ນາຍຊ່າງ ລ້າຍຝູ໋ແຖັກ ຜູ້ເຮັດໃຫ້ເຈ້ຍ ພະລາຊະບັນຍັດ ຟື້ນຊີບຄືນໃໝ່

ນາຍຊ່າງ ລ້າຍຝູ໋ແຖັກ ຜູ້ເຮັດໃຫ້ເຈ້ຍ ພະລາຊະບັນຍັດ ຟື້ນຊີບຄືນໃໝ່

ເລິກເຂົ້າໄປໃນຮ່ອມນ້ອຍ ຢູ່ຖະໜົນ ເຍີດຕ໋າວ (ຮ່າໂນ້ຍ), ທ່ານ ລ້າຍຝູ໋ແຖັກ ເປັນຜູ້ສືບທອດໜຶ່ງດຽວ ຂອງຕະກຸນ ລ້າຍ ໃນທຸກມື້ ຍັງຄົງຕັ້ງໜ້າ ແລະ ພິຖີພິຖັນ ຢູ່ຂ້າງໂຕະນ້ອຍໆ ທີ່ມີແສງໄຟ ເພື່ອສ້າງ ເຈ້ຍ ພະລາຊະບັນຍັດ (ປະເພດເຈ້ຍທີ່ເຈົ້າຊີວິດ ນຳໃຊ້ ເພື່ອອອກ ພະລາຊະອົງການ) ປະເພດເຈ້ຍທີ່ເຄີຍມີຊື່ສຽງ ໃນອະດີດ ຂອງ ບັນພະບຸລຸດ ທີ່ປະໄວ້ໃຫ້. 

ນາຍຊ່າງ ລ້າຍຝູ໋ແຖັກ ເປັນນາຍຊ່າງລຸ້ນທີ 26 ຂອງ ຕະກຸນ ລ້າຍ ທີ່ຍັງຄົງຮັກສາອາຊີບ ການເຮັດເຈ້ຍ ພະລາຊະບັນຍັດ. 

ໃນຖານະຜູ້ສືບທອດ ລຸ້ນທີ 26 ຂອງ ຕະກຸນ ລ້າຍ, ທ່ານ ລ້າຍຝູ໋ແຖັກ ເປີດເຜີຍວ່າ ເຈ້ຍ ພະລາຊະບັນຍັດ ຂອງຕະກຸນ ລ້າຍ ມີປະຫວັດ ຄວາມເປັນມາ ກວ່າ 600 ປີແລ້ວ. ເຈ້ຍ ພະລາຊະບັນຍັດ ແມ່ນເຮັດດ້ວຍມື ທີ່ ຊໍານິຊໍານານຂອງຊ່າງສີມື ຈາກຕະກຸນ ລ້າຍ ທີ່ບ້ານ ໂກ໊ເອີມ ໃນອະດີດ, ປັດຈຸບັນ ປ່ຽນຊື່ເປັນບ້ານ ຈຸງຍາ (ເກົ່າໄຢ໋, ຮ່າໂນ້ຍ). ນາຍຊ່າງຈາກຕະກຸນ ລ້າຍ ຈະຜະລິດເຈ້ຍ ທີ່ມີສີສັນ ແລະ ລວດລາຍ, ຫຼັງຈາກນັ້ນເຈົ້າຊີວິດ, ຂຸນນາງ ຈະໃຊ້ເພື່ອ ອອກ ພະລາຊະອົງການ ໃຫ້ແກ່ ນາຍ ແລະ ພົນທະຫານ ຂອງ ລາຊະວົງ. 

