• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

VOV ຈັດຕັ້ງງານປະກວດສຽງເພງ ອາຊຽນ +3

      ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຈັດຕັ້ງງານປະກວດສຽງເພງ ອາຊຽນ +3 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ ຄົບຮອບ 72 ປີ. 

ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍ ທີ່ການປະຊຸມຂ່າວ
      ແຈ້ງຂ່າວກ່ຽວກັບເຫດການດັ່ງກ່າວ, ຕອນບ່າຍວັນທີ 7 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ: ງານປະກວດສຽງເພງ ອາຊຽນ +3 ແມ່ນໂອກາດເພື່ອໃຫ້ບັນດານັກຮ້ອງໜຸ່ມ ແລະ ມະຫາຊົນບັນດາປະເທດ ອາຊຽນ ກໍ່ຄື 3 ປະເທດ ຈີນ, ສ. ເກົາຫຼີ ແລະ ຍີ່ປຸ່ນ ມີໂອກາດ ໄດ້ພົບປະແລກປ່ຽນ, ແລກປ່ຽນວັດທະນະທຳ. ຈະດຳເນີນໃນລະຫວ່າງວັນທີ 17 -21 ສິງຫາ, ຢູ່ເຂດຕາກອາກາດ FLC ເຊີ່ມເຊີນ, ແຂວງ ແທງຮ໋ວາ, ງານປະກວດ ຈະມີນັກຮ້ອງ 24 ຄົນທີ່ມາຈາກ 11 ປະເທດເຂົ້າຮ່ວມການແຂ່ງຂັນ ແລະ ເຂົ້າຮ່ວມດ້ວຍຖານະເປັນແຂກຖືກເຊີນ. ຮອບຊິງຊະນະເລີດຈະໄດ້ດຳເນີນໃນແຕ່ວັນທີ 18 – 20 ສິງຫາ. ຄາດວ່າ, ຄະນະຈັດຕັ້ງຈະມອບໜຶ່ງລາງວັນທີ 1, 2 ລາງວັນທີ 2, ໜຶ່ງລາງວັນທີ 3 ແລະ 1 ລາງວັນຊົມເຊີຍ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top