• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ວັກຊີນ ສຳລັບຊຸມຊົນ

ຫວຽດນາມ ກຳລັງຮັບມື ກັບ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຄັ້ງທີ 4 ດ້ວຍຂະໜາດ ແລະ ຄວາມໄວທີ່ສຸດ ນັບ ແຕ່ກ່ອນ ຈົນເຖິງປັດຈຸບັນ. ພາຍໃຕ້ການຊີ້ນຳ ຂອງ ນາຍົກ ລັດຖະມົນຕີ, ໃນການແຜ່ລະບາດ ຄັ້ງນີ້, ຫວຽດນາມ ໄດ້ປະ ດິດສ້າງ "ຍຸດທະວິທີ", ພ້ອມກັບການຕໍ່ສູ້ ກັບການ ລະບາດ ແບບ "ການປ້ອງກັນ", ຫວຽດນາມ ໄດ້ຫັນມາຍຸດທະສາດ ໃຊ້ ວັກຊີນ ໃນທ່າເປັນເຈົ້າການ.
ຄວາມພະຍາຍາມ ໃນການເຂົ້າເຖິງ ວັກຊີນ ປ້ອງກັນ ເຊື້ອໂຄວິດ-19

ປັດຈຸບັນ, ວັກຊີນ ປ້ອງກັນເຊື້ອໂຄວິດ-19 ຖືວ່າ ເປັນ“ ອາວຸດ” ດີທີ່ສຸດ ຕໍ່ຫຼາຍປະເທດ ຫລຸດພົ້ນອອກ ຈາກການແຜ່ລະບາດ. ຈາກປະສົບການຕົວຈິງ ຢູ່ບັນດາປະເທດ ທີ່ໄດ້ຮັບການສັກວັກ ຊີນ ສະແດງໃຫ້ເຫັນວ່າ ມີແຕ່ ສັກວັກຊີນ ປ້ອງກັນເຊື້ອ ໂຄ ວິດ-19 ເທົ່ານັ້ນຈຶ່ງສາມາດເຮັດໃຫ້ ຊີວິດກັບຄືນສູ່ ສະພາບ ປົກກະຕິໄດ້.

ປັດຈຸບັນ, ຈຳນວນວັກຊິນ ປ້ອງກັນເຊື້ອໂຄວິດ-19 ທັງໝົດ ທີ່ ຫວຽດນາມ ໄດ້ເຈລະຈາແມ່ນ 170 ລ້ານ ໂດສ. ໃນຈຳນວນ ດັ່ງກ່າວ, ມີວັກຊີນ 38,9 ລ້ານໂດສ ຈາກໂຄງການ COVAX, 30 ລ້ານໂດສ ຈາກ AstraZeneca ຜ່ານບໍລິສັດ VNVC, 31 ລ້ານໂດສ ຈາກ Pfizer/ BioNTech...
ວັນທີ 18 ພຶດສະພາປີ 2021, ທ່ານ ນາຍົກລັດຖະມົນຕີ ຟ້າມ ມີງຈິ໋ງ ໄດ້ປະກາດໃຊ້ມະຕິສະບັບເລກທີ 09/NQ-CP ລົງ ວັນ ທີ 18 ພຶດສະພາ 2021 ວ່າດ້ວຍ ການຊື້ວັກຊີນ ປ້ອງກັນເຊື້ອ ໂຄວິດ-19. ຕາມນັ້ນ, ລັດຖະບານ ໄດ້ມອບໝາຍ ໃຫ້ກະຊວງ ສາທາລະນະສຸກ ຈັດຕັ້ງການຈັດຊື້ ວັກຊີນ ໃຫ້ໄວທີສຸດ ເພື່ອ ຜັນຂະຫຍາຍ ການສັກ ວັກຊີນ ໃຫ້ປະຊາຊົນ ໃນວົງກວ້າງ.