ທ່ານ ລ້າຍຝູ໋ແຖັກ ໃຫ້ຮູ້ວ່າ ໃນໄວໜຸ່ມ, ທ່ານ ມັກນັ່ງຢູ່ກັບພໍ່ຕູ້, ສະນັ້ນຈຶ່ງຮູ້ວິທີເຮັດເຈ້ຍ ພະລາຊະບັນຍັດ. ເຖິງຢ່າງໃດກໍ່ຕາມ, ຜ່ານຍຸກສົງຄາມ, ອາຊີບເຮັດເຈ້ຍ ພະລາຊະບັນຍັດ ຂອງ ຕະກຸນ ລ້າຍ ໄດ້ ຂາດຕິດຂາດຕອນ, ຈົນຮອດອາຍຸ 60 ປີ, ທ່ານຈຶ່ງເລີ່ມຟື້ນຟູ ການເຮັດເຈ້ຍ ຕາມຄຳຮຽກຮ້ອງ ຂອງຜູ້ເຖົ້າໃນວົງຕະກຸນ. ໂດຍການຈື່ຈຳຂັ້ນຕອນການເຮັດ, ສູດທີ່ພໍ່ຕູ້ສອນໃຫ້ ແລະ ຜ່ານການທົດລອງຫຼາຍຄັ້ງ, ທ່ານ ລ້າຍຝູ໋ແຖັກ ຟື້ນຟູການເຮັດເຈ້ຍ ພະລາຊະບັນຍັດ ປະສົບຜົນສຳເລັດ, ໄດ້ເຈ້ຍ ພະລາຊະບັນຍັດ ທ່ີມີຄຸນນະພາບ ແລະ ສົມບູນຄົບຖ້ວນ ຄືກັບທີ່ຜູ້ເຖົ້າ ໃນວົງຕະກຸນ ເຄີຍເຮັດໃນອະດີດ.

 

ນາຍຊ່າງ ລ້າຍຝູ໋ແຖັກ ພ້ອມກັບຄົນໃນວົງຕະກຸນ ລ້າຍ ກຳລັງພະຍາ ຍາມຮັກສາອາຊີບ ທີ່ບັນພະບູລຸດປະໄວ້ໃຫ້. 
ເພື່ອເຮັດເຈ້ຍ ພະລາຊະບັນຍັດ ໃຫ້ໄດ້ມາດຕະຖານ, ຕ້ອງຜ່ານຫຼາຍຂັ້ນຕອນ ແລະ ຕາກເຈ້ຍສາມເທື່ອ, ເຈ້ຍຈຶ່ງຈະຮັບປະກັນຄວາມທົນທານ ແລະ ບໍ່ຢ້ານປວກກິນ. 

ທ່ານ ແຖັກ ເປີດເຜີຍວ່າ ເພື່ອເຮັດເຈ້ຍ ພະລາຊະບັນຍັດ, ຕ້ອງເຮັດເຈ້ຍສາ ກ່ອນ. ເພື່ອເຮັດເຈ້ຍ ສາ ໃຫ້ໄດ້ມາດຕະຖານ, ຕ້ອງເອົາ ເປືອກຕົ້ນປໍສາ ມາແຍກອອກ, ຈາກນັ້ນນຳໄປແຊ່ນ້ຳປູນຂາວແຫຼວ ແລ້ວຕົ້ມອາຍ. ຫຼັງຈາກນັ້ນ ນຳໄປຕຳຈົນແຫຼວ ຄືຂີ້ຕົມແລ້ວ ຈຶ່ງເຮັດເປັນເຈ້ຍ. ເມື່ອໄດ້ເຈ້ຍ ສາ ແລ້ວ, ຈະໃສ່ກາວ ເພື່ອໃຫ້ເຈ້ຍ ມີຄວາມຍາວກວ່າ 1 ມ, ຈາກນັ້ນນຳໄປຕາກແດດ, ຫຼັງຈາກ ຕາກແຫ້ງແລ້ວ, ຈະໃສ່ກາວອີກ ເພື່ອປ້ອງກັນແມງໄມ້ ແລະ ນຳໄປຕາກ ໃຫ້ແຫ້ງອີກ. ຫຼັງຈາກເຈ້ຍແຫ້ງ ຈະຍ້ອມສີດ້ວຍວັດຖຸດິບ ຈາກ ດອກກະເດົາ, ຈາກນັ້ນສືບຕໍ່ຕາກແຫ້ງອີກ ເພື່ອເຮັດໃຫ້ເຈ້ຍລຽບ (ພາສາ ຫວຽດເອີ້ນວ່າ ແງ່ເຈ້ຍ). ການເຮັດໃຫ້ເຈ້ຍລຽບ ຕ້ອງໃສ່ສາກທັບ ເພື່ອເຮັດໃຫ້ເຈ້ຍໜຽວ, ລຽບ ແລະ ບໍ່ແຫ້ງຫຍາບ ຈຶ່ງນຳໄປແຕ້ມ.

