• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

Tsuchiya Akari ຜູ້ຮ່ວມເດີນທາງ ກັບ ເດັກນ້ອຍ ຫວຽດນາມ

ດ້ວຍປະສົບການເຮັດວຽກ ໃນຂົງເຂດການສຶກສາ ຢູ່ບັນດາໂຮງ ຮຽນ ອະນຸບານ ໃນປະເທດ ຍີ່ປຸ່ນ ເປັນເວລາ 6 ປີ, ນາງ Tsuchiya Akari ໄດ້ເຂົ້າຮ່ວມ ໂຄງການອາສາສະໝັກ ຂອງອົງການຮ່ວມມືສາ ກົນ JICA ເພື່ອໄປຍັງ ຫວຽດນາມ ປະກອບສ່ວນ ຍົກສູງ ຄຸນນະ  ພາບ ການສຶກສາ ໃຫ້ແກ່ເດັກນ້ອຍອະນຸບານ ແລະ ສະເພາະ ວິຊາຄູ ໃຫ້ແກ່ຄູສອນ ຂອງ ຫວຽດນາມ. 
ນາງ Tsuchiya Akari ໃຫ້ຮູ້ວ່າ: ແຕ່ຄາວຍັງນ້ອຍ, ນາງ ໄດ້ມີຄວາມມຸ່ງຫວັງ ເປັນຄູສອນ ແລະ ສາມາດໃຫ້ການສິດສອນແກ່ຄົນທັງຫຼາຍ, ເພາະສະນັ້ນ ເມື່ອຮັບຂ່າວ ອົງການຮ່ວມມືສາກົນ JICA ລົງຂ່າວ ຮັບຄັດເລືອກ ອາສາສະໝັກ ໃນຂົງເຂດການສຶກສາ, ນາງໄດ້ຕັດສິນໄປຍື່ນໃບຮ້ອງຂໍ ເພື່ອເຂົ້າຮ່ວມ ແລະ ໄປຍັງ ຫວຽດນາມ ໃນ ເດືອນ ມີນາ 2017.

ປັດຈຸບັນ, ນາງ Tsuchiya Akari ກຳລັງເຮັດວຽກ ຢູ່ໂຮງຮຽນອະນຸ ບານ ເຮືອງແຊນ ສັງກັດສູນແມ່ຍິງ ພັດທະນາ, ສະມາຄົມ ແມ່ຍິງ ຫວຽດນາມ. ຢູ່ທີ່ນີ້, ນາງ ຮັບຜິດຊອບ 2 ຫ້ອງຮຽນ ອາຍຸ ແຕ່ 0-3 ປີ ແລະ 3-6 ປີ. ເພື່ອໃຫ້ການສິດສອນບັນລຸໄດ້ປະສິດທິຜົນ, ນາງເຄີຍກະກຽມ ຫຼັກສູດຮຽນ ດ້ວຍພາສາຫວຽດນາມ ໂດຍອາໄສ ແຫຼ່ງທຶນ ພາສາຫວຽດ ທີ່ໄດ້ຮຽນມາແລ້ວ. ໃນເວລາດຽວກັນ, ນາງ ກໍເຮັດ ເຄື່ອງມືສຳລັບການຮຽນ ຈາກ ອຸປະກອນປະຢັດ ເພື່ອເຮັດໃຫ້ ລູກ ສິດ ມີອາລົມຈິດທີ່ດີ ໃນການ ສຶກສາຮ່ຳຮຽນ.

 

ນາງ Tsuchiya Akari ສະສົມໄດ້ປະສົບການ ກ່ຽວກັບ ທັກສະ ຄວາມ ສາມາດດ້ານວິຊາຄູ ໃນຂົງເຂດການສຶກສາ
ຜ່ານການເຮັດ ວຽດ ເປັນເວລາ 6 ປີ ຢູ່ບັນດາໂຮງຮຽນອະນຸບານ ຂອງ ຍີ່ປຸ່ນ.



ນາງ Tsuchiya Akari ທັງສອນໃຫ້ບັນດານ້ອງນ້ອຍ  ທັງຮຽນພາ ສາຫວຽດ ດ້ວຍຕົນເອງ.


