ເຫດການ ແລະ ບັນຫາ

“ຫວຽດ​ນາມ ຈະ​ສົມ​ທົບ​ກັບ ອາ​ເມ​ລິ​ກາ ຢ່າງ​ແໜ້ນ​ແຟ້ນ ເພື່ອ​ເຮັດສຳ​ເລັດ​ສັນ​ຍາ​ການ​ຄ້າ​ສົມ​ທົບ​ໂດຍ​ໄວ”

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ປາດ​ຖະ​ໜາ​ວ່າ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ, ເຂົ້າ​ສູ່​ລວງ​ເລິກ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ.
ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ​ທ່ານ Rick Switzer, ຮອງ​ຫົວ​ໜ້າ​ຫ້ອງ​ການ​ຕາ​ງ​ໜ້າ​ການ​ຄ້າ ອາ​ເມ​ລິ​ກາ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ.
ທ່ານ Rick Switzer, ຮອງ​ຫົວ​ໜ້າ​ຫ້ອງ​ການ​ຕາ​ງ​ໜ້າ​ການ​ຄ້າ ອາ​ເມ​ລິ​ກາ. 

“ຫວຽດ​ນາມ ຈະ​ສົມ​ທົບ​ກັບ ອາ​ເມ​ລິ​ກາ ຢ່າງ​ແໜ້ນ​ແຟ້ນ ເພື່ອ​ເຮັດສຳ​ເລັດ​ສັນ​ຍາ​ການ​ຄ້າ​ສົມ​ທົບ​ໂດຍ​ໄວ”. ນີ້​ແມ່ນ​ຄຳ​ຢັ້ງ​ຢືນ​ຂ​ອງ​ ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໃນ​ການ​ຕ້ອນ​ຮັບ ​ທ່ານ Rick Switzer, ຮອງ​ຫົວ​ໜ້າ​ຫ້ອງ​ການ​ຕາ​ງ​ໜ້າ​ການ​ຄ້າ ອາ​ເມ​ລິ​ກາ, ໃນ​ຕອນ​ເຊົ້າ​ວັນ​ທີ 20 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ປາດ​ຖະ​ໜາ​ວ່າ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ, ເຂົ້າ​ສູ່​ລວງ​ເລິກ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ​ຊົມ​ເຊີຍ, ກຽມພ້ອມ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ສືບ​ຕໍ່​ເປີດກວ້າງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ປະສົບຜົນສຳ​ເລັດ​ຢູ່ ຫວຽດ​ນາມ, ປະ​ກອບ​ສ່ວນ​ໃຫ້​ແກ່​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ຂອງ ຫວຽດ​ນາມ.

ບັນ​ຍາ​ກາດ​ການ​ຕ້ອນ​ຮັບ

ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Switzer ຢັ້ງ​ຢືນ​ວ່າ ຫ້ອງ​ການ​ຕາງ​ໜ້າ​ການ​ຄ້າ ອາ​ເມ​ລິ​ກາ ແລະ ສ່ວນ​ຕົວ​ທ່ານ ຈະ​ສືບ​ຕໍ່​ໃຫ້​ການ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ລັດ​ຖະ​ບານ ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ, ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ໃຫ້​ສອງ​ຝ່າຍ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງໂດຍ​ໄວ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດໃຫ້ຫຼາຍກວ່າ​ອີກ​ໃນ​ອະ​ນາ​ຄົດ.


top