ເຈ້ຍ ພະລາຊະບັນຍັດ ສະບັບຕ່າງໆ ທີ່ຢູ່ໃນຫໍໍບູຊາ ຂອງຕະກຸນ ລ້າຍ. 

 

ເພື່ອແຕ້ມລວດລາຍໃສ່ເຈ້ຍ ພະລາຊະບັນຍັດ ນັ້ນແມ່ນເຄັດລັບສະ ເພາະ ຂອງ ຕະກຸນ ລ້າຍ. ທ່ານ ແຖັກ ມັກໃຊ້ນໍ້າມຶກ ທີ່ມີຄວາມໜຽວ ໄດ້ເຮັດແບບພິເສດ ເພື່ອການແຕ້ມ, ມັນຈຶ່ງຕິດໃສ່ເຈ້ຍໄດ້ດີ. ທ່ານ ແຖັກ ກ່າວວ່າ ໃນອະດີດ, ຜູ້ເຖົ້າ ຂອງ ຕະກຸນ ລ້າຍ ມັກແຕ້ມ ດ້ວຍຄຳ ແລະ ເງິນ, ປົກກະຕິແລ້ວຈະມີຊ່າງແຕ້ມ 3 ຄົນ, ລວມທັງ ຊ່າງແຕ້ມຫຼັກ 1 ຄົນ ແລະ ຊ່າງແຕ້ມສອງຂ້າງ 2 ຄົນ, ແຕ່ດຽວນີ້ ມີແຕ່ເພິ່ນເຮັດຄົນດຽວ. ທ່ານ ແຖັກ ຈະຜະລິດເຈ້ຍ ພະລາຊະບັນຍັດ ສີເຫຼືອງ ແລ້ວແຕ້ມລວດລາຍ, ມັງກອນ, ສີ່ສັດສັກສິດ ແຫ່ງຄວາມ ຮັ່ງມີ, ສ່ວນເນື້ອໃນ ໃນເຈ້ຍ ແມ່ນຕາມຄວາມຮຽກຮ້ອງ ຂອງ ກະສັດ ໃນແຕ່ລະຍຸກສະໄໝ ທີ່ຖືກຮຽບຮຽງສະເພາະ.

 ເຖິງວ່າ ປະສົບກັບຄວາມຫຍຸ້ງຍາກ ເພື່ອຮັກສາໄວ້ ອາຊີບ ຂອງ ຄອບ ຄົວກໍຕາມ, ແຕ່ໃນຍຸກເສດຖະກິດຕະຫຼາດ, ເຈ້ຍ ພະລາຊະບັນຍັດ ໄດ້ຖືກນຳໃຊ້ໜ້ອຍລົງ, ສະນັ້ນຜູ້ທີ່ສັ່ງໃຫ້ທ່ານ ແຖັກ ເຮັດ ແມ່ນນັບໄດ້ເທິງ ນິ້ວມື. ລູກຄ້າຂອງເພິ່ນ ຕົ້ນຕໍແມ່ນ ຄະນະ ກຳມະການບໍລິຫານ ວັດວາອາຮາມ ທີ່ມີພະລາຊະອົງການ ແຕ່ຖືກເສຍຫາຍ, ໄດ້ນຳມາໃຫ້ທ່ານ ແຖັກ ຊ່ວຍຟື້ນຟູເອກະສານ ແຕ່ສະໄໝເກົ່າ ຄືນໃໝ່.


