• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ປັບປຸງ ແລະ ເຮັດໃຫ້ ສາຍພົວພັນມິດຕະພາບ ຫວຽດນາມ - ລາວ ເລິກເຊິ່ງກວ່າເກົ່າ

ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ  ທອງລຸນ ສີສຸລິດ ແລະ ພັນລະຍາພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ລາວ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການ ໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູ໋ຈ້ອງ ພ້ອມດ້ວຍ ພັນລະຍາ ແລະ ທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມ ພັນລະຍາ ແຕ່ວັນທີ 28 – 29 ມິຖຸນາ 2021 ເປັນເຫດການໜຶ່ງມີຄວາມໝາຍສຳຄັນໃນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ.
ນີ້ເປັນການຢ້ຽມຢາມຕ່າງປະເທດ ຄັ້ງທຳອິດ ຂອງສະຫາຍ  ທອງລຸນ ສີສຸລິດ ໃນຖານະຕຳແໜ່ງ ເປັນເລຂາທິການໃຫຍ່, ປະທານປະເທດ ລາວ ອາຍຸການ 2021 – 2026.  

ການຢ້ຽມຢາມ ໄດ້ປະກອບສ່ວນ ຢັ້ງຢືນແນວທາງພົວພັນຕ່າງປະເທດສະເໝີຕົ້ນສະເໝີປາຍຂອງສອງປະເທດ, ຖືການຮັກສາ ແລະ ພັດທະນາສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ເປັນຄວາມ ສຳຄັນພິເສດ. 


ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ,
ປະທານປະເທດ ລາວ ທອງລຸນ ສີສຸລິດ ກວດແຖວກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ. ພາບ: ຖົ໋ງເຍີດ/VNA



ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ,
ປະທານປະເທດ ລາວ ທອງລຸນ ສີສຸລິດ ປະຕິບັດພິທີຄົາລົບທຸງ. ພາບ: ເລີມແຄ໋ງ/VNA



ຊາວນະຄອນຫຼວງ ຮ່າໂນ້ຍ ສະແດງຄວາມຍິນດີຕ້ອນ ຮັບທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ,
ປະທານປະເທດ ລາວ ທອງລຸນ ສີສຸລິດ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາບ: ເລີມແຄ໋ງ/VNA

ວັນທີ 28 ມິຖຸນາ 2021, ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ລາວ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ສຳນັກງານປະທານປະເທດ ຕາມພິທີການສູງສຸດ ທີ່ສະຫງວນ ໃຫ້ແກ່ ປະມຸກລັດ.  ທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ໄດ້ເປັນເຈົ້າພາບໃນພິທີຕ້ອນຮັບ. ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ທ່ານເລຂາທິການ ໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ປະຕິບັດການພົບປະເຈລະຈາ ແລະ ເປັນສັກຂີ້ພິຍານ ໃນພິທີລົງນາມເອກະສານວ່າດ້ວຍການຮ່ວມມືຫຼາຍສະບັບ. 

ຄຽງບ່າຄຽງໄຫຼ່ ເທິງເສັ້ນທາງປະຫວັດສາດ
 
ເປັນສອງປະເທດບ້ານໃກ້ເຮືອນຄຽງ, ການພົວພັນລະຫວ່າງສອງຊົນຊາດ ໄດ້ກໍ່ຮ່າງສ້າງຕົວຂຶ້ນ ແລະ ຝຶກຝົນຫຼໍ່ຫຼອມໃນປະຫວັດສາດຫຼາຍພັນປີ ສ້າງສາ ແລະ ປົກປັກຮັກສາ ປະເທດຊາດ.

ພິເສດ, ໃນ 80 ກວ່າປີທີ່ຜ່ານມາ, ສາຍພົວພັນມູນເຊື້ອອັນດີງາມ, ຄວາມສະໜິດຕິແໜ້ນກັນ ລະຫວ່າງ ປະຊາຊົນ ຫວຽດນາມ - ລາວ ໄດ້ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ວາງພື້ນຖານ, ໄດ້ບັນດາລຸ້ນການນຳສືບຕໍ່ຂອງສອງພັກ, ສອງລັດ ແລະ ປະຊາຊົນ ສອງປະເທດ ອອກເຫື່ອເທແຮງ ເພີ່ມພູນຄູນສ້າງ, ໄດ້ກາຍ ເປັນຊັບສົມບັດອັນລຳ້ຄ່າຂອງສອງຊາດ ແລະ ເປັນກົດເກນ ພັດທະນາລວມຂອງສອງປະເທດ ບົນເສັ້ນທາງ ພັດທະນາ ປະເທດຊາດໃຫ້ວັດທະນາຖາວອນ, ປະຊາຊົນຢູ່ເປັນເປັນສຸກ.