ນາງ Tsuchiya Akari ໄດ້ແປບັນດາບົດຮຽນພາສາ ຍີ່ປຸ່ນ ເປັນພາ ສາຫວຽດ ດ້ວຍຕົນເອງ ເພື່ອການສິດສອນໃຫ້ແກ່
ບັນດາ ນ້ອງນ້ອຍ ຫວຽດນາມ. 



ນາງ Tsuchiya Akari ໃນຊ່ົວໂມງ ສອນແຕ້ມ ໃຫ້ ບັນດານ້ອງ ນ້ອຍ ອາຍຸ ແຕ່ 3-6 ປີ. 


ນາງ Tsuchiya Akari ປະດິດສ້າງເຄື່ອງມືສຳລັບການຮຽນ ເພື່ອ ເຮັດໃຫ້ລູກສິດ ມີອາລົມຈິດ ໃນຊົ່ວໂມງຮຽນ. 


ນາງ Tsuchiya Akari ສອນໃຫ້ພວກນ້ອງນ້ອຍ ວິຊາ ການແຕ້ມ ຮູບ ຂອງ ຍີ່ປຸ່ນ..


ເຖິງວ່າ ຍັງບໍ່ທັນເກັ່ງດ້ານພາສາ ຫວຽດນາມ, ແຕ່ດ້ວຍຄວາມຕັ້ງໃຈ ຂອງ ຕົນ, ບັນດານ້ອງນ້ອຍ ຢູ່ໂຮງຮຽນອະນຸບານ
ເຮືອງແຊນ ໄດ້ຮັບ ເອົາບັນດາບົດຮຽນ ຂອງ ນາງ Tsuchiya Akari ໄດ້ຢ່າງ



ນາງ Tsuchiya Akari ແນະນໍາ ໃຫ້ບັນດາພວກນ້ອງນ້ອຍ ວິທີ ການແຕ້ມຮູບໂຕປາ ດ້ວຍນໍ້າມຶກ ຊະນິດພິເສດ
ໂດຍນາງ ເອງ ນຳ ມາແຕ່ປະເທດ ຍີ່ປຸ່ນ. 



ຫຼັງຈາກແຕ້ມ ແລະ ທາສີແລ້ວ, ບັນດາຮູບ “ໂຕປາ” ໄດ້ພົ່ນນຳ້ໃສ່ ຊຶ່ງໄດ້ສ້າງຜົນກະທົບແຕກຕ່າງ ໃຫ້ແກ່ ພາບແຕ້ມ
ຢ່າງເຫັນໄດ້ຊັດ ເມື່ອ ທຽບກັບ ສີສັນເບື້ອງຕົ້ນ. 



ນາງ Tsuchiya Akari ພ້ອມກັບ ບັນດາ ອາສາສະໝັກຍ່ີປຸ່ນ ກຳລັງ ແນະນຳໃຫ້ແກ່ບັນດາພວກນ້ອງນ້ອຍ
ຂອງ ໂຮງຮຽນອະນຸບານ ເຮືອງແຊນ ວິທີການພັບເຈ້ຍ Origami ທີ່ມີຊື່ສຽງ ຂອງ ຍີ່ປຸ່ນ.



ນາງ Tsuchiya Akari ພັບເຈ້ຍເປັນຕົວແບບ ເພື່ອໃຫ້ ພວກນ້ອງ ນ້ອຍແອບເຮັດຕາມ. 


ດ້ວຍຄວາມຕັ້ງໃຈຕິດຕາມຈິດຕະສາດ ຂອງ ເດັກ ແລະ ການຊ່ວຍ ເຫຼືອ ຂອງ ບັນດາຄູສອນຫວຽດນາມ ຕະຫຼອດຊ່ົວໂມງຮຽນ,
ຫຼັງຈາກການເຮັດວຽກ ເປັນເວລາ ກວ່າໜຶ່ງປີ, ນາງ Tsuchiya Akari ໄດ້ລື້ງເຄີຍ ກັບສະພາບແວດລ້ອມ ການເຮັດວຽກ
ແລະໄດ້ຮັບຄວາມ ຮັກແພງ, ໃກ້ຊິດ ສະໜິດສະໜົມຈາກ ນັກຮຽນ ຫວຽດນາມ. 