ທ່ານ ລ້າຍຝູ໋ທີ-ລູກຫຼານຄົນໜຶ່ງຂອງຕະກຸນ ລ້າຍ ໃຫ້ຮູ້ວ່າ: “ມາຮອດປັດຈຸບັນ, ມີຫຼາຍຄົນ ຕາມຫາເພື່ອຊອກຮູ້ ກ່ຽວກັບອາຊີບ ເຮັດເຈ້ຍພະລາຊະບັນຍັດ ຂອງ ຕະກຸນ ລ້າຍ, ພວກຂ້າພະເຈົ້າດີໃຈຫຼາຍ. ປັດຈຸບັນ ໃນທັງໝົດຕະກຸນ ມີແຕ່ທ່ານ ແຖັກ ຍັງຢຶດໝັ້ນກັບອາຊີບນີ້ ເທົ່ານັ້ນ. ສິ່ງທີ່ໜ້າເສຍດາຍແມ່ນ ປັດຈຸບັນ ຍັງບໍ່ທັນມີລູກຫຼານ ໃນຄອບຄົວໃດທີ່ຈະສືບທອດອາຊີບ”.

ເລື່ອງລາວ ຂອງ ພວກຂ້າພະເຈົ້າ ກັບທ່ານ ແຖັກ ຈົບລົງ ກາຍເວລາທ່ຽງ, ແຕ່ໃນທຸກໆ ຄຳເວົ້າ, ສາຍຕາຂອງເພິ່ນ ເມື່ອເວົ້າເຖິງ ການຮັກສາ ອາຊີບຂອງຄອບຄົວຕະກຸນ ລ້າຍ ແມ່ນເຕັມໄປດ້ວຍຄວາມກັງວົນ ເມື່ອບໍ່ມີໃຜສືບທອດອາຊີບ.

 

ສະໄໝກະສັດ ເລ, ເຈົ້າ ຈິ້ງ, ໃນໝູ່ປະຊາມີຄຳຜະຫຍາວ່າ: “ຕະກຸນ ລ້າຍ ເຮັດເຈ້ຍ ພະລາຊະອົບັນຍັດ ກະສັດ/ ບ້ານ ລ໋າງ ດຶງທຸງເປີດງານບຸນ ຢ່າງຍິ່ງໃຫຍ່”. ຊາວ ທັງລອງ ໃນອະດີດ ບໍ່ມີໃຜ ບໍ່ຮູ້ຈັກເຈ້ຍ ພະລາຊະບັນຍັດ ຂອງຕະກຸນ ລ້າຍ ທີ່ຕາແສງ ເງ້ຍໂດ (ເຂດ ເກົ່າໄຢ໋, ນະຄອນຫຼວງ ຮ່າໂນ້ຍ), ນີ້ແມ່ນຕະກຸນໜຶ່ງດຽວ ທີ່ໄດ້ຮັບບຸນຄຸນພິເສດ ຈາກເຈົ້າຊີວິດ ຈິ້້ງຈ໋າງ (1623 - 1657) ໃຫ້ເຮັດເຈ້ຍ ພະລາຊະບັນຍັດ.

ອີງຕາມການຄົ້ນຄວ້າ ຂອງສະຖາບັນ ວ໊ຽນດົງບ໋າກໂກ໊, ສະໄໝ ກະສັດ ເລ-ເຈົ້າ ຈິ້ງ (1545 - 1787), ແຕ່ລະປີ ຕະກຸນ ລ້າຍ ໄດ້ສະໜອງເຈ້ຍ ພະລາຊະບັນຍັດ ໃຫ້ແກ່ລາຊະວົງ ປະມານ 2.000 ແຜ່ນ. ພະລາຊະບັນຍັດ ປະມານ 40.000 ແຜ່ນ ໄດ້ອອກ ໂດຍລາຊະວົງ ຢູ່ 90 ຫົວເມືອງ ໃນເຂດທົ່ງພຽງພາກເໜືອ.

  •                                                              ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ


Top