ຕອນເຊົ້າວັນທີ 28 ມິຖຸນາ 2021, ທີ່ສຳນັກງານສູນກາງພັກ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ມີການພົບປະ ເຈລະຈາ
ກັບສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ໃນພາບ: ສະຫາຍເລຂາທິການ ໃຫຍ່ ຫງວຽນຝູ໋ຈ້ອງ  ພົບປະ ເຈລະຈາ ກັບສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. ພາບ: ເຟືອງຮວາ/VNA



ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ກ່າວປາໄສ ໃນການພົບປະເຈລະຈາ. ພາບ: ເຟືອງຮວາ/VNA


ຕອນເຊົ້າວັນທີ 28 ມິຖຸນາ 2021, ທີ່ສຳນັກງານສູນກາງພັກ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ສະຫາຍ ເລຂາທິການໃຫຍ່,
ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ເປັນສັກຂີ້ພິຍານ ໃນພິທີລົງນາມເອກະສານວ່າດ້ວຍ ການຮ່ວມມື ລະຫວ່າງສອງປະເທດ ຫຼາຍສະບັບ. ພາບ: ຈີ້ຢຸງ/VNA



ພິທີລົງນາມແຜນການຮ່ວມມືໃນຂົງເຂດຖະແຫຼງຂ່າວ ລະຫວ່າງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລະ ກະຊວງຖະແຫຼງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວລາວ. ພາບ: ຈີ້ຢຸງ/VNA



ພິທີແລກປ່ຽນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ເຮັດທຸລະກິດ ລະຫວ່າງ ບໍລິສັດເຮັດທຸລະກິດ ການຄ້າ ແລະ ບໍລິການ Vinfast ຈຳກັດ
ກັບກຸ່ມບໍລິສັດ ຟົງສັບທະວີ. ພາບ: ຈີ້ຢຸງ/VNA



ພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ ແລະ ຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດ ລາວ ໄລຍະ 2021 – 2025. ພາບ: ຈີ້ຢຸງ/VNA

ບໍ່ພຽງແຕ່ປະກອບສ່ວນຢ່າງຍິ່ງໃຫຍ່ໃຫ້ແກ່ການໄຊຊະນະລະດູບານໃຫຍ່ປີ 1975, ລວມປະເທດຊາດເປັນໜຶ່ງດຽວຂອງ ປະຊາຊົນ ຫວຽດນາມ, ເສັ້ນທາງ ເຈື່ອງເຊີນ ກໍ່ຊ່ວຍເຫຼືອການປະຕິວັດ ລາວ ຍາດໄດ້ອຳນາດການປົກຄອງຢ່າງວ່ອງໄວ ເມື່ອວັນທີ 2 ທັນວາ 1975.
 
ກ້າວເຂົ້າສູ່ໄລຍະໃໝ່, ໄລຍະສ້າງສາປະເທດໃນຄວາມ ສັນຕິພາບ ແລະ ຂ້າມຜ່ານ ຂຶ້ນເປັນສັງຄົມນິຍົມ, ການພົວພັນລະຫວ່າງສອງປະເທດ ຫັນແຕ່ການພົວພັນສາມັກຄີ ໃນການຕໍ່ສູ້ກັບສັດຕູລວມ ມາເປັນການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນ ປະຕິວັດ ລາວ. 


ຕອນບ່າຍວັນທີ 28 ມິຖຸນາ 2021, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ມີການພົບປະ ແລກປ່ຽນ
ຄວາມຄິດເຫັນກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ມີການພົບປະ ແລກປ່ຽນ ຄວາມຄິດເຫັນກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. ພາບ: ເຢືອງຢາງ/VNA


ຕອນບ່າຍວັນທີ 28 ມິຖຸນາ 2021, ທີ່ຫໍ ສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້  ມີການພົບປະ ແລກປ່ຽນ ຄວາມຄິດເຫັນກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ໃນພາບ: ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລະ  ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສອງປະເທດ. ພາບ: ຢວານເຕິນ/VNA


ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້  ມີການພົບປະ ແລກປ່ຽນ ຄວາມຄິດເຫັນກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.
ພາບ: ຢວານເຕິນ/VNA