ປະຕິບັດບົດສະຫລຸບ ຂອງ ກົມການເມືອງ, ມະຕິຂອງລັດຖະ ບານ ແລະ ບັນດາເອກະສານຊີ້ນຳ ຂອງ ນາຍົກລັດຖະມົນຕີ, ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນການ ແຜ່ລະບາດ ຂອງ ພະຍາດໂຄວິດ-19, ເປັນເວລາຫຼາຍ ເດືອນ ແລ້ວ, ກະຊວງສາທາລະນະສຸກ ໄດ້ຕິດຕໍ່ພົວພັນ, ເຈລະຈາ ແລະ ການເຂົ້າເຖິງທຸກໆ ແຫຼ່ງທ່ີມາ ຂອງ ວັກຊີນປ້ອງກັນເຊື້ອ ໂຄວິດ-19 ຈາກຜູ້ຜະລິດ ວັກຊີນ, ບັນດາອົງການ ສາທາລະ ນະສຸກ ແລະ ຜູ້ຕາງໜ້າການທູດ ບັນດາປະເທດຜູ້ຜະລິດ ວັກ ຊີນ ຫວຽດນາມ ໄດ້ໃຫ້ຄວາມສົນໃຈ ແລະ ມຸ່ງເຖິງ, ເພື່ອຍາດ ແຍ່ງເອົາທຸກໆ ຄວາມສາມາດ, ແຫຼ່ງກຳລັງແຮງໃຫ້ມີ ວັກຊີນ ໄວທີ່ສຸດ, ສູ້ຊົນທ້າຍປີ 2021 ຈະສ້າງໄດ້ ພູມຄຸ້ມກັນໃນຊຸມ ຊົນ.



ຕອນເຊົ້າວັນທີ 11 ມິຖຸນາ 2021, ທີ່ສຳນັກງານສູນກາງພັກ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ເປັນປະທານ ໃນ ກອງປະຊຸມ ຂອງ ກົມການເມືອງ ເພື່ອໃຫ້ຄຳເຫັນ ກ່ຽວກັບ ສະ ພາບການປ້ອງກັນ,  ສະກັດກັ້ນການແຜ່ລະບາດເຊື້ອໂຄວິດ-19 ແລະ ໜ້າທີ່, ວິທີການແກ້ໄຂ ໃນໄລຍະຈະມາເຖິງ. ເຂົ້າ ຮ່ວມກອງປະຊຸມດັ່ງກ່າວ ລວມມີບັນດາສະຫາຍ ໃນຄະນະ ເລຂາ, ຄະນະກຳມະການຊີ້ນຳແຫ່ງຊາດ
ກ່ຽວກັບການປ້ອງ ກັນ, ສະກັດກັ້ນການແຜ່ລະບາດໂຄວິດ-19, ພ້ອມ ດ້ວຍຜູ້ ຕາງໜ້າ ບັນດາກະຊວງ, ຄະນະ, ຂະແໜງການ ທີ່ກ່ຽວຂ້ອງ.
ໃນພາບ: ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ກ່າວຄຳ ປາໄສ ສະຫຼຸບກອງປະຊຸມ. ພາບ: ຈີ໋ຢຸ໊ງ/VNA



ທ່ານເອກອັກຄະລັດຖະທູດຍີ່ປຸ່ນ Yamada Takio ໄດ້ສົ່ງສານ ຂອງ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ເຖິງ ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໋ງ ກ່ຽວກັບ ການຕັດສິນໃຈ ຂອງ
ລັດຖະບານ ຍີ່ປຸ່ນ ໃນການສະໜັບສະໜູນ ຫວຽດນາມ ວັກຊີນ ຈຳນວນ 1 ລ້ານໂດສ ເພື່ອການປ້ອງກັນເຊື້ອ ພະຍາດ ໂຄວິດ-19. ພາບ: ເຢືອງຢາງ /VNA