ນາງ Tsuchiya Akari ໄດ້ພົບເຫັນຫຼາຍສິ່ງຫຼາຍຢ່າງທີ່ດຶງດູດຈັບໃຈ ເມື່ອ ທຳການສິດສອນ ໃຫ້ແກ່ເດັກນ້ອຍ ຫວຽດນາມ. ຕາມການສັງເກດເຫັນ ຂອງ ນາງ Tsuchiya Akari, ເດັກນ້ອຍ ຫວຽດນາມ ມີ ນິດໄສ ເພິ່ງຕົນເອງ ໂດຍໄວ ເພາະສະນັ້ນ ອາດສາມາດເຮັດໄດ້ ວຽກງານຫຼາຍຢ່າງ ໂດຍບໍ່ຕ້ອງອາໄສນາຍຄູ, ແຕ່ຢູ່ ຍີ່ປຸ່ນ ຍ້ອນ ພໍ່ແມ່ຫຍຸ້ງກັບວຽກງານ, ບໍ່ມີເວລາສັ່ງສອນໃຫ້ລູກ ທັກສະໃນ ການໃຊ້ ຊີວິດ, ເພາະສະນັ້ນ ເດັກນ້ອຍ ຍີ່ປຸ່ນ ມັກຕ້ອງການ ຄວາມຊ່ວຍເຫຼືອ ຈາກຄູອາຈານ. ນອກນັ້ນ, ສຳລັບເດັກນ້ອຍ ຫວຽດນາມ ແມ່ນການ ໂອ້ລົມສົມທະນາ ລະຫວ່າງ ຄູສອນ ແລະ ນັກຮຽນເປັນ ສ່ວນໃຫຍ່, ໃນຂະນະນັ້ນ ຢູ່ ຍີ່ປຸ່ນ ມັກມີການພົວພັນແລກປ່ຽນ ລະຫວ່າງ ຄູ ສອນ ແລະ ນັກຮຽນ ແບບໃກ້ຊິດ ສະໜິດສະໜົມກວ່າ. 

ນາງ Tsuchiya Akari ໃຫ້ຮູ້ວ່າ: “ເມື່ອເຮັດວຽກ ຢູ່ທີ່ນີ້, ຂ້າພະເຈົ້າໄດ້ຮຽນເພີ່ມຕື່ມ ວ່າດ້ວຍ ການໂອ້ລົມສົນທະນາ ກັບພວກນ້ອງນ້ອຍ ຢ່າງຫຼວງຫຼາຍ ຈາກບັນດາເພື່ອນຮ່ວມງານ ຄົນ ຫວຽດ. ຂ້າພະເຈົ້າ ກໍຮູ້ສຶກໄດ້ ການໂອ້ລົມສົນທະນາ ລະຫວ່າງ ຄູສອນ ແລະ ນັກຮຽນ ກໍ ເປັນປັດໃຈ ສຳຄັນ ເພື່ອເພີ່ມປະສິດທິຜົນ ໃນການ ຮັບເອົາ ໄດ້ ແຫຼ່ງຄວາມຮູ້ ຂອງພວກນ້ອງນ້ອຍ ໂດຍຜ່ານການສິດສອນ ຂອງ ຕົນ”. 
ນາງ Tsuchiya Akari ໄດ້ຮູ້ຈັກ ປະສົມປະສານ ບັນດາຈຸດເດັ່ນ ໃນການສຶກສາໃຫ້ເດັກນ້ອຍ ຫວຽດນາມ ແລະ ຍີ່ປຸ່ນ ຢ່າງຄ່ອງແຄ່ວ. ຄວາມເອົາໃຈໃສ່ ແລະ ໃກ້ຊິດສະໜິດສະໜົມ ຂອງ ນາງ ກັບ ເດັກ ນ້ອຍແມ່ນມາ ໂດຍຕົວມັນເອງ ຜ່ານ ບັນດາພາກປະຕິບັດ ຕົວຈິງທີ່ ງ່າຍໆ ເຊ່ັນ ແນະນຳໃຫ້ພວກນ້ອງນ້ອຍ ວິທີພັບເຈ້ຍ ຕາມແບບ Origami ຂອງຍີ່ປຸ່ນ ເພື່ອໃຫ້ເຂົາເຈົ້າ ໄດ້ສະແດງອອກມາ ຄວາມ ອາດສາມາດ ໃນການປະດິດຄິດສ້າງ ດ້ານສິລະປະ. ບັນດາ ການ ເຄື່ອນເໜັງ ຕາມ ເນື້ອເພງ ຫຼື ທຳນອງ ສຽງ ປີອາໂນ ໄດ້ຮັບ ການດຳ ເນີນ ສະຫຼັບກັນ ໃນຊົ່ວໂມງຮຽນ ຈະ ຊ່ວຍເພີ່ມ ຄວາມໄຫວພິກ ແລະ ຈິນຕະນາການເຄື່ອນເໜັງ ຂອງເດັກນ້ອຍ.

