• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ແລະ ອາ​ຣັບ​ບີ ຊະ​ອຸ​ດິ ​ໃກ້​ຈະ​ເຮັດ​ສຳ​ເລັດ​ຂໍ້​ຕົກ​ລົງ​ຄວາມ​ໝັ້ນ​ຄົງ​ກ່ຽວ​ກັບ​ການ​ຫັນ​ການ​ພົວ​ພັນ​ກັບ ອິດ​ສະ​ຣາ​ແອັນ ເປັນ​ປົກ​ກະ​ຕິ

ຂໍ້ຕົກລົງຄວາມໝັ້ນຄົງລະຫວ່າງ Riyadh ແລະ ວໍຊິງຕັນ ກ່ຽວກັບການຫັນການພົວພັນລະຫວ່າງ ອາຣັບບີ ຊະອຸດິ ແລະ ອິດສະຣາແອັນ ເປັນປົກກະຕິໃກ້ຈະເຮັດສຳເລັດແລ້ວ.
ທ່ານລັດຖະມົນຕີການຕ່າງປະເທດ ອາຣັບບີ ຊະອຸດິ Faisal bin Farhan (ພາບ: AFP/ TTXVN)

ວັນທີ 29 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາຣັບບີ ຊະອຸດິ Faisal bin Farhan ຖະແຫຼງວ່າ ຂໍ້ຕົກລົງຄວາມໝັ້ນຄົງລະຫວ່າງ Riyadh ແລະ ວໍຊິງຕັນ ກ່ຽວກັບການຫັນການພົວພັນລະຫວ່າງ ອາຣັບບີ ຊະອຸດິ ແລະ ອິດສະຣາແອັນ ເປັນປົກກະຕິໃກ້ຈະເຮັດສຳເລັດແລ້ວ. ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ກໍໄດ້ຢັ້ງຢືນຂໍ້ມູນດັ່ງກ່າວ ເມື່ອກ່າວຄຳເຫັນໃນຂອບເຂດເວທີປາໄສເສດຖະກິດໂລກ (WEF) ຢູ່ Riyadh. ຂໍ້ຕົກລົງຫັນການພົວພັນລະຫວ່າງ ອາຣັບບີ ຊະອຸດິ ແລະ ອິດສະຣາແອັນ ເປັນປົກກະຕິ ແມ່ນແຜນການທີ່ມີການເຂົ້າຮ່ວມຂອງ ອາເມລິກາ, ໃນນັ້ນ ວໍຊິງຕັນ ໄດ້ໃຫ້ຄຳໝັ້ນສັນຍາຮ່ວມມືກັບ Riyadh ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ນິວເຄຼຍ ເພື່ອແລກເອົາເລື່ອງຫັນການພົວພັນເປັນປົກກະຕິ, ບັນດາປະເທດ ອາຣັບ ແລະ ວໍຊິງຕັນ ກໍຊຸກຍູ້ ອິດສະຣາແອັນ ເຫັນດີຕໍ່ນະໂຍບາຍກ່ຽວກັບ ລັດ ປາແລັດສະຕິນ, ເຊິ່ງທ່ານນາຍົກລັດຖະມົນຕີ Netanyahu  ໄດ້ປະຕິເສດເປັນຫຼາຍຄັ້ງແລ້ວນັ້ນ.

        ກ່ຽວຂ້ອງເຖິງການປະທະກັນລະຫວ່າງ ຮາມາດສ ແລະ ອິດສະຣາແອັນ, ທ່ານລັດຖະມົນຕີ ການຕ່າງປະເທດ ອາເມລິກາ Antony Blinken ໄດ້ຖະແຫຼງນະໂຍບາຍການຕ່າງປະເທດ ໄດ້ສະກັດກັ້ນການເພີ່ມຄວາມເຄັ່ງຕຶງໃນພາກພື້ນ ນັບແຕ່ເມື່ອເກີດການປະທະກັນຢູ່ເຂດ ກາຊາ, ນັບທັງພາຍຫຼັງບັນດາການປະທະກັນລະຫວ່າງ ອີຣານ ແລະ ອິດສະຣາແອັນ ທີ່ດຳເນີນຢ່າງເປີດເຜີຍແບບບໍ່ເຄີຍມີມາກ່ອນ ໃນຕົ້ນເດືອນນີ້.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ໃຫ້ພົ້ນ​ຕໍ​າ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ຕຳຫຼວດ ຫວຽດ​ນາມ ສຳ​ລັບ ພົນ​ເອກ ໂຕ​ເລິມ

ສະ​ພາ​ແຫ່ງ​ຊາດ​ໃຫ້ພົ້ນ​ຕໍ​າ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ຕຳຫຼວດ ຫວຽດ​ນາມ ສຳ​ລັບ ພົນ​ເອກ ໂຕ​ເລິມ

ສະພາແຫ່ງຊາດ ໄດ້ລົງຄະແນນສຽງຕໍ່ການດັດປັບເນື້ອໃນລາຍການກອງປະຊຸມສະໄໝສາມັນເທື່ອທີ 7, ດ້ວຍຈຳນວນບັດສະໜັບສະໜູນ 468 ບັດ ໃນຈຳນວນສະມາຊິກສະພາແຫ່ງຊາດທັງໝົດ 469 ທ່ານ.

Top