• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຊັກທຸງ “ໂຮມປະເທດຊາດເປັນເອກະພາບ” ຢູ່ 2 ຝັ່ງແມ່ນ້ຳ ຮ່ຽນເລືອງ - ເບັນຫາຍ

ດ້ວຍເຈດຈຳນົງອົງອາດກ້າຫານ ແລະ ຄວາມໄວ້ເນື້ອເຊື່ອໃຈຢ່າງໃຫຍ່ຫຼວງຕໍ່ພັກ, ຕໍ່ການປະຕິວັດ, ຜ່ານຜ່າຄວາມເຈັບປວດ, ໂຫດຮ້າຍຂອງສົງຄາມ, ທະຫານ ແລະ ປະຊາຊົນ ກວາງຈີ້ ໄດ້ມີຄວາມອົງອາດກ້າຫານໃນການຕໍ່ສູ້.
(ຜູ້ແທນເຂົ້າຮ່ວມພິທີຊັກທຸງ)

ຕອນເຊົ້າວັນທີ 30 ເມສາ, ຢູ່ຖານຫຼັກເສົາທຸງທີ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ 2 ຝັ່ງແມ່ນ້ຳ ຮ່ຽນເລືອງ - ເບັນຫາຍ, ແຂວງ ກວາງຈີ້, ໄດ້ຈັດພິທີຊັກທຸງ “ໂຮມປະເທດຊາດເປັນເອກະພາບ” ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2024), 52 ປີແຫ່ງວັນປົດປ່ອຍແຂວງ ກວາງຈີ້ (01 ພຶດສະພາ 1972 – 01 ພຶດສະພາ 2024).

        ທີ່ພິທີ, ທ່ານ ຮ່ວາງນາມ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈີ້ ໄດ້ຫວນຄືນອະນຸສອນທີ່ສະຫງ່າລາສີຂອງຊາດ ຫວຽດນາມ; ພ້ອມທັງ, ເຊີດຊູບັນດາຄຸນງາມຄວາມດີ, ຕອບບຸນແທນຄຸນຢ່າງເລິກເຊິ່ງຕໍ່ບັນດາການເສຍສະຫຼະອັນໃຫຍ່ຫຼວງເພື່ອປົກປ້ອງເອກະລາດ, ເສລີພາບຂອງປະເທດຊາດຂອງລຸ້ນພໍ່ລຸ້ນອ້າຍ.

        “ດ້ວຍເຈດຈຳນົງອົງອາດກ້າຫານ ແລະ ຄວາມໄວ້ເນື້ອເຊື່ອໃຈຢ່າງໃຫຍ່ຫຼວງຕໍ່ພັກ, ຕໍ່ການປະຕິວັດ, ຜ່ານຜ່າຄວາມເຈັບປວດ, ໂຫດຮ້າຍຂອງສົງຄາມ, ທະຫານ ແລະ ປະຊາຊົນ ກວາງຈີ້ ໄດ້ມີຄວາມອົງອາດກ້າຫານໃນການຕໍ່ສູ້. ໃນຕະຫຼອດຊຸມເດືອນ, ປີນັ້ນ, ທຸງທີ່ປັກຢູ່ຂົວ ຮ່ຽນເລືອງ, ເປັນຂີດເສັ້ນຂອງສະໜາມຮົບ, ຍັງປິວສະບັດຢ່າງສະຫງ່າງາມ, ກາຍເປັນຄວາມໄວ້ເນື້ອເຊື່ອໃຈ ແລະ ເຈດຈຳນົງໜຶ່ງດຽວຂອງພໍ່ແມ່ປະຊາຊົນທາງພາກເໜືອ - ພາກໃຕ້. ຄວາມໄວ້ເນື້ອເຊື່ອໃຈນັ້ນ, ເຈດຈຳນົງນັ້ນໄດ້ກາຍເປັນກຳລັງແຮງຢ່າງໃຫຍ່ຫຼວງ, ເພື່ອໃຫ້ທະຫານ ແລະ ປະຊາຊົນ ກວາງຈີ້ ພ້ອມກັບທົ່ວປະເທດ, ຮ່ວມແຮງຮ່ວມໃຈ, ຮຽງບ່າຮຽງໄຫຼ່ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກນາໆປະການ, ຕໍ່ສູ້, ເສຍສະຫຼະຊີວິດຢ່າງພິລະອາດຫານ; ສ້າງບັນດາໄຊຊະນະທີ່ສະຫງ່າອົງອາດ”.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ໃຫ້ພົ້ນ​ຕໍ​າ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ຕຳຫຼວດ ຫວຽດ​ນາມ ສຳ​ລັບ ພົນ​ເອກ ໂຕ​ເລິມ

ສະ​ພາ​ແຫ່ງ​ຊາດ​ໃຫ້ພົ້ນ​ຕໍ​າ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ຕຳຫຼວດ ຫວຽດ​ນາມ ສຳ​ລັບ ພົນ​ເອກ ໂຕ​ເລິມ

ສະພາແຫ່ງຊາດ ໄດ້ລົງຄະແນນສຽງຕໍ່ການດັດປັບເນື້ອໃນລາຍການກອງປະຊຸມສະໄໝສາມັນເທື່ອທີ 7, ດ້ວຍຈຳນວນບັດສະໜັບສະໜູນ 468 ບັດ ໃນຈຳນວນສະມາຊິກສະພາແຫ່ງຊາດທັງໝົດ 469 ທ່ານ.

Top