ກອງປະຊຸມປະກາດຂໍ້ຕົກລົງຂອງກົມການເມືອງ ບົ່ງຕົວຄະນະບໍລິຫານງານ, ຄະນະປະຈຳ, ເລຂາ, ຮອງເລຂາພັກລັດຖະບານ ແລະ ປະກາດໃຊ້ຂໍ້ຕົກລົງແຕ່ງຕັ້ງຄະນະລັດຖະບານຊຸດໃໝ່ 2026 – 2031. (ພາບ: VOV)ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີທ່ານນາຍົກລັດຖະມົນຕີ ເລມິງຮຶງ; ທ່ານອະດີດນາຍົກລັດຖະມົນຕີ ຟ້າມມິງຈິງ; ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ; ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການ.
ທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມອບຂໍ້ຕົກລົງຂອງກົມການເມືອງບົ່ງຕົວຄະນະບໍລິຫານ, ຄະນະປະຈຳ, ເລຂາ, ຮອງເລຂາພັກລັດຖະບານໃຫ້ແກ່ທ່ານ ເລມິງຮຶງ ເລຂາພັກລັດຖະບານ, ນາຍົກລັດຖະມົນຕີ ແລະ ບັນດາຜູ້ປະຈຳພັກລັດຖະບານ; ມອບຂໍ້ຕົກລົງແຕ່ງຕັ້ງບັນດາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ຫົວໜ້າບັນດາອົງການທຽບເທົ່າກະຊວງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ ອາຍຸການໃໝ່ 2026 – 2031 ໄດ້ດຳເນີນໃນສະພາບທີ່ພິເສດ, ທັງແມ່ນອາຍຸການທຳອິດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຊຸດທີ XIV ຂອງພັກ, ທັງແມ່ນໄລຍະບານພັບຕັດສິນເລື່ອງ ຫວຽດນາມ ບືນຕົວຂຶ້ນສູ່ລະດັບສູງພັດທະນາໃໝ່ຫຼືບໍ່. ດັ່ງນັ້ນ, ໜ້າທີ່ສຳຄັນແຖວໜ້າຂອງລັດຖະບານຊຸດໃໝ່ ແມ່ນສ້າງສະພາບແວດລ້ອມພັດທະນາ, ເປີດພື້ນທີ່ເຕີບໂຕ, ສ້າງກຳລັງໜູນເຕີບໂຕໃໝ່ ແລະ ຍົກສູງກຳລັງຄວາມສາມາດຈັດຕັ້ງປະຕິບັດເພື່ອບັນລຸໄດ້ເປົ້າໝາຍທີ່ວາງອອກ. ທ່ານກ່າວວ່າ:
“ຕ້ອງຮັກສາເສດຖະກິດມະຫາພາກເປັນປົກກະຕິ, ປັບປຸງບັນດາດຸ່ນດ່ຽງໃຫຍ່, ຄວບຄຸມຄວາມສ່ຽງໃຫ້ເປັນຢ່າງດີ, ພ້ອມທັງສ້າງກຳລັງໜູນເຕີບໂຕໃໝ່; ປະຕິບັດເປົ້າໝາຍເຕີບໂຕສູງ ແລະ ຍືນຍົງໃຫ້ໄດ້. ລັດຖະບານຕ້ອງຍົກສູງກຳລັງຄວາມສາມາດຈັດຕັ້ງປະຕິບັດມະຕິສະບັບຕ່າງໆຂອງພັກ, ຂອງສະພາແຫ່ງຊາດ ແລະ ກົດໝາຍຂອງລັດ; ເຮັດໃຫ້ກົດໝາຍ ແລະ ມະຕິເຂົ້າສູ່ຊີວິດຢ່າງວ່ອງໄວກວ່າ, ໂປ່ງໃສກວ່າ, ສະເໝີຕົ້ນສະເໝີປາຍກວ່າ; ເຮັດໃຫ້ປະຊາຊົນ ແລະ ວິສາຫະກິດຮູ້ສຶກອຸ່ນອ່ຽນໃຈເມື່ອລົງທຶນ, ປະດິດຄິດສ້າງ ແລະ ດຳເນີນທຸລະກິດຢ່າງແທ້ຈິງ; ເຮັດໃຫ້ຂໍ້ຕົກລົງບໍລິຫານລັດແຕ່ລະສະບັບ ກາຍເປັນປັດໄຈຊຸກຍູ້ການພັດທະນາ”.
