື່ອໃຫ້ສອງຝ່າຍບັນລຸໄດ້ຂໍ້ຕົກລົງໂດຍໄວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກໃນອະນາຄົດ.
(ແຫຼ່ງຄັດຈາກ VOV)