ສຈ.ປອ ຫງວຽນແທັງລອງ, ລັດຖະມົນຕີກະຊວງສາທາລະນະ ສຸກ ຫວຽດນາມ ແລະ ທ່ານ ເອກອັກຄະລັດຖະທູດ ວິສາມັນ ຜູ້ ມີອຳນາດເຕັມແຫ່ງ ສປ ຈີນ ໄດ້ມອບບົດບັນທຶກ
ມອບ ເຄື່ອງ ຊ່ວຍເຫຼືອ ລວມມີວັກຊີນ 500.000 ໂດສ ແລະ ຊີແລັງ ໃຊ້ ເທື່ອດຽວ ກວ່າ 500.000 ອັນ. ພາບ: VNA

ຕອນຄໍ່າວັນທີ 16 ມິຖຸນາ, ທີ່ສະໜາມບິນສາກົນ ໂນ້ຍບ່າຍ, ໄດ້ຈັດພິທີ ມອບ-ຮັບ ວັກຊີນປ້ອງ ກັນເຊື້ອໂຄວິດ-19 ຈຳ ນວນ ເກືອບ 1 ລ້ານໂດສ ຈາກ ລັດຖະບານ ຍີ່ປຸ່ນ ຊ່ວຍເຫຼືອ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນການ ແຜ່ລະບາດ ເຊື້ອໂຄວິດ-19. ວັກຊີນນີ້ ມີຊື່ວ່າ VAEVRIA Intramuscular Injection (ຊື່ຶຶຶອື່ນວ່າ ວັກຊີນປ້ອງກັນ ເຊື້ອ ໂຄວິດ-19 AstraZeneca Injection).
ດັ່ງນັ້ນ, ຫວຽດນາມ ແມ່ນໜຶ່ງໃນປະເທດ ທຳອິດຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໄດ້ເຊັນສັນຍາຊື້ ວັກຊີນ ປ້ອງກັນ ເຊື້ອໂຄວິດ-19 ຂອງ AstraZeneca. ຫວຽດນາມ ຍັງແມ່ນ ໜຶ່ງໃນ 92 ປະເທດທີ່ໄດ້ຮັບການຊ່ວຍເຫຼືອ ວັກຊີນ ປ້ອງກັນ ເຊື້ອໂຄວິດ-19 ຈາກ COVAX Facility ລວມ 38,9 ລ້ານ ໂດສ.

ປັດຈຸບັນ, ຫວຽດນາມ ໄດ້ອະນຸມັດ ວັກຊີນ ປ້ອງກັນເຊື້ອ ໂຄ ວິດ-19  4 ປະເພດ, ປະກອບມີ Comirnaty ຂອງPfizer, A2D1222 ຂອງ AstraZeneca, Sputnik-V ຂອງ Gamalaya, Vero-Cell ຂອງ Sinopharm ເພື່ອຮັບໃຊ້ຄວາມຕ້ອງການ ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດເຊື້ອໂຄວິດ-19 ຢ່າງຮີບດ່ວນ. ນອກຈາກນັ້ນ, ວັກຊີນ Moderna ກໍກຳລັງ ຢູ່ ໃນໄລຍະ ພິຈາລະນາ ແລະ ອະນຸມັດຜ່ານ.



ວັກຊີນປ້ອງກັນເຊື້ອໂຄວິດ-19 ຂອງ AstraZeneca. ພາບ: AFP/VNA


ວັກຊີນປ້ອງກັນເຊື້ອໂຄວິດ-19 ຂອງ Pfizer / BioNTech. ພາບ: AFP/VNA


ກຳລັງແພດໝໍ ນະຄອນ ໂຮຈີມິນ, ນະຄອນ ຖູດຶກ ແລະ ບັນ ດາອາສາສະໝັກ ໄດ້ສຳເລັດຂະບວນການສັກວັກຊີນ ປ້ອງ ກັນເຊື້ອໂຄວິດ-19 ໃຫ້ແກ່ພະນັກງານ, ລັດຖະກອນ ຜູ້ອອກ ແຮງງານ
ເກືອບ 1000 ຄົນ ທີ່ບໍລິສັດຊອບແວ FPT ຈໍາກັດ ແລະ ບໍລິສັດ Nipro ຢູ່ເຂດເຕັກໂນໂລຊີສູງ ນະຄອນ ໂຮ່ຈີມິນ. 