ຕອນບ່າຍວັນທີ 28 ມິຖຸນາ 2021, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ມີການພົບປະ ແລກປ່ຽນ ຄວາມຄິດເຫັນກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ຕອນບ່າຍວັນທີ 28 ມິຖຸນາ 2021, ທີ່ຫໍ ສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້  ມີການພົບປະ ແລກປ່ຽນ ຄວາມຄິດເຫັນກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ..
ວັນທີ 18 ກໍລະກົດ 1977, ສອງປະເທດເຊັນສັນຍາມິດຕະພາບແລະ ຮ່ວມມື. ສັນຍາມີຄວາມໝາຍສຸດທ່ີສຳຄັນ, ເປັນ ຫຼັກນິຕິກຳທີ່ໝັ້ນແກ່ນ ໃຫ້ແກ່ການເພີ່ມທະວີ ແລະ ເປີດກວ້າງສາຍພົວພັນພິເສດ ຫວຽດນາມ - ລາວ ໃນໄລຍະໃໝ່; ສ້າງພື້ນຖານເພື່ອໃຫ້ສອງຝ່າຍເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມືຫຼາຍສະບັບຕາມຫຼັງ.
 
ໃນວິວັດການຮ່ວມມື ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນພາຍຫຼັງສົງຄາມ, ຕາມການຮຽກຮ້ອງຂອງ ລາວ, ຫວຽດນາມ ສືບຕໍ່ສົ່ງຄະນະນັກຊ່ຽວຊານ ຫຼາຍຄະນະໄປຊ່ວຍ ລາວ ຮັກສາຄວາມສະຫງົບ, ຮັກສາຊີວິດການເປັນຢູ່ໃຫ້ໝັ້ນຄົງ, ຟື້ນຟູການຜະລິດ ແລະ ພັດທະນາເສດຖະກິດ.

ການພົວພັນຮ່ວມມື, ຊ່ວຍເຫືອດັ່ງກ່າວ ໄດ້ປະຕິບັດບົນພື້ນຖານເຄົາລົບນັບຖື ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນຂອງກັນ ແລະ ກັນ. ຍົກສູງຈິດໃຈ ອີງໃສ່ຕົ້ນເອງ  ສ້າງຄວາມເຂັ້ມແຂວງດ້ວຍຄົນເອງ,  ຮ່ວມມືສະເໝີພາບ ແລະ ຕ່າງຝ່າຍ ຕ່າງມີຜົນປະໂຫຍດ. 



ຕອນຄຳ່ວັນທີ 28 ມິຖຸນາ 2021, ທີ່ຫໍປະຊຸມສາກົນ ຢູ່ນະຄອນຫຼວງ ຮ່່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ
ແລະ ພັນລະຍາ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ເປັນປະທານງານລ້ຽງຕ້ອນຮັບ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ທີ່ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ພາບ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ງານລ້ຽງ. ພາບ: ຈີ໋ຢຸງ/VNA




ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດກ່າວຄຳເຫັນທີ່ງານລ້ຽງ. ພາບ: ຈີ໋ຢຸງ/VNA


ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ພັນລະຍາ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມກັບ ທ່ານເລຂາທິການໃຫຍ່,
ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ແລະ ພັນລະຍາ ຍົກຈອກເພື່ອຄວາມສາມັກຄີ, ມິດຕະພາບ ຫວຽດນາມ - ລາວ. ພາບ: ຈີ໋ຢຸງ/VNA

ຕອນຕອນຄຳ່ວັນທີ 28 ມິຖຸນາ 2021, ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ພັນລະຍາ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ເປັນປະທານງານລ້ຽງ ຕ້ອນຮັບ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງພັກ, ລັດ ລາວ ທີ່ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ຮ່ວມແຮງກາຍແຮງໃຈກັນ  ໃນກິດຈະການປ່ຽນແປງໃໝ່
 
ໃນກິດຈະການປ່ຽນແປງໃໝ່ຂອງແຕ່ລະປະເທດ, ຫວຽດນາມ ແລະ ລາວ ສືບຕໍ່ຮ່ວມແຮງກາຍແຮງໃຈກັນ , ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນການພັດທະນາ, ພ້ອມກັນຍາດໄດ້ຫຼາຍຜົນງານອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດ ກ່ຽວກັບເສດຖະກິດ, ສັງຄົມ ແລະ ການຕ່າງປະເທດ.
 
ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ຫວຽດ - ລາວ ໄດ້ຍູ້ແຮງ ແລະ ເປີດກວ້າງໃນຫຼາຍຂົງເຂດ. ການພົວພັນດ້ານການເມືອງ ລະຫວ່າງ ສອງປະເທດ ນັບມື້ນັບພັດທະນາ ເທິງພື້ນຖານທີ່ເລິກເຊິ່ງ ແລະ ກວ້າງຂວາງ ແລະ ນັບມື້ນັບໝັ້ນແກ່ນ.
 
