• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO: ຕ້ອງ​ຮຽນຮູ້ວິທີດໍາລົງ​ຊີວິດ​ຢູ່​ຮ່ວມ​ກັນ​ກັບ​ໂລ​ກລະບາດ​ໂຄ​ວິດ - 19

ເຖິງວ່າບັນດາຄວາມມານະພະຍາຍາມພັດທະນາວັກຊິນ ພວມດໍາເນີນໄປໃນລະດັບບັນລຸສະຖິຕິກໍຕາມ, ແຕ່ໂລກກໍ່ຕ້ອງຮຽນຮູ້ວິທີດໍາລົງຊີວິດຢູ່ຮ່ວມກັນກັບໂລກລະບາດໂຄວິດ - 19 ແລະ ຕໍ່ສູ້ກັບມັນດ້ວຍບັນດາພາຫະນະອຸປະກອນທີ່ພວກເຮົາພວມມີຢູ່.

 ວັນທີ 31 ກໍລະກົດ, ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າ ເຖິງວ່າບັນດາຄວາມມານະພະຍາຍາມພັດທະນາວັກຊິນ ພວມດໍາເນີນໄປໃນລະດັບບັນລຸສະຖິຕິກໍຕາມ, ແຕ່ໂລກກໍ່ຕ້ອງຮຽນຮູ້ວິທີດໍາລົງຊີວິດຢູ່ຮ່ວມກັນກັບໂລກລະບາດໂຄວິດ - 19 ແລະ ຕໍ່ສູ້ກັບມັນດ້ວຍບັນດາພາຫະນະອຸປະກອນທີ່ພວກເຮົາພວມມີຢູ່.

        ທ່ານ Tedros Adhanom Ghebreyesus ຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ ໄດ້ຍົກອອກຄໍາກ່າວເຕືອນດັ່ງກ່າວໃນກອງປະຊຸມຂອງຄະນະກໍາມະການຂັ້ນສູງ ເຊິ່ງໄດ້ດໍາເນີນ ພາຍຫຼັງທີ່ປະກາດໂລກລະບາດໂຄວິດ - 19 ເປັນສະພາວະສາທາລະນະສຸກສຸກເສີນໃນຊຸມຊົນ ເປັນເວລາ 6 ເດືອນ.

ຕາມເວັບໄຊສະຖິຕິ worldmeters.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 01 ສິງຫາຕາມເວລາ UTC, ທົ່ວໂລກມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 17.754.183 ຄົນ, ໃນນັ້ນມີ 682.885 ຄົນ ເສຍຊີວິດ. ຈໍານວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 11.158.280 ຄົນ ແລະ ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນໜັກກວ່າໝູ່ຢູ່ໃນໂລກ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top