ໃນພາບ ແມ່ນພື້ນທີ່ລໍຖ້າການກວດ ແລະ ໃຫ້ຄຳປຶກສາ ກ່ອນ ສັກວັກຊີນ ປ້ອງກັນເຊື້ອໂຄວິດ-19. ພາບ: ແທງຫວູ/VNA

ອີງຕາມການຄິດໄລ່ຂອງກະຊວງສາທາລະນະສຸກ, ເພື່ອສັກ ໃຫ້ 70% ປະຊາກອນ ອາຍຸແຕ່ 18 ປີຂຶ້ນໄປ ຈະຕ້ອງ ມີວັກ ຊີນ ປະມານ 150 ລ້ານໂດສ. ສະນັ້ນ, ຖ້າຕົວເລກເຈລະຈາ 170 ລ້ານ ໂດສ ຈະໄດ້ລົງນາມ ແລະ ຖືກສົ່ງມາ ຫວຽດນາມ ຕາມຄໍາສັນຍາ ຂອງ ບັນດາຄູ່ຮ່ວມມື, ພວກເຮົາຈະສາມາດ ສຳເລັດເປົ້າໝາຍ ສ້າງພູມຄຸ້ມກັນ ຕໍ່ພະຍາດ ໃນຊຸມຊົນ ໃນ ທ້າຍປີນີ້.

ຕອນບ່າຍວັນທີ 20 ມິຖຸນາ, ຄະນະພົວພັນຕ່າງປະເທດ ສູນ ກາງ, ກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະ ສຸກ ໄດ້ສົມທົບ ກັບ ສະຖານທູດ ສປ ຈີນ ປະຈຳ ຫວຽດນາມ ມອບ-ຮັບວັກຊີນ Vero-Cell ຈຳນວນ 500.000 ໂດສ ແລະ ຊີແລັງ ໃຊ້ເທື່ອດຽວຈຳນວນ 502.400 ອັນ, ປະເພດ 1 ມລ.

ກອງທຶນ ວັກຊີນ: ປະກອບສ່ວນ ເພີ່ມແຫຼ່ງກຳລັງແຮງ ເພື່ອ ກຳຈັດ ການແຜ່ລະບາດໂຄວິດ-19

ຕາມຄາດໝາຍ ທີ່ວາງອອກ, ຫວຽດນາມ ຕ້ອງຮັບປະກັນ ແຫຼ່ງວັກຊີນ ເພື່ອສັກປ້ອງກັນເຊື້ອໂຄວິດ-19 ໃນປີ 2021 ແລະ ໃນຊຸມປີຕໍ່ໜ້າ. ກະຊວງສາທາລະນະສຸກ ໄດ້ຄິດໄລ່ ຈຳ ນວນວັກຊີນ ທີ່ຕ້ອງການ ປະມານ 150 ລ້ານ ໂດສ ເພື່ອສັກ ປ້ອງກັນເຊື້ອໂຄວິດ-19 ໃຫ້ແກ່ ປະຊາຊົນ ປະມານ 75 ລ້ານ ຄົນ, ດ້ວຍມູນຄ່າ ປະມານ 25.200 ຕື້ດົ່ງ.


