• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ເຮັດໃຫ້ການພົວພັນຮ່ວມມືລະຫວ່າງຫວຽດນາມ - ລາວ ໃນຂົງເຂດການສຶກສາ ແລະ ບໍາລຸງສ້າງ ເລິກເຊິ່ງຂຶ້ນຕື່ມ

      ວັນທີ 16 ກັນຍາ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ຟຸ່ງຊວັນຫຍະ ໄດ້ໃຫ້ການຕ້ອນຮັບ ທ່ານ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສປປ.ລາວ ປະຈໍາ ຫວຽດນາມ ທອງສະຫວັນ ພົມວິຫານ, ເນື່ອງໃນໂອກາດ ສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ຫວຽດນາມ.

ທ່ານລັດຖະມົນຕີກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ຟຸ່ງຊວັນຫຍະ ໃຫ້ການຕ້ອນຮັບ ທ່ານ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສປປ.ລາວ ປະຈໍາ ຫວຽດນາມ ທອງສະຫວັນ ພົມວິຫານ
      ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຟຸ່ງຊວັນຫຍະ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ໃນການປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດເວົ້າລວມ,  ລະຫວ່າງກະຊວງສຶຶກສາ ແລະ ບໍາລຸງສ້າງ ຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາ ລາວ ເວົ້າສະເພາະ.
        ທ່ານລັດຖະມົນຕີ ຟຸ່ງຊວັນຫຍະ ໃຫ້ຮູ້ວ່າ ຫວຽດນາມພວມຜັນຂະຫຍາຍແຜນຮ່າງ “ທົດລອງການສອນພາສາຫວຽດ - ລາວ ຢູ່ໂຮງຮຽນ ຫງວຽນຢູ , ວຽງຈັນ, ລາວ” ແລະ ໂຄງການ “ເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ຖັນແຖວພະນັກງານປະຕິບັດວຽກງານສອບເສັງ ແລະ ກວດກາຢັ້ງຢືນຄຸນນະພາບຂອງ ກະຊວງສຶກສາທິການ ແລະ ກິລາລາວ ໄລຍະ 2014 – 2020”. ຜັນຂະຫຍາຍແຜນຮ່າງ “ຮຽບຮຽງຫຼັກສູດສອນພາສາຫວຽດ ແລະ ຊຸດຕໍາລາຮຽນພາສາຫວຽດ (ສະບັບທົດລອງ) ແຕ່ ປ1 ຫາ ມ7 ໃຫ້ແກ່ນັກຮຽນລາວ. ທ່ານລັດຖະມົນຕີ ຟຸຸ່ງຊວັນຫຍະ ປາດຖະໜາວ່າ ຝ່າຍລາວ ຈະມີບັນດາຂໍ້ກໍານົດລະອຽດກວ່າອີກໃນການເລືອກຮັບນັກສຶກສາ ສໍາລັບນັກສຶກສານອກແຜນ ພິເສດແມ່ນຮັບປະກັນລະດັບຄວາມຮູ້ດ້ານພາສາຫວຽດ.  
            ສ່ວນທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ໃຫ້ຮູ້ວ່າ ເມື່ອກັບເມືອປະເທດ ແລະ ຮັບດໍາລົງຕໍາແໜ່ງໃໝ່ ທ່ານຈະສືບຕໍ່ເອົາໃຈໃສ່ເຖິງການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດເວົ້າລວມ, ລະຫວ່າງກະຊວງສຶກສາ ແລະ ບໍາລຸງສ້າງສອງປະເທດເວົ້າສະເພາະ ເພື່ອແນໃສ່ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດໃນຂົງເຂດສຶກສາບໍາລຸງສ້າງຕື່ມອີກ.
 (ແຫຼ່ງຄັດຈາກ VOV)

ນະຄອນ ໂຮ່ຈິມີນ: ສະມາຊິກເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ

ນະຄອນ ໂຮ່ຈິມີນ: ສະມາຊິກເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ

49 ປີພາຍຫລັງໄດ້ຮັບການປົດປ່ອຍຢ່າງສົມບູນ (1975 – 2024), ນະຄອນ ໂຮ່ຈີມິນ ປະຈຸບັນໄດ້ພັດທະນາເປັນຕົວເມືອງໃຈກາງການບໍລິຫານທັນສະໄຫມຂອງ ອາຊີຕາເວັນອອກສ່ຽງໃຕ້ ເທື່ອລະກ້າວ. ຫວ່າງແລ້ວນີ້, ນະຄອນໂຮ່ຈີມິນ ໄດ້ຮັບການຮັບຮອງຈາກອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ວ່າ ແມ່ນສະມາຊິກຂອງເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ.

Top