ທ່ານເລຂາທິການໃຫຍ່, ປະທານປະເທດຮຽກຮ້ອງໃຫ້ແຕ່ລະສະມາຊິກລັດຖະບານຕ້ອງແມ່ນຜູ້ແບກຫາບຄວາມຮັບຜິດຊອບແຫ່ງຊາດໃນຂົງເຂດທີ່ຕົນຮັບຜິດຊອບ, ແຕ່ລະກະຊວງ, ຂະແໜງການຕ້ອງຖືຜົນປະໂຫຍດລວມຂອງຊາດ, ປະສິດທິຜົນລວມຂອງພື້ນຖານເສດຖະກິດ, ຄວາມສະດວກຂອງປະຊາຊົນ ແລະ ວິສາຫະກິດຕ້ອງເໜືອກວ່າສິ່ງໃດໝົດ; ພ້ອມດຽວກັນນັ້ນ ຕ້ອງຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແມ່ນພື້ນຖານຂອງຮູບແບບເຕີບໂຕໃໝ່.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມອບຂໍ້ຕົກລົງໃຫ້ແກ່ບັນດາສະມາຊິກຂອງຄະນະລັດຖະບານ ສະໄໝ 2026 – 2031 (ພາບ: VOV)ຕາງໜ້າລັດຖະບານ, ຄະນະພັກລັດຖະບານ ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢັ້ງຢືນວ່າ:
“ພວກເຮົາຮັບໜ້າທີ່ໃນຂະນະປະເທດພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດໃຫຍ່ ແຕ່ກໍປະສົບກັບສິ່ງທ້າທາຍນາໆປະການ, ເພື່ອສົມກັບຄວາມເຊື່ອໝັ້ນຂອງພັກ ແລະ ຄວາມຫວັງຂອງປະຊາຊົນ, ຂ້າພະເຈົ້າສະເໜີໃຫ້ບັນດາສະຫາຍ ຍາມໃດກໍຍົກສູງນ້ຳໃຈສາມັກຄີ, ຮ່ວມແຮງຮ່ວມໃຈ, ມີລະບຽບວິໄນ, ຝຶກຝົນຫຼໍ່ຫຼອມຄຸນສົມບັດ ແລະ ຍົກສູງກຳລັງຄວາມສາມາດຢ່າງບໍ່ຢຸດຢັ້ງ, ກ້າຄິດ, ກ້າເວົ້າ, ກ້າທຳ, ກ້າຮັບຜິດຊອບ, ມີຈັນຍາບັນ, ກ້າຕໍ່ສູ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ການກະທຳອັນຂ້ຽວຂາດ ແລະ ມີປະສິດທິຜົນ”.
ກ່ອນໜ້ານັ້ນ, ກໍໃນຕອນເຊົ້າຂອງວັນດຽວກັນ, ໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາມະຕິສະບັບຕ່າງໆ, ໃຫ້ສັດຕະຍາບັນຂໍ້ສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການແຕ່ງຕັ້ງຮອງນາຍົກລັດຖະມົນຕີ 6 ທ່ານ ແລະ ລັດຖະມົນຕີ 14 ທ່ານ, ຫົວໜ້າ 3 ອົງການທຽບເທົ່າກະຊວງຂອງລັດຖະບານສະໄໝ 2026 – 2031. ອີງໃສ່ລັດຖະທຳມະນູນສະບັບປີ 2013, ບັນດາມະຕິຂອງກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຊັນຂໍ້ຕົກລົງແຕ່ງຕັ້ງບັນດາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ສະມາຊິກອື່ນຂອງຄະນະລັດຖະບານ ສະໄໝ 2026 – 2031. ຕາມນັ້ນແລ້ວ, ຮອງນາຍົກລັດຖະມົນຕີ ສະໄໝ 2026-2031 ລວມມີ: ທ່ານພົນເອກ ຟານວັນຢາງ; ທ່ານ ຟ້າມຢາຕຸກ; ທ່ານນາງ ຟ້າມແທັງຈ່າ; ທ່ານ ໂຮ່ກັວກຢຸງ; ທ່ານ ຫງວຽນວັນຖັງ ແລະ ທ່ານ ເລຕຽນເຈົາ.