ຕອນຄໍ່າວັນທີ 5 ມິຖຸນາ 2021, ທີ່ຮ່າໂນ້ຍ, ທ່ານ ຟ້າມມີງ ຈິ໋ງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ໄດ້ເຂົ້າ ຮ່ວມພິທີເປີດກອງທຶນວັກຊີນປ້ອງກັນ ເຊື້ອໂຄວິດ-19.
ຜູ້ຕາງໜ້າປະຊາຊົນ ທຸກຊັ້ນຄົນ ສະໜັບສະໜູນ ເຂົ້າກອງທຶນ ວັກ ຊີນປ້ອງກັນເຊື້ອໂຄວິດ-19. ພາບ: ເຢືອງຢາງ /VNA



ຜູ້ຕາງໜ້າ ປະຊາຊົນ ທຸກຊັ້ນຄົນສະໜັບສະໜູນ ເຂົ້າກອງທຶນ ວັກຊີນປ້ອງກັນເຊື້ອໂຄວິດ-19. ພາບ: ເຢືອງຢາງ /VNA


ເສີມຂະຫຍາຍນຳ້ໃຈມະຫາສາມັກຄີ ທົ່ວປວງຊົນທັງຊາດ  ແລະ ຈິດໃຈຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ວັນທີ 10 ມິ ຖຸນາ 2021, ສະຖານທູດ ຫວຽດນາມ ປະຈຳ ເມັກຊິກໂກ ໄດ້ ຈັດພິທີບໍລິຈາກ
ເພື່ອສະໜັບສະໜູນ ກອງທຶນປ້ອງກັນ, ສະ ກັດກັ້ນໂຄວິດ-19 ແນໃສ່ຮ່ວມແຮງ ຮ່ວມໃຈ ກັບ ພີ່ນ້ອງ ຮ່ວມ ຊາດ ໃນການຕ້ານການແຜ່ລະບາດໂຄວິດ-19. ພາບ: ຫວຽດ ຮຸ່ງ/VNA 



ວັນທີ 26 ພຶດສະພາ, ທ່ານ ນາຍົກລັດຖະມົນຕີ ໄດ້ລົງນາມ ໃນຂໍ້ຕົກລົງ ສ້າງຕັ້ງກອງທຶນ ວັກຊີນ ກັນເຊື້ອໂຄວິດ-19 ດ້ວຍ ເປົ້າໝາຍຮັບ, ຄຸ້ມຄອງ ແລະ ນຳໃຊ້ບັນດາແຫຼ່ງເງິນອຸດໜູນ, ບໍລິຈາກ ທັງຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມກັບແຫຼ່ງງົບ ປະມານ ແຫ່ງລັດ ປະຕິບັດ “ຍຸດທະສາດວັກຊີນ” ຊຶ່ງລວມທັງ ການຊື້, ນຳເຂົ້າວັກຊີນ, ມອບສົ່ງເຕັກໂນໂລຊີ ການຄົ້ນຄວ້າ, ຜະລິດວັກຊີນ ຢູ່ພາຍໃນປະເທດ ເພື່ອການສັກຢາວັກຊີນ ໃຫ້ປະຊາຊົນ ໃຫ້ມີປະສິດທິຜົນ.