ເຖິງວ່າ ການແຜ່ລະບາດເຊື້ອພະຍາດ ໂຄວິດ - 19 ໄດ້ສ້າງຜົນສະທ້ອນເຖິງທຸກການເຄື່ອນໄຫວ, ແຕ່ການນຳສອງປະເທດ ຍັງຈັດຕັ້ງບັນດາການພົບປະທຸກຂັ້ນ ຕາມຮູບແບບທີ່ເໝາະສົມ,ການຮ່ວມມືໃນຂົງເຂດການເມືອງ ສືບຕໍ່ໄດ້ຮັດແໜ້ນ, ໃກ້ຊິດ, ເຊື່ອໝັ້ນ ເຊິ່ງກັນ ແລະ ກັນ ຢ່າງເລິກເຊິ່ງ; ການຮ່ວມມືໃນ ຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການ ເພີ່ມທະວີ ແລະ ນັບມື້ນັບມີປະສິດທິຜົນ. 


ຕອນເຊົ້າວັນທີ 29 ມິຖຸນາ 2021, ທີ່ສຳນັກງານປະທານ ປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ມີການພົບປະ ແລກປ່ຽນ ຄວາມຄິດເຫັນກັບທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ. ພາບ: ຖົ໋ງເຍີດ/VNA


ທ່ານປະທານປະເທດ ຫງວຽນຊວນຟຸກ ມີການພົບປະ ແລກປ່ຽນ ຄວາມຄິດເຫັນກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. ພາບ: ຖົ໋ງເຍີດ/VNA


ໃນການຮ່ວມມືດ້ານເສດຖະກິດ, ຫວຽດນາມ ພວມເປັນໜຶ່ງໃນ 3 ນັກລົງທຶນໃຫຍ່ທີ່ສຸດຢູ່ ລາວ. ເພື່ອເພີ່ມທະວີການຊ່ວຍເຫຼືອ ພ້ອມກັນພັດທະນາ, ສອງປະເທດພວມຊຸກຍູ້ບັນດາໂຄງການເຊື່ອມຕໍ່ເສດຖະກິດ ແລະ ການຄົມມະນາຄົມຄື: ໂຄງການກໍ່ ສ້າງເສັ້ນທາງດ່ວນ ວຽງຈັນ - ຮ່າໂນ້ຍ, ເສັ້ນທາງລົດໄຟ ຄຳມ່ວນ - ຫວູງອາງ. ..
 
ໃນການແລກປ່ຽນການຄ້າ, ເຖິງວ່າການແຜ່ລະບາດເຊື້ອ ໂຄວິດ - 19 ພວມຜັນແປຢ່າງສັບສົນ, ແຕ່ 5 ເດືອນຕົ້ນປີນີ້, ວົງເງິນການຄ້າສອງສົ້ນ ລະຫວ່າງ ຫວຽດນາມ - ລາວ ຍັງບັນລຸ ໄດ້ກວ່າ 570 ລ້ານ ໂດລາສະຫະລັດ, ເພີ່ມ 25% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ.

ເພື່ອຊ່ວຍເຫຼືອ ລາວ ພັດທະນາຢ່າງຍາວນານ, ຫວຽດນາມ ກໍ່ສ້າງ ເງື່ອນໄຂ ເພື່ອໃຫ້ ລາວ ໄດ້ນຳໃຊ້ທ່າກຳປັ່ນ ຫວູງອາງ 1, 2, 3 ຊ່ວຍໃຫ້ ລາວ ມີຄວາມສະດວກໃນການຂົນສົ່ງ, ນຳເຂົ້າ - ສົ່ງອອກສິນຄ້າ ຜ່ານທາງທະເລ, ຊ່ວຍເຫຼືອ ລາວ ກໍ່ສ້າງບັນດາກິດຈະກຳທີ່ຈຳເປັນຄື ໂຮງຮຽນ, ໂຮງໝໍ...
 
ປີ 2021 ເປັນປີ ມີຄວາມສຳຄັນພິເສດຂອງ ທັງສອງປະເທດ ຫວຽດນາມ ແລະ ລາວ ເມື່ອ ສຳເລັດການຈັດຕັ້ງ ກອງປະຊຸມໃຫຍ່ ຂອງພັກ ແລະ ເລືອກຕັ້ງໄດ້ຄະນະການນຳ ຊຸດໃໝ່, ສືບຕໍ່ນຳພາປະເທດຊາດ ກ້າວຂຶ້ນສູ່ລັດທິສັງຄົມນິຍົມ.


