• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WEF ASEAN 2018: ແບ່ງປັນແນວຄວາມຄິດ, ຂໍ້ລິເລີ່ມປະກອບສ່ວນຊຸກຍູ້ການພັດທະນາພາກພື້ນ ອາຊຽນ

ໃນຂອບເຂດກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ປີ 2018 (WEF ASEAN 2018), ວັນທີ 12 ກັນຍາ, ບັນດາປະທານຮ່ວມຂອງກອງປະຊຸມເວທີປາໄສເສດຖະກິດໂລກໄດ້ດຳເນີນການປະຊຸມຂ່າວປະກາດກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງທີ່ໄດ້ຍົກອອກມາຢູ່ WEF ASEAN 2018.

WEF ASEAN 2018: ແບ່ງປັນແນວຄວາມຄິດ, ຂໍ້ລິເລີ່ມປະກອບສ່ວນຊຸກຍູ້ການພັດທະນາພາກພື້ນ ອາຊຽນ (ພາບ:TTXVN)

ແບ່ງປັນທີ່ການປະຊຸມຂ່າວ, ທ່ານ ຫງວຽນແມ້ງຮຸ່ງ ຮັກສາການລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຖືວ່າ: ຫົວຂໍ້ເວທີປາໄສກ່ຽວກັບ ອາຊຽນ ທີ່ກ່ຽວຂ້ອງເຖິງບັນຫາເຕັກໂນໂລຊີພາກພື້ນ ອາຊຽນ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4 ກໍ່ຄືບັນຫາ Start up. ນີີ້ແມ່ນໂອກາດແບ່ງປັນບັນດາເລື່ອງລາວ, ກໍລະນີເປັນແບບຢ່າງທີ່ກ່ຽວຂ້ອງເຖິງບົດຮຽນຂອງແຕ່ລະປະເທດ, ພິເສດແມ່ນບັນດາແນວຄວາມຄິດໃໝ່, ຂໍ້ລິເລີ່ມໃໝ່ໄດ້ປະກອບສ່ວນຊຸກຍູ້ການພັດທະນາຂອງພາກພື້ນ ອາຊຽນ.

        ກ່ຽວກັບບັນຫາຄວາມໝັ້ນຄົງທາງອິນເຕີແນັດໃນພາກພື້ນ ອາຊຽນ, ທ່ານ ຫງວຽນແມ້ງຮຸ່ງ ຖືວ່າ: ການດຳລົງຊີວິດຍຸກທັນສະໄໝ ແລະ ຄວາມສີວິໄລພວມອີງໃສ່ອິນເຕີແນັດຫລາຍທີ່ສຸດ. ດັ່ງນັ້ນ, ສິ່ງສຳຄັນໃນອະນາຄົດແມ່ນຄວາມໝັ້ນຄົງທາງອິນເຕີແນັດ, ນີ້ແມ່ນຂໍ້ລິເລີ່ມເປີດຂອງ ຫວຽດນາມ ມີຄວາມຫວັງຢາກສືບຕໍ່ໄດ້ຮັບການປຶກສາຫາລື, ປະກອບສ່ວນ.

(ແຫຼ່ງຄັດຈາກ VOV)


ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top