“ນີ້ແມ່ນກອງທຶນເພື່ອຄວາມເມດຕາ, ຄວາມສາມັກຄີ, ຄວາມ ເຊື່ອໝັ້ນ ຂອງ ຫົວໃຈ ເຊື່ອມຕໍ່ຫົວໃຈ ເພື່ອໃຫ້ພວກເຮົາພ້ອມ ກັນຜ່ານຜ່າຄວາມຫຍຸ້ງຍາກ, ປະກອບສ່ວນສ້າງປະເທດ ຫວຽດນາມ ໃຫ້ມີໄຊຊະນະ, ດັ່ງນັ້ນພວກຂ້າພະເຈົ້າໄດ້ລົງທະ ບຽນ ແລະ ຂຽນປະຫວັດແຫ່ງໄຊຊະນະອັນສະຫງ່າລາສີ ຂອງ ຊາດ - ໄຊຊະນະຕໍ່ການແຜ່ລະບາດເຊື້ອພະຍາດໂຄວິດ-19. (ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໋ງ ກ່າວຢັ້ງຢືນໃນພິທີ ເປີດ ກອງທຶນວັກຊີນ ປ້ອງກັນເຊື້ອພະຍາດໂຄວິດ-19 ໃນຕອນຄໍ່າ ວັນທີ 5 ມິຖຸນາ)
ຂໍ້ຕົກລົງສ້າງຕັ້ງກອງທຶນວັກຊີນ ຖືກປະກາດໃຊ້ຢ່າງໄວ ໂດຍ ໄດ້ຮັບການສະໜັບສະໜູນ ຈາກປະຊາຊົນ ໃນທົ່ວປະເທດ. ໃນໄລຍະທີ່ ຜ່ານມາ, ມີຫຼາຍອົງການຈັດຕັ້ງ ແລະ ບຸກຄົນ ໄດ້ ປະກອບສ່ວນເຂົ້າໃນວຽກງານ ປ້ອງກັນ ແລະ ສະກັດກັ້ນ ການ ແຜ່ລະບາດ ກໍ່ຄືການ ຊື້ ວັກຊີນ ປ້ອງກັນການແຜ່ລະບາດຂອງ ເຊື້ອໂຄວິດ-19 ອີກດ້ວຍ.

ວັກຊີນ ຫວຽດ ສໍາລັບຄົນ ຫວຽດ

ນັບຕັ້ງແຕ່ການແຜ່ລະບາດ ຂອງ ເຊື້ອໂຄວິດ-19 ໄດ້ປະກົດ ຕົວຢູ່ ຫວຽດນາມ, ເພື່ອສະກັດກັ້ນການແຜ່ລະບາດ ໃຫ້ໄດ້, ກະຊວງສາທາລະນະສຸກ ໄດ້ຊີ້ນຳ ໃຫ້ບັນດາ ໜ່ວຍງານ ຄົ້ນ ຄ້ວາ ແລະ ຜະລິດວັກຊີນ ຢູ່ພາຍໃນປະເທດຢ່າງຕັ້ງໜ້າ, ເປັນ ເຈົ້າການ, ຜັນຂະຫຍາຍການ ຄົ້ນຄວ້າ ແລະ ທົດລອງ ວັກຊີນ “made in ຫວຽດນາມ”. 

ໃນວັນທີ 11 ມິຖຸນາປີ 2021, ກະຊວງສາທາລະນະສຸກໄດ້ ອອກຂໍ້ຕົກລົງ ເລກທີ 2899/QD-BYT ກ່ຽວກັບການອະນຸມັດ ຜ່ານການຄົ້ນຄ້ວາ ທົດລອງທາງຄລີນິກ ໄລຍະທີ 3 ຂອງ ວັກ ຊີນ Nano Covax ປ້ອງກັນເຊື້ອໂຄວິດ-19.

ອົງການຮັບໜ້າທີ່ທົດລອງທາງ ຄລີນິກ ແມ່ນວິທະຍາຄານ ເສ ນາຮັກ ແລະ ສະຖາບັນການແພດ Pasteur ນະຄອນໂຮ່ຈີມິນ. ສະຖານທີ່ ຜັນຂະຫຍາຍວຽກງານນີ້ ແມ່ນວິທະຍາຄານ ເສນາ ຮັກ, ແຂວງ ຮຶງອຽນ, ສະຖາບັນການແພດ Pasteur ນະຄອນ ໂຮ່ຈີມິນ, ແຂວງ ລອງອານ, ຕ່ຽນຢາງ ແລະ ໜ່ວຍງານອີກຈຳ ນວນໜຶ່ງ ທີ່ມີເງື່ອນໄຂ ຄົບຖ້ວນ ຕາມຂໍ້ກຳນົດ ທີ່ບັນດາ ແຂວງ ຜັນຂະຫຍາຍ ການຄົ້ນຄ້ວາ.

