• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຢິບ Reda El Taify: ອາ​ຟະ​ລິ​ກາ ຖອດ​ຖອນ​ໄດ້​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ຈາກ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ

ດ້ຽນບຽນຝູ ແມ່ນໜຶ່ງໃນບັນດາບັ້ນຮົບສຳຄັນແຖວໜ້າໃນປະຫວັດສາດໂລກ, ເຊິ່ງຈັດໃນຂອບຂະໜາດທຽບເທົ່າກັບບັນດາບັ້ນຮົບ ແລະ ບັ້ນຕໍ່ສູ້ທີ່ມີຊື່ສຽງໃນປະຫວັດສາດ.
ທ່ານເອກອັກະຄະລັດຖະທູດ Reda El Taify (ພາບ: VOV)


ເມື່ອຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອີຢິບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (07/05/1954 – 04/05/2024), ນັກການທູດ Reda El Taify, ເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ ໄລຍະ 2010 – 2014, ຖືວ່າ ບັ້ນຮົບ ດ້ຽນບຽນຝູ ແມ່ນບັ້ນຕໍ່ສູ້ເພື່ອກຳນົດອະນາຄົດ, ເປີດເສັ້ນທາງແຫ່ງເອກະລາດໃຫ້ ຫວຽດນາມ. ດ້ຽນບຽນຝູ ກໍເປັນບັ້ນຮົບສິ້ນສຸດສົງຄາມອິນດູຈີນ, ມຸ່ງໄປເຖິງການລົງນາມໃນສັນຍາ ເຊີແນວ ໃນວັນທີ 21 ກໍລະກົດ 1954.  ທ່ານ Reda El Taify ຢັ້ງຢືນວ່າ ດ້ຽນບຽນຝູ ແມ່ນໜຶ່ງໃນບັນດາບັ້ນຮົບສຳຄັນແຖວໜ້າໃນປະຫວັດສາດໂລກ, ເຊິ່ງຈັດໃນຂອບຂະໜາດທຽບເທົ່າກັບບັນດາບັ້ນຮົບ ແລະ ບັ້ນຕໍ່ສູ້ທີ່ມີຊື່ສຽງໃນປະຫວັດສາດ. ທ່ານ  Reda El Taify ເນັ້ນໜັກວ່າ:

        “ໄຊຊະນະ ດ້ຽນບຽນຝູ ໄດ້ເປັນແຫຼ່ງລະດົມກຳລັງໃຈ ແລະ ສົ່ງເສີມຂະບວນການຕໍ່ສູ້ປົດປ່ອຍຊາດຢູ່ທົ່ວທະວີບ ອາຊີ, ອາຟະລິກາ ແລະ ຊ້ຳບໍ່ໜຳແມ່ນ ອາເມລິກາ ລາຕິນ ອີກດ້ວຍ. ບັນດາຂະບວນການປົດປ່ອຍນັ້ນ ໄດ້ຖອດຖອນບົດຮຽນຈາກ ຫວຽດນາມ ເພື່ອຕໍ່ສູ້ສິ້ນສຸດລະບອບລ່າເມືອງຂຶ້ນຢູ່ ທະວີບອາຟະລິກາ, ອາຊີຄ ກໍຄືຢູ່ຫຼາຍປະເທດອື່ນໆໃນໂລກ. ຊາວ ຫວຽດນາມ ມີສິດເອກອ້າງທະນົງໃຈຕໍ່ໄຊຊະນະ ດ້ຽນບຽນຝູ. ພວກຂ້າພະເຈົ້າຢູ່ພາກພື້ນຕາເວັນອອກກາງ ແລະ ໂລກ ອາຣັບ ບໍ່ມີວັນລືມເຫດການປະຫວັດສາດນີ້, ເພາະວ່າ ການນຳ ອາຟະລິກາ ໄດ້ຖອດຖອນບົດຮຽນອັນລ້ຳຄ່າຈາກໄຊຊະນະ ດ້ຽນບຽນຝູ. ດັ່ງນັ້ນ, ພວກຂ້າພະເຈົ້າ ຈຶ່ງສ້າງໄດ້ຍຸດທະສາດຕໍ່ສູ້ປົດປ່ອຍຊາດ, ຮັດແໜ້ນວົງປິດລ້ອມ ແລະ ກ້າວໄປເຖິງການບຸກໂຈມຕີ, ຕີຖອຍທຸກຮູບແບບຫົວເມືອງຂຶ້ນຂອງ ຝລັ່ງ ຢູ່ ອາຟະລິກາ.”

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ໃຫ້ພົ້ນ​ຕໍ​າ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ຕຳຫຼວດ ຫວຽດ​ນາມ ສຳ​ລັບ ພົນ​ເອກ ໂຕ​ເລິມ

ສະ​ພາ​ແຫ່ງ​ຊາດ​ໃຫ້ພົ້ນ​ຕໍ​າ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ຕຳຫຼວດ ຫວຽດ​ນາມ ສຳ​ລັບ ພົນ​ເອກ ໂຕ​ເລິມ

ສະພາແຫ່ງຊາດ ໄດ້ລົງຄະແນນສຽງຕໍ່ການດັດປັບເນື້ອໃນລາຍການກອງປະຊຸມສະໄໝສາມັນເທື່ອທີ 7, ດ້ວຍຈຳນວນບັດສະໜັບສະໜູນ 468 ບັດ ໃນຈຳນວນສະມາຊິກສະພາແຫ່ງຊາດທັງໝົດ 469 ທ່ານ.

Top