ດ້ວຍການຕັ້ງໃຈ ຕິດຕາມຈິດຕະສາດ ຂອງເດັກນ້ອຍ ກໍຄື ການ ຊ່ວຍເຫຼືອ ຂອງ ບັນດານາຍຄູຄົນ ຫວຽດໃນຊົ່ວໂມງຮຽນ, ຫຼັງຈາກ ການເຮັດວຽກເປັນເວລາໜຶ່ງປີ, ນາງ Tsuchiya Akari ໄດ້ລື້ງກັບ ສະພາບແວດລ້ອມແຫ່ງການເຮັດວຽກ ແລະ ໄດ້ຮັບຄວາມຮັກແພງ ແລະ ໃກ້ຊິດສະໜິດສະໜົມ ຈາກນັກຮຽນ ຄົນ ຫວຽດນາມ.

ທ່ານນາງ ມາຍລານເຮືອງ, ຜູ້ອຳນວຍການໂຮງຮຽນອະນຸບານ ເຮືອງ ແຊນ ໃຫ້ຮູ້ວ່າ: “ແທ້ຈິງ ການສຶກສາຢູ່ ຍີ່ປຸ່ນ ມີຫຼາຍສິ່ງ ຫຼາຍຢ່າງ ເພື່ອ ໃຫ້ຄູສອນ ຫວຽດນາມ ຮໍ່າຮຽນເອົາ. ດ້ວຍເຫດນັ້ນ, ເມື່ອມີ ນາງ Tsuchiya Akari ນັກອາສາສະໝັກ ມາສອນຢູ່ໂຮງຮຽນ, ບັນດາ ນາຍຄູຂອງ ໂຮງຮຽນ ມີໂອກາດໄດ້ຮໍ່າຮຽນ ແລະ ບິແບ່ງປະສົບການ ຫຼາຍຢ່າງ ທີ່ມີຄຸນປະໂຫຍດ. ນາງ Tsuchiya Akari ເປັນຄົນ ມີຄວາມພິຖີພິຖັນທີສຸດ ໃນການສິດສອນ. ພວກຂ້າພະເຈົ້າ ແລະ ນາງ Tsuchiya Akari ໄດ້ມີການແລກປ່ຽນ ຄົ້ນຄວ້າ ພິຈາລະນາ ເຊິ່ງກັນ ແລະ ກັນ ເພື່ອສາມາດໝູນໃຊ້ ວິທີການ ສິດສອນທີ່ແທດເໝາະ ເພື່ອໃຫ້ ດີທີສຸດ ໃຫ້ ພວກນ້ອງນ້ອຍ”.

ນາງ Tsuchiya Akari ມັກການທ່ອງທ່ຽວ ແລະ ໄດ້ໄປທ່ຽວ ຫຼາຍ ແຫ່ງ ຢູ່ ຫວຽດນາມ ເຊັ່ນ: ໂຮ້ຍອານ, ນິງບິ່ງ, ດ່າລາດ... ນາງກໍມັກ ອາຫານ ຫວຽດ ຍ້ອນມັນມີລົດຊາດ ທີ່ຄ້າຍຄືກັນ ກັບອາຫານ ຍີ່ປຸ່ນ.

 
ບົດ: ເງິນຮ່າ, ຊອງເຕີມກວຽນ - ພາບ: ກົງດາດ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top