ອີງຕາມຂໍ້ມູນຂ່າວສານ ຈາກວິທະຍາຄານເສນາຮັກ, ກະຊວງ ປ້ອງກັນປະເທດ, ບັນດາໜ່ວຍຄົ້ນຄວ້າໄດ້ສຳເລັດການສັກ ທົດລອງ 1000 ຄັ້ງທຳອິດ ທົດສອງໄລຍະທີ 3 ຂອງ ວັກຊີນ COVID-19 Nanocovax.

ປັດຈຸບັນ Nano Covax ແມ່ນ ໜຶ່ງໃນ 15 ປະເພດ ວັກຊີນ ປ້ອງກັນເຊື້ອໂຄວິດ-19 ໃນໂລກ ໃນໄລຍະ ທົດລອງທາງ ຄລີ ນິກ ໄລຍະທີ 3. ຖ້າໄດ້ຮັບໃບອະນຸຍາດ, ຫວຽດນາມ ສາມາດ ຜະລິດໄດ້ 100 ລ້ານໂດສ/ປີ.
ຄາດວ່າ IVAC ຈະສາມາດຜະລິດວັກຊີນ ໄດ້ປະມານ 6 ລ້ານ ໂດສ/ປີ; Nanogen ຄາດວ່າ ຈະຜະລິດ ວັກຊີນ ປະມານ 20-30 ລ້ານ ໂດສ/ປີ ແລະ ທັງສອງ ໜ່ວຍງານນີ້ ສາມາດ ເພີ່ມ ກຳລັງການຜະລິດ ເມື່ອໄດ້ຮັບການລົງທຶນ.

ພ້ອມກັນນັ້ນ, ໃນວັນທີ 7 ພຶດສະພາ 2021, ລັດຖະມົນຕີກະ ຊວງສາທາລະນະສຸກ ໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 2301/QD-BYT ສ້າງຕັ້ງຄະນະ ຊີ້ນຳໂຄງການຄົ້ນຄວ້າ ມອບ ສົ່ງເຕັກໂນໂລຊີ ແລະ ການຜະລິດ ວັກຊີນປ້ອງກັນເຊື້ອໂຄ ວິດ-19.


ມີ ວິສາຫະກິດ ຫວຽດນາມ ແຫ່ງໜ່ຶງ ໄດ້ປຶກສາຫາລື ແລະ ເຈ ລະຈາກັບ ຜູ້ຜະລິດຂອງ ສ ອາເມລິກາ ກ່ຽວກັບເງື່ອນໄຂມອບ ສົ່ງເຕັກໂນໂລຊີ ຜະລິດວັກຊີນປ້ອງກັນ ເຊື້ອໂຄວິດ-19 ຈາກ ຫົວເຊື້ອ mRNA (ວັກຊີນ ນີ້ຕ້ອງການສັກພຽງໜຶ່ງໂດສ, ເທົ່າກັບ 5 ມີລີກຣາມ, ມີຄວາມສາມາດປ້ອງກັນສູງ, ອີງຕາມຜົນຮັບ ຂອງ ການທົດລອງທາງ ຄລີນິກ ໄລຍະ 1,2).  ປັດຈຸບັນ, ວັກຊີນ ໄດ້ສຳເລັດການທົດລອງໄລຍະ 1 ແລະ 2 ແລ້ວ.

ໂຮງງານ ໂດຍວິສາຫະກິດນີ້ ເປັນຜູ້ລົງທຶນ ຕາມມາດຕະຖານ ເຕັກໂນໂລຊີ ຂອງ ຜູ້ຜະລິດ ຈະມີກຳລັງການຜະລິດ 100-200 ລ້ານໂດສ/ປີ ແລະ ຄາດວ່າ ຈະເລີ່ມຜະລິດ ຕັ້ງແຕ່ ໄຕ ມາດທີ 4/2021 ຫລື ໄຕມາດ ທຳອິດ ຂອງ ປີ 2022.



ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໋ງ ເຮັດວຽກກັບບັນດາ ກະ ຊວງ, ຂະແໜງການ ແລະ ນັກວິທະຍາສາດ, ບັນດາຫົວໜ່ວຍ ຄົ້ນຄວ້າ ແລະ ວິສາຫະກິດ ພາຍໃນປະເທດ ກ່ຽວກັບ ການຜະລິດ ຢາວັກຊີນ ປ້ອງກັນເຊື້ອພະຍາດ ໂຄວິດ-19 ໃນຕອນເຊົ້າ ວັນທີ 7 ມິຖຸນາ 2021 ທີ່ ສຳນັກງານລັດຖະບານ. ພາບ: ເຢືອງຢາງ/VNA


ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄປຢ້ຽມຢາມ ແລະ ປຸກລະດົມ ບັນດາກຳລັງ ທີ່ພວມປະຕິບັດໜ້າທີ່ ຢູ່ພະແນກ ພູມຕ້ານທານ (ສະຖາບັນຄົ້ນຄວ້າການແພດການ, ວິທະຍາ ຄານ ເສນາຮັກ).
ພາບ: ຢ໊ວານເຕິ໋ນ/VNA



ພະນັກງານແພດໝໍ ສັກວັກຊີນ Nano Covax ປ້ອງກັນເຊື້ອໂຄ ວິດ-19 ໃຫ້ອາສາສະໝັກ ທີ່ເຂົ້າຮ່ວມການທົດລອງສັກວັກຊີນ ໄລຍະທີ 3 ທີ່ວິທະຍາຄານເສນາຮັກ. ພາບ: ມິນກວ໋ຽດ/ VNA

ບໍລິສັດຈຳກັດ ຊຶ່ງເປັນສະມາຊິກໜຶ່ງ ຂອງ ວັກຊີນ ແລະ ອຸປະ ກອນການ ແພດເລກ 1 (VABIOTECH) ກຳລັງເຈລະຈາ ກັບ ຄູ່ຮ່ວມມື ຍີ່ປຸ່ນ ເພື່ອສາມາດຮັບເອົາການມອບສົ່ງເຕັກໂນ ໂລ ຊີ ການຜະລິດວັກຊີນ ໃຫ້ ຫວຽດນາມໂດຍໄວ.

VABIOTECH ໄດ້ລົງນາມ ໃນຂໍ້ຕົກລົງ ກັບກອງທຶນ ໂດຍກົງ ຂອງ ສ ລັດເຊຍ ວ່າດ້ວຍການຜະລິດທໍ່ Sputnik-V ຈາກຜະ ລິດຕະພັນ ເຄິ່ງສຳເລັດຮູບ ດ້ວຍຂະໜາດ 5 ລ້ານໂດສ/ເດືອນ ຊຶ່ງເລີ່ມດຳເນີນການ ແຕ່ເດືອນ ກໍລະກົດ 2021 ແລະ ກ້າວໄປ ເຖິງ ການມອບສົ່ງເຕັກໂນໂລຊີ ຜະລິດ ດ້ວຍຂະໜາດ 100 ລ້ານໂດສ/ປີ ./.


ເວລາ 16ໂມງ ຂອງ ວັນທີ 22 ມິຖຸນາ 2021, ຫວຽດນາມ ໄດ້ ສັກ ວັກຊິນ ປ້ອງກັນເຊື້ອໂຄວິດ-19 ແລ້ວຈໍານວນ 2.569 ໂດສ. ໃນນັ້ນ, ຈຳນວນຜູ້ໄດ້ສັກ ຄົບ 2 ເຂັມ ມີ 133.843 ຄົນ.
ປະຕິບັດ: ຈ້ອງຈິ໋ງ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top