ຕອນເຊົ້າວັນທີ 29 ມິຖຸນາ 2021, ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມກັບຄະນະຜູ້ແທນ
ຂັ້ນສູງ ຂອງພັກ, ລັດ ລາວ ໄດ້ເຂົ້າຢ້ຽມສຸສານ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາບ: ເຟືອງຮວາ/VNA



ຕອນເຊົ້າວັນທີ 29 ມິຖຸນາ 2021, ທີ່ນະຄອນ ຮ່່າໂນ້ຍ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພົບປະກັບທ່ານ ໂດ໋ວັນຈຽນ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ; ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ຄະນະຕິດຕໍ່ ສະມາຄົມອະດີດນັກຊ່ຽວຊານ, ທະຫານ ອາສາສະໝັກ ຫວຽດນາມ ຢູ່ ລາວ ເນື່ອງໃນໂອກາດ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.. ພາບ: ເຟືອງຮວາ/VNA



ການວາງສະແດງຮູບພາບ ດ້ວຍຫົວຂໍ້: ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມື ຮອບດ້ານ ຫວຽດນາມ - ລາວໂດຍ​ສຳນັກຂ່າວສານ ຫວຽດນາມ, ຄະນະພົວພັນການຕ່າງປະເທດສູນກາງ ແລະ  ສະຖາບັນການ ເມືອງແຫ່ງຊາດ ໂຮ່ຈີມິນ ຮ່ວມກັນຈັດຂຶ້ນ.  ໃນພາບ: ທ່ານນາງ ຫວູວຽດຈາງ, ຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານ ຫວຽດນາມ ແນະນຳການວາງສະແດງຮູບພາບຂອງ ສຳນັກຂ່າວສານ ຫວຽດນາມ ກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ. ພາບ: ຖົ໋ງເຍີດ/VNA



ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 29 ມິຖຸນາ 2021, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບ​ຄະນະຜູ້ແທນຂັ້ນສູງ ສອງປະເທດ ໄດ້ມາຢ້ຽມຢາມ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ. ໃນພາບ: ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ ໂອ້ລົມກັນກັບພະນັກງານ, ຄູອາຈານ ແລະ ນັກສຶກສາຂອງ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ. ພາບ: ເລີມແຄ໋ງ/VNA

ຄຽງຂ້າງນັ້ນ, ບັນດາກະຊວງ, ຂະແໜງການໃນທົ່ວປະເທດ ຫວຽດນາມ ກໍ່ຕັ້ງໜ້າໃນການບໍລິຈາກເງິນດ້ວຍຈຳນວນ ຫຼາຍລ້ານ ໂດລາສະຫະລັດ ແລະ ອຸປະກອນການແພດ ເພື່ອຊ່ວຍເຫຼືອ ລາວ ໃນການຮັບມືກັບການແຜ່ລະບາດເຊື້ອ ໂຄວິດ - 19.
 
ເຖິງວ່າ ມີສະພາບການເປັນຢູ່ຍັງຫຍຸ້ງຍາກກວ່າ ຫວຽດນາມ, ແຕ່ ລາວ ຍັງມີການຊ່ວຍເຫຼືອ ຫວຽດນາມ ໃນການຮັບມືກັບການແຜ່ລະບາດເຊື້ອພະຍາດ ໂຄວິດ - 19 ຄັ້ງທີ 4. ເຖິງປະຈຸບັນ, ບັນດາອົງການ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຂອງ ລາວ ໄດ້ສະໜັບສະໜູນໃຫ້ແກ່ກອງທຶນຕ້ານ ໂຄວິດ - 19 ຂອງ ຫວຽດນາມ ດ້ວຍຈຳນວນເງິນກວ່າ 1,2 ລ້ານໂດລາສະຫະລັດ.
 
ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ເລືອກ ຫວຽດນາມ ເປັນປະເທດທຳອິດທີ່ມາ ຢ້ຽມຢາມ ຫຼັງຈາກໄດ້ຮັບເລືອກເປັນເລຂາທິການໃຫຍ່, ປະທານປະເທດ ລາວ ອາຍຸການ 2021 – 2025 ຈະຊ່ວຍ ປັບປຸງ ແລະ ເຮັດໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ໄດ້ເລິກເຊິ່ງກວ່າເກົ່າ,  ນຳຜົນປະໂຫຍດຢ່າງແທ້ຈິງ  ມາໃຫ້ແກ່ປະຊາຊົນສອງປະເທດ. 

ປະຕິບັດ: VNA/VNP

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top