• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

VinFast-ເຄື່ອງໝາຍການຄ້າລົດໂອໂຕທຳອິດຂອງຫວຽດນາມເປີດຕົວຢ່າງເປັນທາງການຢູ່ Paris Motor Show 2018

      ວັນທີ 02 ຕຸລາ, 2 ແບບລົດໂອໂຕຄື ລົດເກັ໋ງ (Sedan) ແລະ ລົດຈິບ (SUV) ຂອງ VinFast, ເຊິ່ງເປັນເຄື່ອງໝາຍການຄ້າລົດໂອໂຕທຳອິດຂອງຫວຽດນາມ ໄດ້ເປີດຕົວເຖິງມວນຊົນຢ່າງເປັນທາງການ, ຢູ່ງານວາງສະແດງລົດໂອໂຕ ປາຣີ ຄັ້ງທີ 120 (Paris Motor Show 2018), ເຊິ່ງແມ່ນໜຶ່ງໃນບັນດາງານວາງສະແດງລົດໂອໂຕທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ.

 2 ແບບລົດໂອໂຕຄື ລົດເກັ໋ງ (Sedan) ແລະ ລົດຈິບ (SUV) ຂອງ VinFast
(ພາບ: Zing.vn)
      ເປັນຄັ້ງທຳອິດ, ເຄື່ອງໝາຍລົດໂອໂຕຂອງຫວຽດນາມ ຈະໄດ້ເປີດຕົວພ້ອມກັບບັນດາຍີ່ຫໍ້ແຖວໜ້າຄື: Mercedes, Porcher, Audi… ນຳຫວຽດນາມ ຢືນພ້ອມກັບບັນດາເຄື່ອງໝາຍລົດໂອໂຕແຖວໜ້າໃນຂະແໜງອຸດສາຫະກຳລົດໂອໂຕສາກົນຄື: ເຢຍລະມັນ, ຍີ່ປຸ່ນ, ຝລັ່ງ, ອັງກິດ.
        2 ແບບລົດໂອໂຕລົດເກັ໋ງ (Sedan) ແລະ ລົດຈິບ (SUV) ຂອງ VinFast ໂດຍ Italy Design ແລະ Pininfarina ອອກແບບ. ການເປີດຕົວຂອງ VinFast ຢູ່ Paris Motor Show 2018 ໄດ້ສ້າງຄວາມແປກປະຫຼາດຕໍ່ວົງການນັກວິຊາການໃນຂະແໜງ ແລະ ສື່ມວນຊົນສາກົນໃນຕະຫຼອດໄລຍະຜ່ານມາ. ມີບົດຂຽນນັບພັນໆບົດໄດ້ອອກຂ່າວກ່ຽວກັບລົດໂອໂຕຍີ່ຫໍ້ໃໝ່ແຕ່ໄດ້ສ້າງຂີດໝາຍເມື່ອເປີດຕົວລົດໂອໂຕຄັນຕ່າງໆທຳອິດພຽງໃນເວລາກວ່າ 365 ວັນ, ສິ່ງທີ່ບັນດາຍີ່ຫໍ້ລົດໂອໂຕທີ່ມີຊື່ສຽງໃນໂລກກໍ່ຕ້ອງເສຍເວລາຢ່າງນ້ອຍສຸດ 2 – 3 ປີ. ພິເສດ, ລົດໂອໂຕທັງ 2 ແບບນີ້ໄດ້ຮັບການຕີລາຄາສູງກ່ຽວກັບຄວາມງາມ, ກໍຄືບັນດາມາດຕະຖານສາກົນສູງສຸດ.  ງານວາງສະແດງປາຣີ 2018 ຖືກໄຂຂຶ້ນແຕ່ວັນທີ 04 – 14 ຕຸລາ ຈຶ່ງອັດລົງ.
 (ແຫຼ່ງຄັດຈາກ VOV)
 
 

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ.

Top